spot_img
Homeຂ່າວຕ່າງປະເທດຜູ້ນຳອິຫລ່ານຕອບໂຕ້ "ທຣັມ" ກຽມອອກຄຳສັ່ງຫ້າມພົນລະເມືອງສະຫະລັດເຂົ້າປະເທດ

ຜູ້ນຳອິຫລ່ານຕອບໂຕ້ “ທຣັມ” ກຽມອອກຄຳສັ່ງຫ້າມພົນລະເມືອງສະຫະລັດເຂົ້າປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງ ເຕຫະຣານ ປະເທດ ອິຫລ່ານ ເມື່ອວັນທີ 29 ມັງກອນ 2017 ວ່າ. ກະຊວງການຕ່າງປະເທດຂອງ ອິຫລ່ານ ອອກຖະແຫຼງການເມື່ອວັນເສົາທີ່ຜ່ານມາ ປະນາມການກີດກັ້ນດ້ານ ວິຊ່າຂອງປະທານາທິບໍດີ ໂດນັລ ທຣັມ ຜູ້ນຳສະຫະລັດ ວ່າ “ຜິດກົດໝາຍ ບໍ່ມີເຫດຜົນ ແລະ ເປັນການລະເມີດບັນທັດຖານໃນລະດັບສາກົນ” ແນ່ນອນວ່າ ລັດຖະບານເຕຫະຣານມີຄວາມເຄົາລົບຕໍ່ເສລີພາບຂອງພົນລະເມືອງອາເມລິກາ ແຕ່ນະໂຍບາຍອັນແຂງກະດ້າງດັ່ງກ່າວຂອງລັດຖະບານ ວໍຊິງຕັນ ສົ່ງຜົນໃຫ້ ອິຫລ່ານ ຈຳເປັນຕ້ອງໃຊ້ນະໂນບາຍຕອບສະໜອງ “ໃນລະດັບດຽວກັນ” ຈົນກວ່າສະຫະລັດຈະຍົກເລີກມາດຕະການຄຸກຄາມດ້ານສິດທິຕໍ່ຊາວ ອິຫລ່ານ ໂດຍຈະມີການປະກາດມາດຕະການຢ່າງເປັນທາງການໃນອານາຄົດອັນໃກ້ນີ້.

ນອກຈາກນີ້ ກະຊວງການຕ່າງປະເທດຂອງ ອິຫລ່ານ ໄດ້ສັ່ງການໃຫ້ສະຖານເອກອັກຄະຣາຊາທູດ ແລະ ສະຖານກົງສຸນທຸກແຫ່ງໃນສະຫະລັດມອບຄວາມຊ່ວຍເຫຼືອຢ່າງເຕັມທີ່ໃຫ້ແກ່ພົນລະເມືອງຂອງ ອິຫລ່ານ ຫາກບໍ່ສາມາດເດີນທາງກັບເຂົ້າໄປໃນສະຫະລັດເຊິ່ງເປັນສະຖານທີ່ອາໃສ ແລະ ສະຖານທີ່ສຶກສາຂອງນັກສຶກສາ ຫຼື ສະຖານທີ່ເຮັດວຽກໄດ້.

 

ແຫລ່ງຂ່າວຈາກ: http://www.dailynews.co.th
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...