spot_img
Homeຂ່າວພາຍ​ໃນບານເຕະ ມິດຕະພາບ ແລະ ການກຸສົນ ໃນລາຍການ SCG ເມືອງທອງ ຢູໄນເຕັດ ອາຊຽນທົວ 2017

ບານເຕະ ມິດຕະພາບ ແລະ ການກຸສົນ ໃນລາຍການ SCG ເມືອງທອງ ຢູໄນເຕັດ ອາຊຽນທົວ 2017

Published on

ການແຂ່ງຂັນບານເຕະ ມິດຕະພາບ ແລະ ການກຸສົນ ໃນລາຍການ SCG ເມືອງທອງ ຢູໄນເຕັດ ອາຊຽນທົວ 2017 ລະຫວ່າງ ທີມລາວພຣີເມຍລີກ ອໍສະຕາ ຕ້ອນຮັບການມາຍາມຂອງ ສະໂມສອນ ເມືອງທອງ ຢູໄນເຕັດ ແຂ່ງຂັນ ໃນຕອນຄ່ຳຂອງມືນີ້ ວັນທີ 25 ມັງກອນ 2017 ເວລາ 18:30 ທີ ສະໜາມກິລາ ເຈົ້າອານຸວົງ.

ການແຂ່ງຂັນໃນສະໜາມ ເຄິ່ງເວລາທຳອິດ ແມ່ນສະເຫມີກັນໄປ 1 ປະຕຸຕໍ່ 1 ໂດຍທີ່ ທີມລາວພຣີເມຍລີກ ອໍສະຕາ ໄດ້ປະຕູຂຶ້ນນຳກ່ອນ ໃນຊ່ວງຕົ້ນເກມ ໃນນາທີທີ 09 ໂດຍ ພຸດດາວີ ອິນທິສານ ຍິງໄກໄລຍະປະມານ 30 ແມັດ ສຽບ 3 ລ່ຽມຜ່ານມືຜູ້ຮັກສາປະຕູ ມື 1 ຂອງໄທ ກາວິນ ທຳມະສັກຈານັນ ທີ່ພະຍາຍມບິນປັດ ເຂົ້າໄປຢ່າງສວຍງາມ ແລະ ໃນຊ່ວງທ້າຍເກມ ເມືອງທອງ ຢູໄນເຕັດ ມາຍິງປະຕູຕີສະເຫມີຈາກ Cleiton Silva ໃນນາທີທີ 38 ຈາກການປະສານງານຢ່າງຮູ້ໃຈ ຂອງລະບົບເກມບຸກ ທີ່ເຄາະຕາມຊ່ອງວ່າງ ເຂົ້າໄປຍິງໃນກອບ ເຂດໂທດເຂົ້າໄປຢ່າງສວຍງາມ ແລະ ປະຕູໄຊຂອງເກມ ເປັນຂອງ ທີມຜູ້ມາຍາມ ເກີດຂຶ້ນໃນນາທີທີ 54 ໂດຍ Cleiton Silva. ຈົບການແຂ່ງຂັນ ທີມລາວພຣີເມຍລີກ ອໍສະຕາ 1 – 2 ສະໂມສອນ ເມືອງທອງ ຢູໄນເຕັດ.

ບັນຍາກາດພາຍໃນສະຫນາມ ຕະຫລອດ 90 ນາທີ ແມ່ນດຳເນີນໄປຢ່າງ ມິດຕະພາບ ແລະ ເປັນການແລກປ່ຽນບົດຮຽນ ປະສົບການນຳກັນ ຢ່າງຈົບງາມ ລະຫວ່າງ 2 ທີມ ແລະ ກໍ່ຕ້ອງຂໍຂອບໃຈ ໂຄງການດີໆແບບນີ້ຈາກ SCG ປະເທດໄທ ແລະ ສະຫະພັນບານເຕະ ແຫ່ງຊາດລາວ ທີ່ຈັດການແຂ່ງຂັນບານເຕະ ລາຍການດີໆແບບນີ້ ໃຫ້ກັບແຟນບານລາວເຮົາໄດ້ຮ່ວມຊົມ ຮ່ວມເຊຍ.

19888 2512 3256

 

ຂ່າວຈາກ: http://laosportnews.com/index.php/news/article/1015
ພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...