spot_img
Homeຂ່າວພາຍ​ໃນລັດຈະເລັ່ງແກ້ໄຂ ການຍົກເວັ້ນພາສີອາກອນ ນໍາເຂົ້ານໍ້າມັນເຊື້ອໄຟ

ລັດຈະເລັ່ງແກ້ໄຂ ການຍົກເວັ້ນພາສີອາກອນ ນໍາເຂົ້ານໍ້າມັນເຊື້ອໄຟ

Published on

ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເມື່ອວັນທີ 23 ມັງກອນ 2017ຜ່ານມານີ້, ໄດ້ມອບໃຫ້ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ປະສານສົມທົບກັນ ເພື່ອຕັ້ງຄະນະກວດກາແກ້ໄຂການນຳເຂົ້ານ້ຳມັນເຊື້ອໄຟ ໃນທົ່ວປະເທດ, ຊຶ່ງໄດ້ກໍານົດວ່າ: ການນຳເຂົ້ານ້ຳມັນເຊື້ອໄຟ ເພື່ອຮັບໃຊ້ໂຄງການຊ່ວຍເຫລືອລ້າ (ODA) ຕາມສັນຍາແມ່ນໃຫ້ສືບຕໍ່ຍົກເວັ້ນຕາມກໍານົດສັນຍາ.

ສ່ວນການນຳເຂົ້ານ້ຳມັນເຊື້ອໄຟ ຂອງບັນດາໂຄງການສຳປະທານຂະໜາດໃຫຍ່ ທີ່ມີສັນຍາສຳປະທານກັບລັດຖະ ບານຈຳນວນ 16 ໂຄງການແມ່ນ ມອບໃຫ້ຄະນະທີ່ຕັ້ງຂຶ້ນລົງກວດກາ ແລະຄິດໄລ່ຄືນບໍລິມາດຄວາມຕ້ອງການ ເພື່ອນຳໃຊ້ນ້ຳມັນຕົວຈິງແຕ່ລະໜ້າວຽກຂອງແຕ່ລະໂຄງການ ໃຫ້ລະອຽດແລ້ວລາຍງານໃຫ້ລັດຖະບານພິຈາລະນາ ແລະ ໂຄງການໃດທີ່ສຳເລັດການກໍ່ສ້າງໂຄງການແມ່ນໃຫ້ຢຸດຕິການຍົກເວັ້ນ ເປັນຕົ້ນ: ໂຄງການບໍ່ຄຳເຊໂປນ, ພູເບ້ຍມາຍນິ້ງ, ນ້ຳເທີນ 2 ແລະ ໂຄງການອື່ນໆ ແລະ ແຕ່ນີ້ໄປ ລັດຖະບານຈະບໍ່ມີນະໂຍບາຍຍົກເວັ້ນພາສີ-ອາກອນ  ໃນການນຳເຂົ້ານ້ຳມັນ ໃຫ້ບັນດາໂຄງການດັ່ງກ່າວອີກ ແລະ ທຸກໂຄງການ ຕ້ອງຫັນເຂົ້າສູ່ການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ຂະນະທີ່ໄດ້ມອບໃຫ້ກະຊວງການເງິນ ອອກແຈ້ງການເຖິງບໍລິສັດແອວເອັສ ການຄ້າຂາອອກ-ຂາເຂົ້າຈຳກັດ ແລະ ບໍລິສັດ ສີຈັນທອງທິບການຄ້າຂາອອກ-ຂາເຂົ້າ ໃຫ້ຢຸດຕິການດຳເນີນທຸລະກິດນຳເຂົ້ານ້ຳມັນ ເພື່ອສົ່ງອອກ ແລະ ໃຫ້ບໍລິສັດຂົນສົ່ງສາກົນຈຳກັດ ຢຸດຕິການດຳເນີນທຸລະກິດນ້ຳມັນເຊື້ອໄຟຜ່ານແດນ.

ສຳລັບດ່ານທີ່ອະນຸມັດ ໃຫ້ນຳເຂົ້ານ້ຳມັນເຊື້ອໄຟຕ້ອງເປັນດ່ານສາກົນເທົ່ານັ້ນ, ສ່ວນດ່ານທ້ອງຖິ່ນ ແລະ ດ່ານປະເພນີບໍ່ອະນຸຍາດໃຫ້ນຳເຂົ້າເດັດຂາດ, ພ້ອມທັງມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຄົ້ນຄວ້າດັດສົມຄືນຈຳນວນບໍລິສັດທີ່ດຳເນີນທຸລະກິດຂາເຂົ້າ-ຂາອອກ ນ້ຳມັນເຊື້ອໄຟບໍ່ໃຫ້ເກີນ 5 ບໍລິສັດ ແລະ ໃຫ້ຖືເອົາລັດວິສາຫະກິດນ້ຳມັນເຊື້ອໄຟລາວເປັນບູລິມະສິດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...