spot_img
Homeຂ່າວທ້ອງຖິ່ນລັດຖະບານໄດ້ວາງທິດທາງການແກ້ໄຂບັນຫາ ກ່ຽວກັບທີ່ດິນແລ້ວ.

ລັດຖະບານໄດ້ວາງທິດທາງການແກ້ໄຂບັນຫາ ກ່ຽວກັບທີ່ດິນແລ້ວ.

Published on

ກອງປະຊຸມສະໄໝສາມັນຂອງລັດຖະບານ ຊຸດທີ VIII ປະຈໍາເດືອນມັງກອນ 2017 ທີ່ໄຂຂຶ້ນໃນວັນທີ 24-25 ມັງກອນ 2017 ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກອງປະຊຸມໄດ້ເຫັນບັນຫາສະພາບພົ້ນເດັ່ນທາງດ້ານທີ່ດິນ ກອງປະຊຸມໄດ້ເປັນເອກະພາບກັນໃນເບື້ອງຕົ້ນກ່ຽວກັບທິດທາງແກ້ໄຂດັ່ງນີ້:
ໃຫ້ແຕ່ງຕັ້ງຄະນະສະເພາະກິດໜຶ່ງຂຶ້ນເພື່ອສຶກສາ ແລະ ວິເຄາະ, ວິໄຈ ບັນຫາທີ່ດິນໃຫ້ເລິກເຊິ່ງ ມອບໃຫ້ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ເປັນຜູ້ຊີ້ນຳ, ມີລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຫົວໜ້າຄະນະນຳພາຢ່າງຕັ້ງໜ້າ ແລະ ມີງົບປະມານໃນການເຄື່ອນໄຫວປະຕິບັດໜ້າທີ່.

ຄະນະທີ່ຖືກແຕ່ງຕັ້ງ ຕ້ອງສຶກສາ, ວິເຄາະ, ວິໄຈລະອຽດບັນຫາທີ່ດິນເລິກເຊິ່ງ ພ້ອມທັງເບິ່ງບົດຮຽນຈາກປະເທດເພື່ອນມິດສາກົນ. ຄາດໝາຍໃນການເຮັດວຽກຂອງຄະນະໃຫ້ສຳເລັດ ແລະ ສາມາດລາຍງານລັດຖະບານ ຊ້າສຸດພາຍໃນເດືອນຕຸລາ 2017 ກ່ອນຈະນຳສະເໜີຕໍ່ກອງປະຊຸມກົມການເມືອງສູນກາງພັກ ແລະ ກອງປະຊຸມສະພາແຫ່ງຊາດເພື່ອພິຈາລະນາ.

ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດສຶບຕໍ່ຕິດຕາມ, ກວດກາບັນຫາສະພາບການຄຸ້ມຄອງ, ນໍາໃຊ້, ການເຊົ່າ, ສໍາປະທານ ແລະ ການບຸກລຸກທີ່ດິນປ່າສະຫງວນ, ປ່າຕົ້ນນໍ້າ, ຊັບພະຍາກອນທຳມະຊາດ ທີ່ບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ‍ຢ່າງເປັນປົກກະຕິ, ມີການລາຍງານໃຫ້ລັດຖະບານຊາບ ແລະ ສະເໜີທິດທາງແກ້ໄຂເປັນແຕ່ລະໄລຍະ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...