spot_img
Homeຂ່າວພາຍ​ໃນ"ນົກກົກຄຳເກມ" ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6

“ນົກກົກຄຳເກມ” ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6

Published on

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ທີ່ແຂວງ ບໍລິຄຳໄຊ (1-9 ກຸມພາ 2017) ຈະໄດ້ມີການຈັດພິທີເປີດຢ່າງເປັນທາງການຂຶ້ນໃນຕອນແລງຂອງວັນທີ 1 ກຸມພາ 2017 (ມື້ນີ້) ແລະ ມີການຖ່າຍທອດສົດທາງໂທລະພາບໃຫ້ປະຊາຊົນລາວໄດ້ເບິ່ງກັນທົ່ວປະເທດ ຜ່ານທາງຊ່ອງໂທລະພາບ ສທລ 1.ສທລ 3 ແລະ ຕິດຕາມຂ່າວສານທາງວິທະຍຸກະຈ່າຍສຽງແຫ່ງຊາດ ທ່ານສາມາດເບິ່ງການຖ່າຍທອດສົດໄດ້.

6442

ສຳລັບປີນີ້ມີໂຮງຮຽນລະດັບທະຍົມສຶກສາເຂົ້າຮ່ວມການແຂ່ງຂັນທັງໝົດ 10 ໂຮງຮຽນ ຈາກ 10 ແຂວງ ເຊິ່ງມີ: ແຂວງ ບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ຜົ້ງສາລີ, ຫົວພັນ, ບໍ່ແກ້ວ, ຫຼວງນ້ຳທາ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງ ວຽງຈັນ

ກີລາທີ່ໃຊ້ໃນການແຂ່ງຂັນໃນຄັ້ງນີ້ຈະມີທັງໝົດ 12 ປະເພດກີລາຄື: ແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງ (ບານສົ່ງໃນຮົ່ມ ແລະ ບານສົ່ງຫາດຊາຍ), ກະຕໍ້, ດອກປີກໄກ່, ປິ່ງປ໋ອງ, ເປຕັ້ງ, ໝາກຄ່າງ, ໜ້າເກັກ, ເທຄັວນໂດ ແລະ ໝາກເສິກ.

ເຊິ່ງໃນການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ນີ້ ທາງ ບໍລິຄຳໄຊ ໄດ້ໃຊ້ງົບປະມານເຖິງ 30 ຕື້ກວ່າກີບ. ປັດຈຸບັນທຸກຢ່າງກຽມພ້ອມເກືອບ 100%, ລາຍລະອຽດວາລະພິທີເປີດງານ ແມ່ນທ່ານສາມາດອ່ານຂໍ້ມູນທາງດ້ານລຸ່ມໄດ້.

7234

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...