Homeຊີວິດແລະຄວາມຮັກ10 ວິທີຈັດການກັບແຟນນອກໃຈ ແບບໄດ້ຜົນ

10 ວິທີຈັດການກັບແຟນນອກໃຈ ແບບໄດ້ຜົນ

Published on

ບັນຫາເລື່ອງແຟນນອກໃຈ ເປັນບັນຫາໜຶ່ງທີ່ເກີດຂຶ້ນໃນສັງຄົມປັດຈຸບັນນີ້ ເພາະບາງຄົນເມື່ອມີແຟນແລ້ວ ແຕ່ກໍບໍ່ມີຄຳວ່າ ພໍ ຈັກເທື່ອ ຈຶ່ງເກີດມີການນອກໃຈ ຫຼືມີນ້ອຍມີໃຫຍ່ເກີດຂຶ້ນ ດັ່ງນັ້ນ ມື້ນີ້ລາວໂພສຕ໌ ຈຶ່ງມີວິທີຈະມາຈັດການກັບແຟນທີ່ນອກໃຈ ແບບໄດ້ຜົນມາຝາກກັນ

  1. ບໍ່ຄວນເອົາເລື່ອງນີ້ໄປບອກໃຫ້ຄົນອື່ນຮູ້: ບັນຫານີ້ເປັນເລື່ອງຂອງເຈົ້າສອງຄົນ ບໍ່ຄວນເອົາເລື່ອງນີ້ໄປບອກໃຫ້ຄົນອື່ນຮູ້ ເພາະຈະເຮັດໃຫ້ແຟນເສຍໜ້າ ຫຼືເຂົາອາດອາຍຄົນອື່ນ ເຖິງແມ່ນເຈົ້າກັບເຂົາຈະດີກັນແລ້ວກໍຕາມ
  2. ຫັນໜ້າລົມກັນດ້ວຍເຫດຜົນ: ສາເຫດຂອງການນອກໃຈ ສ່ວນໜຶ່ງມາຈາກບັນຫາ ລະຫວ່າງເຈົ້າ ແລະເຂົາ ເຊິ່ງເຈົ້າເອງອາດມີຂໍ້ເສຍໃນບາງສິ່ງ ຄວນຫັນໜ້າມາລົມກັນດ້ວຍເຫດ ແລະຜົນ ເພື່ອປັບຄວາມຮູ້ສຶກເຂົ້າຫາກັນ
  3. ເອົາໃຈໃສ່ຕົນເອງຫຼາຍຂຶ້ນ: ຕ້ອງໝັ່ນດູແລຕົນເອງຫຼາຍຂຶ້ນ ເພື່ອໃຫ້ຄົນຮັກບໍ່ນອກໃຈ ເພາະສາເຫດໜຶ່ງຂອງການນອກໃຈ ແມ່ນມາຈາກການບໍ່ເອົາໃຈໃສ່ຕົວເອງຂອງເຈົ້າເອງກໍເປັນໄດ້
  4. ຢ່າປະຊົດຊີວິດ: ຄວນວາງຕົວເອງໃຫ້ມີຄຸນຄ່າ ຢ່າຄິດເຮັດໃສ່ຄົນຮັກ ດ້ວຍວິທີດຽວກັນ ຄືການມີຄົນໃໝ່ ເພາະວິທີນີ້ຈະເຮັດໃຫ້ເຂົາເປັນຝ່າຍເລືອກໄປຫາຄົນອື່ນ
  5. ການໃຫ້ອະໄພ: ເຖິງແມ່ນວ່າ ການໃຫ້ອະໄພຈະເປັນການຍາກ ແຕ່ຖ້າການທີ່ເຮົາເລືອກ ທີ່ຈະຮັກໃຜຄົນໜຶ່ງ ແລະຈະຮັກກັນໄປດົນໆ ກໍຄວນໃຫ້ອະໄພກັບຄົນທີ່ຕົນຮັກ ເພາະເຂົາເອງກໍເປັນພຽງຄົນທຳມະດາ ຕ້ອງມີຜິດພາດບາງຄັ້ງ
  6. ບໍ່ຄວນເວົ້າເລື່ອງອະດີດຂອງກັນ ແລະກັນ: ການເອົາເລື່ອງອະດີດ ທີ່ບໍ່ດີຂອງອີກຝ່າຍມາເວົ້າ ເປັນສິ່ງທີ່ບໍ່ຄວນເຮັດ ເພາະຈະເຮັດໃຫ້ຜິດກັນຫຼາຍຂຶ້ນກວ່າເກົ່າ
  7. ຢ່າລະແວງຫຼາຍເກີນໄປ: ການລະແວງຫຼາຍເກີນໄປ ກໍບໍ່ດີປານໃດ ເພາະຈະເຮັດໃຫ້ອີກຝ່າຍຮູ້ສຶກວ່າບໍ່ມີຄວາມໄວ້ໃຈໃຫ້ກັນ, ບາງຄັ້ງອາດເກີດການເບື່ອ ແລະລຳຄານ ເພາະຮັກກັນຕ້ອງເຊື່ອໃຈກັນຈະດີກວ່າ
  8. ເຈົ້າຄືສິ່ງສຳຄັນທີ່ສຸດໃນຊີວິດ: ເຈົ້າຕ້ອງສະແດງໃຫ້ເຂົາເຫັນວ່າ ເຈົ້າເປັນຜູ້ຍິງທີ່ມີຄ່າ ແລະເໝາະທີ່ຈະເປັນພັນລະຍາ ແລະແມ່ຂອງລູກໃນອະນາຄົດໄດ້ດີທີ່ສຸດ
  9. ຫ້າມໃຊ້ວິທີຮຸນແຮງເດັດຂາດ: ບໍ່ຄວນລຸກຂຶ້ນມາອາລະວາດ ຫຼືທຳຮ້າຍຝ່າຍກົງກັນຂ້າມ ເພາະຕ້ອງການແກ້ແຄ້ນ ທີ່ເຮັດໃຫ້ເຈົ້າເຈັບປວດ ເພາະມັນບໍ່ໄດ້ຊ່ວຍໃຫ້ດີຂຶ້ນ ແຕ່ມັນຈະເຮັດໃຫ້ບັນຫາໃຫຍ່ກວ່າເດີມອີກ
  10. ຢ່າໂວຍວາຍ: ຢ່າປ່ອຍໃຫ້ອາລົມຫຶງຫວງ ເຮັດໃຫ້ເຈົ້າໂວຍວາຍອອກມາ ຫຼືໃຫ້ຄວາມເສຍໃຈເຮັດໃຫ້ເຈົ້າ ຕັດສິນໃຈຜິດໆອອກໄປ ເພາະເລື່ອງແບບນີ້ ອາດເຮັດໃຫ້ເກີດຄວາມຜິດພາດກັນໄດ້

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...