spot_img
Homeຂ່າວພາຍ​ໃນປະທານປະເທດ ຊີ້ນຳວຽກງານຢູ່ສະຫວັນນະເຂດ

ປະທານປະເທດ ຊີ້ນຳວຽກງານຢູ່ສະຫວັນນະເຂດ

Published on

ໃນວັນທີ 25 ມັງກອນ 2017 ຜ່ານມານີ້ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີບັນດາລັດຖະມົນຕີ, ຄະນະປະຈຳ, ຄະນະບໍລິຫານງານພັກແຂວງ, ພະນັກງານຫຼັກແຫຼ່ງ, ບຳນານອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ, ທ່ານ ສັນຕິພາບ ພົມວິຫານ ຈົ້າແຂວງ ສະຫວັນນະເຂດ ໄດ້ລາຍງານສະພາບການພົ້ນເດັ່ນການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງໃນ 1 ປີຜ່ານມາ ເຫັນວ່າເສດຖະກິດຂອງແຂວງ ໄດ້ມີການຂະຫຍາຍ ຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ, GDP ເພີ່ມຂຶ້ນສະເລ່ຍ 10,31% ຕໍ່ປີ, ໃນນັ້ນ ກະສິກຳເພີ່ມຂຶ້ນ 6,06% ກວມເອົາ 31,6%; ອຸດສາ ຫະ ກຳ-ຫັດຖະກຳ ເພີ່ມຂຶ້ນ 11,62% ກວມເອົາ 35,1% ແລະ ການ ບໍລິການເພີ່ມຂຶ້ນ 14,30% ກວມເອົາ 33,27%, ລາຍໄດ້ ສະເລ່ຍໃສ່ຫົວຄົນບັນລຸໄດ້ 1.799 ໂດລາສະຫະລັດ, ການ ຈັດຕັ້ງ ປະຕິບັດໂຄງການລົງ ທຶນຂອງລັດ ເພື່ອຮັບໃຊ້ໃຫ້ ແກ່ການພັດທະນາພື້ນຖານ ໂຄງລ່າງເຂົ້າໃນການຜະລິດ ກະສິກຳ ກໍໄດ້ຮັບການກໍ່ສ້າງ ແລະ ສ້ອມແປງ, ດ້ານການປົກປັກຮັກສາ ແລະ ຄຸ້ມຄອງທຸລະກິດໄມ້ໄດ້ປະຕິບັດຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ຢ່າງເຂັ້ມງວດ, ປະກົດການຫຍໍ້ທໍ້ ກ່ຽວກັບໄມ້ສາມາດແກ້ໄຂໄດ້ ໂດຍພື້ນຖານ, ດ້ານອຸດສາຫະກຳເຫັນ ວ່າໄດ້ພັດທະນາໄປ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ການຜະລິດສິນຄ້າ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ ຕ່າງປະເທດມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະແມ່ນສິນຄ້າ ຈາກຜະລິດຕະພັນກະສິກຳ, ມູນຄ່າການສົ່ງອອກສິນຄ້າໃນ ໜຶ່ງປີຜ່ານມາປະຕິບັດໄດ້ 602,8 ລ້ານໂດລາສະຫະລັດ ແລະ ການນຳເຂົ້າສິນຄ້າປະຕິ ບັດໄດ້ 516,3 ລ້ານໂດລາສະຫະລັດ; ຕາໜ່າງ ການຈໍລະຈອນສິນຄ້າ ໄດ້ຮັບການຂະຫຍາຍຕົວໄປເຖິງເຂດຊົນນະບົດຫ່າງໄກສອກຫຼີກ, ປະຊາຊົນໄດ້ເຂົ້າເຖິງຕະຫຼາດ, ການຜະລິດ ແລະ ການຊື້-ຂາຍສິນ ຄ້ານັບມື້ຫຼາຍຂຶ້ນ.

ໃນໂອກາດຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ແຂວງ ສະຫວັນນະເຂດໃນຄັ້ງນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ໂອ້ລົມຕໍ່ຄະນະນຳ ຊຶ່ງກ່ອນ ອື່ນທ່ານໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາ ສູງຕໍ່ຜົນການ ຈັດຕັ້ງ ປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງແຂວງເພື່ອເປັນການສືບ ຕໍ່ຮັກສາມູນເຊື້ອອັນດີງາມໃນ ການພັດທະນາປະເທດຊາດ ຂອງຕົນສ້າງເງື່ອນໄຂເອື້ອ ອຳນວຍໃຫ້ເສດຖະກິດ-ສັງ ຄົມກໍ່ຄື ປະຊາຊົນບັນດາເຜົ່າ ພາຍໃນແຂວງມີຊີວິດການ ເປັນຢູ່ທີ່ດີຂຶ້ນ, ພາຍໃຕ້ການນຳ ພາຂອງອົງຄະນະພັກແຂວງ ເຮັດໃຫ້ເສດຖະກິດຂອງແຂວງ ມີການຂະຫຍາຍຕົວເປັນກ້າວໆ ພົ້ນເດັ່ນອີກອັນ ໜຶ່ງ ແມ່ນການ ລົງທຶນໃນຂົງເຂດກະສິກຳຂອງ ປະຊາຊົນນອກຈາກກຸ້ມກິນ ມີ ສ່ວນແຮໄວ້ແລ້ວຍັງສົ່ງອອກ ຂາຍໄປຕ່າງປະເທດ, ຄຽງຄູ່ ກັບຂົງເຂດການລົງທຶນດ້ານ ອຸດສາຫະກຳມີຫຼາຍຂະແໜງການ ເຫັນວ່າມີອັນໃໝ່ຍ້ອນ ເງື່ອນໄຂຂອງແຂວງມີຄວາມ ເໝາະສົມ, ສຳລັບການແກ້ໄຂ ຄວາມທຸກຍາກກ້າວສູ່ການຫັນ ປ່ຽນຢ່າງຕັ້ງໜ້າເຫັນວ່າບ້ານ ທຸກຍາກກໍຫຼຸຸດລົງເທື່ອລະກ້າວ ເຮັດໃຫ້ຫຼາຍ ຄອບ ຄົວມີຄວາມ ຮັ່ງມີເຂັ້ມແຂງ. ພ້ອມກັນນັ້ນກໍ່ ໃຫ້ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ, ສູ້ຊົນຈັດ ເກັບລາຍຮັບເຂົ້າງົບປະມານ ໃຫ້ບັນລຸຜົນສຳເລັດ, ພ້ອມ ກັນສູ້ຊົນປະຕິບັດ ໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍທີ່ວາງໄວ້ໃຫ້ມີໝາກຜົນ, ນອກຈາກນີ້ ໃຫ້ເອົາໃຈໃສ່ປັບປຸງແຫຼ່ງທ່ອງທ່ຽວ, ໜອງ, ບຶງຕ່າງໆ ທີ່ມີ ທຳມະຊາດຢູ່ແລ້ວ ເພື່ອດຶງ ດູດນັກ ທ່ອງທ່ຽວສ້າງ ລາຍຮັບ ໃຫ້ແກ່ແຂວງ.

ຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...