Homeຂ່າວພາຍ​ໃນຕ່າງປະເທດ ເຂົ້າມາລົງທຶນເຂດສາມຫລ່ຽມຄໍາເກືອບ 300 ຫົວໜ່ວຍ

ຕ່າງປະເທດ ເຂົ້າມາລົງທຶນເຂດສາມຫລ່ຽມຄໍາເກືອບ 300 ຫົວໜ່ວຍ

Published on

ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້້ງ ແຂວງບໍ່ແກ້ວ ແມ່ນເຂດໜຶ່ງທີ່ແຕກຕ່າງ ຈາກບັນດາເຂດອື່ນ ເນື່ອງຈາກວ່າລັດຖະບານ ມີແຜນພັດທະນາເຂດດັ່ງກ່າວໃຫ້ກາຍ ເປັນຕົວເມືອງທີ່ທັນ ສະໄໝ ແລະ ກາຍເປັນນະ ຄອນ ໃນອະນາຄົດ, ປັດຈຸບັນມີບໍລິສັດຕ່າງປະເທດ ເຂົ້າຈົດທະບຽນລົງທຶນ ໃນເຂດນີ້ແລ້ວເກືອບ 300 ຫົວ ໜ່ວຍ ເຊິ່ງມີທັງ ຂະໜາດນ້ອຍ, ກາງ ແລະ ໃຫຍ່, ສ່ວນຫລາຍແມ່ນ ເປັນປະເພດກໍ່ສ້າງ, ບໍລິການ ແລະ ອະສັງຫາລິມະສັບ. ພ້ອມນັ້ນ ຍັງໄດ້ສຳເລັດການສ້າງ ທ່າເຮືອນໍ້າເລິກ ໃຫຍ່ທີ່ສຸດໃນລາວດ້ວຍ ມູນຄ່າ 20 ລ້ານໂດລາສະຫະລັດ.

4956

ທ່ານ ຈັນທະຈອນ ວາງພາເຊັງ ກໍາມະການສະພາ ບໍລິຫານເສດຖະກິດພິເສດ ສາມຫລ່ຽມຄໍາ ໃຫ້ສໍາພາດ ເມື່ອບໍ່ດົນມານີ້ວ່າ: ນອກຈາກການສ້າງທ່າເຮືອນໍ້າເລິກແລ້ວ ຍັງໄດ້ກະກຽມ ການກໍ່ສ້າງດ່ານສາກົນ ລວມທັງຫ້ອງການຂອງລັດ ທີ່ກ່ຽວຂ້ອງເປັນຕົ້ນແມ່ນ ຫ້ອງການພາສີ, ອາກອນ, ກະສິກໍາ, ສັດຕະວະແພດ, ວິທະຍາສາດ ແລະ ອື່ນໆ ຄາດວ່າຈະລົງ ມືໃນໄວໆນີ້ ຫາກສໍາເລັດ ແລະ ເປີດນໍາໃຊ້ເປັນທາງການ ຈະເຮັດໃຫ້ການ ຈໍລະຈອນສິນຄ້າພາຍໃນ ເຂດໄປຍັງປະເທດ ເພື່ອນບ້ານ ຫລື ເພື່ອນບ້ານສົ່ງສິນຄ້າເຂົ້າ ໂດຍຜ່ານເຂດໄດ້ຢ່າງວ່ອງໄວ.

ທ່ານ ຈັນທະຈອນ ວາງພາເຊັງ ກ່າວຕື່ມວ່າ: ນັບແຕ່ລັດຖະບານລາວ ປະກາດສ້າງຕັ້ງເຂດ ພິເສດສາມຫລ່ຽມຄໍາ ໃນປີ 2007 ເປັນຕົ້ນມາ ຖືວ່າໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງແບບ ກ່າວກະໂດດ ແລະ ຜູ້ພັດທະນາກໍໄດ້ຖືເອົາ ການພັດທະນາໂຄ່ງລ່າງ ເພື່ອຮອງຮັບການລົງທຶນ ຂອງຕ່າງປະເທດໃນອານາຄົດ. ສະເພາະໃນປີ 2017 ນີ້, ມີ 3-4 ໂຄງການໃຫຍ່ ທີ່ຈະຈັດ ຕັ້ງປະຕິບັດ ແລະ ກໍາລັງປະຕິບັດຢູ່ ຈໍານວນ ໜຶ່ງເຊັ່ນ: ໂຮງແຮມ 5 ດາວ ຈໍານວນ 2 ຫລັງ, ມີຄວາມສູງ 16 ຊັ້ນ, ສ່ວນໂຮງງານບໍາບັດນໍ້າເສຍ ແລະ ໂຮງງານນໍ້າປະປາ ຈະໄດ້ຮັບ ການສ້າງຕັ້ງຂຶ້ນ ແລະ ທີ່ຢູ່ອາໄສຈໍາ ນວນໜຶ່ງຈະໄດ້ຮັບການພັດທະນາ.

ສຳລັບບໍລິສັດ ທີ່ຈົດທະບຽນລົງທຶນ ໃນເຂດເສດຖະກິດພິເສດ ເກືອບ 300 ຫົວໜ່ວຍທຸລະກິດນັ້ນ ໃນອານາຄົດຄາດວ່າ: ຈະມີນັກລົງທຶນ ເຂົ້າມາລົງທຶນຫລາຍຂຶ້ນ, ສ່ວນອັດຕາ ການເຕີບໂຕຂອງທຸລະກິດ ພິເສດສາມຫລ່ຽມຄຳ ໃນແຕ່ລະປີບໍ່ຫລຸດ 50%, ມາຮອດປະຈຸບັນນີ້ ມູນຄ່າການລົງທຶນ ຂອງຜູ້ພັດທະນາ ແລະ ນັກລົງທຶນ ມີມູນຄ່າເກືອບ 1.000 ລ້ານໂດລາສະຫະລັດ, ຖ້າທຽບໃສ່ແຜນໄລຍະຍາວ ຂອງເຂດໄດ້ພຽງ 10% ເທົ່ານັ້ນ ແລະ ຍັງອີກ 90% ຕ້ອງໄດ້ລົງທຶນຕື່ມ.

ສຳລັບໂຄງການຕ່າງໆ ທີ່ລັດທະບານລາວ ໄດ້ອານຸມັດໃຫ້ພັດທະນາຢູ່ ເຂດເສດທະກິດພິເສດ ສາມຫລ່ຽມຄຳ ປະກອບມີ: ການສ້າງພື້ນຖານໂຄງລ່າງ, ພັດທະນາທີຢູ່ອາໄສ, ອະສັງຫາລິມະຊັບ, ໂຮງແຮມ, ໂທລະຄົມມະນາຄົມ, ພັດທະນາການທ່ອງທ່ຽວ, ທະນາຄານ, ເຂດປອດພາສີ, ການຂົນສົ່ງ, ອຸດສາຫະກຳ ແລະ ອື່ນໆ ມາຮອດດຽວນີ້ໄດ້ປະຕິບັດ ພຽງແຕ່ 2–3 ໂຄງການ ເຊິ່ງພາກສ່ວນ ກ່ຽວຂ້ອງຈະຕ້ອງເພີ່ມທະວີການດຶງດູດ ການລົງທຶນໃຫ້ຫລາຍຂຶ້ນ ໃນອານາຄົດ.

 

ແຫລ່ງຂ່າວ: Mahason Magazine
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...