Homeຂ່າວຕ່າງປະເທດສະພາຊາອຸດິອາຣະເບຍ ອະນຸມັດຂໍ້ຕົກລົງເພີ່ມພາສີທີ່ຢູ່ອາໄສ

ສະພາຊາອຸດິອາຣະເບຍ ອະນຸມັດຂໍ້ຕົກລົງເພີ່ມພາສີທີ່ຢູ່ອາໄສ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 31 ມັງກອນ 2017 ນີ້ວ່າ ຄະນະກຳມະການກອງທຶນລະຫວ່າງປະເທດ ສະໜັບສະໜູນໃຫ້ເພີ່ມພາສີທົ່ວອ່າວອາຫຼັບ ເພື່ອຫຼຸດການຂາດດູນງົບປະມານ ເຊິ່ງທີ່ຢູ່ອາໄສປອດພາສີ ຈະໄດ້ມີການເກັບພາສີ, ຫຼັງຈາກສະພາອະນຸມັດຂຶ້ນພາສີ ຕາມການສະໜັບສະໜູນ ຂອງກອງທຶນການເງິນລະຫວ່າງປະເທດ ຫຼືໄອເອັມເອຟ ທີ່ເປັນຜົນມາຈາກລາຄານໍ້າມັນຫຼຸດລົງ, ສຳລັບການເກັບພາສີສິນຄ້າ 5% ຈະຖືກເອົາມາໃຊ້ແນ່ນອນ ຫຼັງ 6 ປະເທດອາຫຼັບ ຕົກລົງຮ່ວມມືກັນ ໃນເດືອນມິຖຸນາປີຜ່ານມາ

ສຳລັບຜູ້ທີ່ອາໄສຢູ່ໃນອ່າວອາຫຼັບ ແຕ່ກ່ອນນັ້ນບໍ່ໄດ້ເສຍພາສີ, ຈົນມາຮອດເກີດວິກິດການ ລາຄານໍ້າມັນຕົກຕໍ່າ ທີ່ເກີດຂຶ້ນໃນກາງປີ 2014 ເຮັດໃຫ້ມີການຊອກຫາຊ່ອງທາງລາຍໄດ້ເຂົ້າລັດ ດ້ວຍການຂຶ້ນພາສີທີ່ຢູ່ອາໄສໃນຄັ້ງນີ້

ສະພາຊາອຸດິອາຣະເບຍ ໄດ້ພິຈາລະນາ ອະນຸມັດຂໍ້ຕົກລົງເພີ່ມພາສີ ເປັນຄວາມສຳເລັດຂອງສະພາ ຄວາມຮ່ວມມືອ່າວອາຫຼັບ ຫຼື GCC ແລະກົດໝາຍນີ້ ໄດ້ກຽມທຸກຢ່າງໄວ້ພ້ອມແລ້ວ, ນອກຈາກນີ້ ສະພາຄວາມຮ່ວມມືອ່າວອາຫຼັບ ຍັງພ້ອມຕົກລົງເລືອກຂຶ້ນພາສີຢາສູບ ແລະເຄື່ອງດື່ມເພີ່ມກຳລັງ ໃນປີນີ້ນຳອີກ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...