2017 ອັດຕະປື ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 300 ຕື້ກວ່າກີບ

0
1637

ໃນສົກປີ 2017 ແຂວງອັດຕະປື ຈະສູ້ຊົນເຮັດໃຫ້ ລວມຍອດຜະລິດຕະພັນພາຍໃນ GDP 2.400 ຕື້ກວ່າກີບ, ເພີ່ມຂຶ້ນສະເລ່ຍ 8,16% ໃນນີ້: ຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນ 6,08% ກວມເອົາປະມານ 25,33% ຂອງ GDP; ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 15,17% ກວມເອົາປະມານ 31,66% ຂອງ GDP; ຂະແໜງການ ບໍລິການເພີ່ມຂຶ້ນປະມານ 43,01% ຂອງ GDP, ລວມຍອດຜະລິດຕະພັນ ພາຍໃນ GDP ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ປະມານ 2.000 ໂດລາສະຫາລັດ/ຄົນ/ປີ ຫລື 16 ລ້ານກວ່າກີບ, ສູ້ຊົນເກັບລາຍຮັບ ເຂົ້າງົບປະມານໃຫ້ໄດ້ທັງໝົດ 300 ຕື້ກວ່າກີບ.
ທ່ານ ນາງ ຈັນທະລີ ສີສຸວົງ ສະມາຊິກສະພາປະຊາຊົນແຂວງ ເປີດເຜີຍວ່າ: ເພື່ອຮັບປະກັນໃຫ້ ບັນລຸຕາມແຜນການ ຈະຕ້ອງເລັ່ງໃສ່ການຊຸກຍູ້ສົ່ງເສີມ ການພັດທະນາ ທາງດ້ານກະສິກຳ, ອຸດສາຫະ ກຳ-ຫັດຖະກຳປຸງແຕ່ງ ແລະ ການລ້ຽງສັດ ເພື່ອເປັນສິນຄ້າສົ່ງອອກ ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ: ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 88.799 ໂຕນ, ກາເຟໃຫ້ໄດ້ 1.800 ໂຕນ, ມັນຕົ້ນ 50.000 ໂຕນ, ສາລີ ແຂງໃຫ້ໄດ້ 6.000 ໂຕນ, ອ້ອຍໃຫ້ໄດ້ 525.000 ໂຕນ, ໄມ້ໃຫ້ໝາກ 3.000 ໂຕນ, ໝາກກ້ວຍ 3.240 ໂຕນ ແລະ ຢາງພາລາ ໃຫ້ໄດ້ 10.800 ໂຕນ, ງົວ-ຄວາຍ ໃຫ້ໄດ້ປະມານ 80.000 ໂຕ, ໝູ 26.565 ໂຕ ແລະແບ້ໃຫ້ໄດ້ 3.716 ໂຕ.
ພ້ອມນັ້ນ ຈະສູ້ຊົນສ້າງມູນຄ່າຜະລິດຕະພັນ ອຸດສາຫະກໍາ-ຫັດຖະກຳ ໃຫ້ບັນລຸເກືອບ 400 ຕື້ກີບ, ດ້ວຍມູນຄ່າສົ່ງອອກ 48 ລ້ານກວ່າໂດລາສະຫະລັດ, ມູນຄ່າການນຳເຂົ້າ 1,77 ລ້ານໂດລາສະຫະລັດ; ສິ່ງສຳຄັນ ອັນທີ່ເປັນແຮງດຶງດູດ ເຮັດໃຫ້ການເກັບລາຍຮັບ ເຂົ້າງົບປະມານໃຫ້ບັນລຸນັ້ນ ແມ່ນພະລັງງານໄຟຟ້າ ເຊິ່ງແຂວງອັດຕະປື ຈະສູ້ຊົນຜະລິດ ກະແສໄຟຟ້າໃຫ້ໄດ້ເຖິງ 63 ລ້ານກິໂລວັດໂມງ ພ້ອມທັງຂະຫຍາຍ ຕາຂ່າຍໄຟຟ້າແຮງກາງ, ແຮງຕ່ຳ ແລະ ຕິດຕັ້ງໝໍ້ແປງ ເພື່ອສ້າງເງື່ອນໄຂ ເຮັດໃຫ້ປະຊາຊົນ ມີໄຟຟ້າຊົມໃຊ້ຖາວອນ 100% ຂອງຈຳນວນທັງໝົດ 147 ບ້ານ

ຂ່າວ: ສຳນັກຂ່າວສານປະເທດລາວ