spot_img
Homeຄວາມງາມສາວໆມີເຮ! ໜ້າກາກມະຫັດສະຈັນໃສ່ປຸບງາມປັບ ດຽວນີ້ມີຂາຍແລ້ວ

ສາວໆມີເຮ! ໜ້າກາກມະຫັດສະຈັນໃສ່ປຸບງາມປັບ ດຽວນີ້ມີຂາຍແລ້ວ

Published on

ປົກກະຕິເຫັນແຕ່ຢູ່ໃນລະຄອນ, ຮູບເງົາ ຫຼື ຊີຣີ້ ທີ່ມີການປ່ຽນໂສມໜ້າ ແລະ ບໍ່ຄິດວ່າໃນໂລກຂອງຄວາມຈິງມັນຈະມີແທ້ ແຕ່ສຳລັບໂລກໜ່ວຍນີ້ແມ່ນຫຍັງກໍ່ເກີດຂຶ້ນໄດ້ ເພາະໃນປັດຈຸບັນເກີດມີສິ່ງປະດິດໃໝ່ ຄື “ໜ້າກາກປ່ຽນໂສມ” ທີ່ມີການປະກາດຂາຍໃນໂລກໂຊຊຽວ ແລະ ໄດ້ກຳລັງໄດ້ຮັບຄວາມສົນໃຈຈາກຜູ້ຄົນເປັນຈຳນວນບໍ່ໜ້້ອຍ

oh

ໂດຍຫຼ້າສຸດ (25/01/2017) ມື້ນີ້ ທາງເຟສບຸກທີ່ມີຊື່ວ່າ  Coolmintz Rubber&Crossdress studio ໄດ້ເຜີຍໜ້າກາກປ່ຽນໂສມ “ໜ້າກາກແມ່ຍິງ” ລົງທີ່ເພສ ເຊິ່ງເປັນໜ້າກາກທີ່ເຮັດຈາກຊິລິໂຄນ ເນື້ອອ່ອນນຸ່ມ ສາມາດເໜັງປາກເວລາເວົ້າ, ເວລາກິນໄດ້, ໜ້າກາກນີ້ຈະມີກິ່ນຫອມ ແລະ ມີທັງເຈາະຕາ ກັບ ບໍ່ເຈາະຕາ ເຊິ່ງໜ້າກາກນີ້ມີລາຄາຂາຍຢູ່ທີ່ 1,741,000 ກີບຕໍ່ 1ອັນ

ຕໍ່ໄປນີ້ສາວໆທີ່ຢາກມີໃບໜ້າງາມ ໜ້າຮັກ ຄືໃນດາຣາ ຫຼື ຄືຕຸກກະຕາ ກໍ່ບໍ່ຈຳເປັນຕ້ອງໄປຜ່ານການສັນລະຍະກຳໃບໜ້າອີກຕໍ່ໄປແລ້ວ ແລະ ບໍ່ຕ້ອງນອນຝັນກາງເວັນອີກຕໍ່ໄປ ເພາະປັດຈຸບັນ ໄດ້ມີໜ້າກາກມະຫັດສະຈັນທີ່ໃສ່ປຸບງາມປັບ ປ່ຽນຈາກຜີເປັນນາງຟ້າໄປທັນທີ, ວ້າວ…! ຖືວ່າເປັນສິ່ງປະດິດໃໝ່ທີ່ສຸດຍອດອີກອັນໜຶ່ງໃນສັດຕະວັດທີ 21 ນີ້ເລີຍກໍ່ວ່າໄດ້

oh3

oh2

 

ພາບ ແລະ ຂໍ້ມູນຈາກ: Coolmintz Rubber&Crossdress studio

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...