Homeຊີວິດແລະຄວາມຮັກ9 ເຫດຜົນທີ່ເຮັດໃຫ້ຄູ່ຮັກເລີກກັນ

9 ເຫດຜົນທີ່ເຮັດໃຫ້ຄູ່ຮັກເລີກກັນ

Published on

ເຫດຜົນທີ່ຄູ່ຮັກເລີກກັນນັ້ນ ມີຫຼາຍໆເຫດຜົນ ແຕ່ມື້ນີ້ ລາວໂພສຕ໌ ໄດ້ຄັດເອົາມາມີ 9 ເຫດຜົນ ທີ່ເຮັດໃຫ້ຄົນເຮົາເລີກກັນໄດ້ຫຼາຍທີ່ສຸດດັ່ງນີ້:

  1. ເລີກກັນເພາະໃຈຮ້າຍ: ບາງຄັ້ງຄູ່ຮັກກໍບໍ່ເຂົ້າໃນກັນ, ຜິດກັນ ຈົນເຮັດໃຫ້ເລີກກັນ, ຮັກກັນຄວນເວົ້າກັນດ້ວຍເຫດຜົນດີກວ່າ ບໍ່ຄວນໃຊ້ອາລົມ
  2. ເລີກກັນເພາະປ່ຽນໄປ: ບາງຄູ່ເມື່ອຄົບກັນດົນໆໄປ ກໍຈະມີການປ່ຽນໄປ ເຮັດໃຫ້ຈຳຕ້ອງໄດ້ເລີກກັນ
  3. ເລີກກັນເພາະຫຶງຫຼາຍເກີນໄປ: ຄວາມຫຶງຫວງມີໄດ້ ແຕ່ກໍຕ້ອງມີແບບຈຳກັດ ຢ່າຫຶງຫຼາຍເກີນໄປ ເພາະຈະເຮັດໃຫ້ອີກຝ່າຍລຳຄານ, ເບື່ອ ຈົນຕ້ອງໄດ້ເລີກກັນໄປ
  4. ເລີກກັນເພາະລຳຄານ: ເມື່ອຄົນຮັກໄປທາງໃດ ຕ້ອງໄດ້ໂທນຳຕະຫຼອດ,
  5. ເລີກກັນເພາະບໍ່ມີເວລາໃຫ້: ເວລາໃດກໍຄາວຽກຕະຫຼອດ ໂດຍທີ່ບໍ່ມີເວລາໃຫ້ກັນເລີຍ ເຮັດໃຫ້ອີກຝ່າຍນ້ອຍໃຈຈົນໄດ້ເລີກລາກັນໄປ, ຖ້າຮັກກັນແທ້ ຕ້ອງຫາເວລາຫວ່າງໃຫ້ກັນແດ່
  6. ເລີກກັນເພາະໄລຍະທາງ: ຢ່າໃຫ້ໄລຍະທາງເປັນອຸປະສັກຂອງຄວາມຮັກ, ເພາະມີຫຼາຍຄູ່ແລ້ວ ເມື່ອຢູ່ໄກກັນ ອີກຄົນກໍມີຄົນໃໝ່ ສຸດທ້າຍຕ້ອງໄດ້ເລີກກັນໄປ
  7. ເລີກກັນເພາະແຟນເກົ່າ: ຫຼາຍໆຄູ່ຜິດກັນເລື່ອງແຟນເກົ່າ, ຖ້າອີກຝ່າຍບໍ່ມັກ ກໍບໍ່ຄວນເຮັດ ເພາະຄວາມຮູ້ສຶກຂອງແຟນປັດຈຸບັນສຳຄັນທີ່ສຸດ
  8. ເລີກກັນເພາະມີຄົນໃໝ່: ຄົນເຮົາຮັກກັນ ຕ້ອງຮັກດຽວໃຈດຽວ ແລະບໍ່ນອກໃຈກັນໄປມີຄົນໃໝ່ເດັດຂາດ ເພາະຖ້ານອກໃຈກັນ ສະແດງວ່າຄົນນັ້ນ ບໍ່ຮັກເຮົາແລ້ວ ຈຶ່ງນອກໃຈໄປມີຄົນໃໝ່
  9. ເລີກກັນເພາະບໍ່ໃສ່ໃຈ: ບາງຄູ່ຮັກ ບໍ່ໃສ່ໃຈຄົນຮັກ ປະໃຫ້ຄົນຮັກ ຄຽດ, ຮ້ອງໄຫ້ຢູ່ຄົນດຽວ ບາງຄັ້ງຖ້າຄົນຮັກຄຽດ ກໍຕ້ອງງໍ້ກັນແດ່

ເມື່ອເຮົາຮູ້ວ່າເຫດຜົນນີ້ ເຮັດໃຫ້ຄູ່ຮັກຫຼາຍຄູ່ຕ້ອງເລີກກັນມາແລ້ວ ເຮົາກໍຄວນຫຼີກລຽງ ເພື່ອບໍ່ໃຫ້ເລີກກັນໃນອະນາຄົດ
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...