Home​ຂ່າວບັນເທິງຫລິງຫລິງ! ງົດງາມເລີດຫລູໃນງານ Fashion Show ທີ່ Paris

ຫລິງຫລິງ! ງົດງາມເລີດຫລູໃນງານ Fashion Show ທີ່ Paris

Published on

ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ແອັດມິນຈະພາທຸກຄົນມາອັບເດດຂ່າວດາລາ ສາວເຈົ້າສະເໜ່ແຫ່ງວົງການບັນເທີງຂອງສອງຝັ່ງແມ່ນ້ຳຂອງ ຈະເປັນໃຜໄປບໍ່ໄດ້ ນອກຈາກສາວຄົນນີ້ “ຫລິງຫລິງ ປິຍາດາ” ທີ່ທຸກຄົນຮູ້ຈັກກັນດີ ກັບຄວາມງາມ ແລະ ຄວາມສາມາດຂອງນາງ ແລະ ຕອນນີ້ຊີວິດຂອງນາງໃນເສັ້ນທາງບັນເທີງກໍ່ດີ໊ດີ ແບບວ່າສຸດໆ ໄປເລີຍ

7-72

ຫຼັງຈາກທີ່ໄປສ່ອງ IG ສ່ວນຕົວຂອງນາງກໍ່ເຫັນຂ່າວຄາວການເຄື່ອນໄຫວຂອງນາງ ແອັດເຖິງກັບ ອຸທານ “ໂອ້ພະສົງ” ຊ່າງເປັນຂ່າວດີອີຫຍັງປານນີ້ ເພາະປັດຈຸບັນ ຫຼິງຫຼິງດັງໄກເຖິງເມືອງນອກແລ້ວ ເພາະປັດຈຸບັນ ນາງໄດ້ໄປ ຮ່ວມງານ Fashion Show ເປີດຕົວເສື້ອຜ້າແບຣນດັງລະດັບໂລກຢ່າງ Ralph & Russo ໃນຄໍເລັກຊັ່ນໃໝ່ 2017 ທີ່ ນະຄອນຫຼວງ ປາຣີສ ປະເທດ ຝຣັ່ງ ນີ້ຖືວ່າເປັນດາລາສາວ ສັນຊາດລາວ ຄົນທຳອິດທີ່ມີໂອກາດໄປຮ່ວມງານດັງ Fashion ລະດັບໂລກຂະໜາດນັ້ນ ຖືວ່ານາງເປັນອີກໜຶ່ງຄົນທີ່ມີອານາຄົດໄກໃນເສັ້ນທາງສາຍນີ້

7-71

ບໍ່ວ່າຈະເປັນຊຸດ, ເຄື່ອງປະດັບ, ກະເປົາ, ເກີບ  Everything ຂອງນາງລ້ວນມາຈາກແບຣນຫຼູຢ່າງ Dior ຕ້ອງບອກເລີຍວ່າ ແບຣນນີ້ ມີແຕ່ບຸກຄົນເລີດຫຼູໄຮໂຊ ຫຼື ດັງລະດັບຕົວແມ່ຂອງແທ້ເທົ່ານັ້ນ ຈິ່ງໄດ້ໃສ່. ອື໋!…ເຫັນແລ້ວແອັດມິນພໍຢາກເຂົ້າໄປສິງໃນຕົວນາງເຫຼືອເກີນ.

1179

7-78

7-73 7-74 7-76

7-75

7-77

 

ຮູບພາບຈາກ: IG: lingpiyadar
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...