spot_img
Homeຂ່າວພາຍ​ໃນນາຍົກ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳລາວ ເຂົ້າຢ້ຽມອໍາລາ

ນາຍົກ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳລາວ ເຂົ້າຢ້ຽມອໍາລາ

Published on

ໃນຕອນເຊົ້າຂອງວັນທີ 27 ມັງກອນ 2017 ຜ່ານມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ກ່ວນ ຮົວ ປິ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ພ້ອມດ້ວຍຄະນະ ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ທາງການທູດຢູ່ ສປປ ລາວ.

31
ໃນໂອກາດນີ້ ທ່ານນາຍົກ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ກ່ວນ ຮົວ ປິ່ງ ທີ່ເຮັດສໍາເລັດໜ້າທີ່ທາງການທູດຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີກວ່າທີ່ຜ່ານມາ, ອັນເປັນການປະກອບສ່ວນສໍາຄັນ ໃຫ້ແກ່ການຮັດແໜ້ນ ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ປະຊາຊົນຂອງສອງຊາດ ລາວ-ຈີນ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ, ເຊິ່ງຕະຫຼອດໄລຍະທີ່ຜ່ານມາ ການປະຕິບັດໜ້າທີ່ຂອງສະຖານທູດ ສປ ຈີນ ປະຈໍາລາວ ໄດ້ເຮັດໜ້າທີ່ເປັນຜູ້ປະສານງານ ແລະ ໄດ້ກາຍເປັນຂົວຕໍ່ທີ່ສໍາຄັນ ປະກອບສ່ວນເຂົ້າໃນການພົວພັນຮ່ວມມື ຂອງສອງປະເທດ ໂດຍສະເພາະແມ່ນ ການເຄື່ອນໄຫວຢ້ຽມຢາມ ການນໍາຂັ້ນສູງສຸດຂອງສອງປະເທດ, ການຊຸກຍູ້ຊ່ວຍເຫຼືອໃນດ້ານຕ່າງໆ ໂດຍສະເພາະ ການປະກອບສ່ວນ ທາງດ້ານວັດຖຸອຸປະກອນ, ທຶນຮອນ ອັນເຮັດໃຫ້ ສປປ ລາວ ເຮັດລ້ອນໜ້າທີ່ໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ຜ່ານມາ.
ໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ພ້ອມທັງ ຂໍຂອບໃຈມາຍັງພັກ-ລັດຖະບານ ກໍ່ຄື ປະຊາຊົນລາວ ທີ່ໄດ້ໃຫ້ການຮ່ວມມື, ຊຸກຍູ້, ຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກ ໃນດ້ານຕ່າງໆຕະຫຼອດມາ ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນ ໃຫ້ການຮ່ວມມືຂອງສອງປະເທດ ນັບມື້ນັບໄດ້ຮັບການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມປະຊາສໍາພັນ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...