spot_img
Homeຂ່າວຕ່າງປະເທດຈີນເປີດຕົວເລນລົດຖີບລອຍຟ້າ ຍາວທີ່ສຸດໃນໂລກ

ຈີນເປີດຕົວເລນລົດຖີບລອຍຟ້າ ຍາວທີ່ສຸດໃນໂລກ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ມັງກອນ 2017 ນີ້ວ່າເມືອງເຊ່ຍເໝິນ ເມືອງທາງພາກຕາເວັນອອກສ່ຽງໃຕ້ຂອງຈີນ ໄດ້ເປີດຕົວເລນລົດຖີບລອຍຟ້າ ທີ່ມີຄວາມຍາວທີ່ສຸດໃນໂລກ ເປົ້າໝາຍເພື່ອຫຼຸດບັນຫາລົດຕິດຂອງເມືອງ ແລະຍັງເປັນການສະໝັບສະໜູນລະບົບຂົນສົ່ງສີຂຽວ ແບບຮັກໂລກອີກດ້ວຍ

ເລນລົດ

ເລນລົດຖີບລອຍຟ້ານີ້ ມີຄວາມກວ້າງ 4.8 ແມັດ ປະກອບດ້ວຍເລນແລ່ນ 4 ເລນ ເຊິ່ງຖືວ່າເປັນເລນລົດຖີບລອຍຟ້າທີ່ມີຄວາມຍາວທີ່ສຸດໃນໂລກ ດ້ວຍໄລຍະທາງເຖິງ 7.6 ກິໂລແມັດ ເຊິ່ງຕໍ່ກັບສະຖານີປະຈຳທາງ ຂອງເມືອງເຖິງ 11 ສະຖານີ

ເລນລົດຖີບ

ປົກກະຕິແລ້ວ ຄົນເມືອງເຊ່ຍເໝິນບໍ່ນິຍົມມັກການຂີ່ລົດຖີບປານໃດ ທາງການຈຶ່ງໄດ້ໃຊ້ລົດຖີບ 355 ຄັນເພື່ອໃຫ້ເຊົ່າ ສໍາລັບຜູ້ທີ່ສົນໃຈ, ນອກນັ້ນຍັງມີບ່ອນຈອດລົດຖີບກວ່າ 253 ຄັນ ສໍາລັບລົດຖີບບຸກຄົນທົ່ວໄປ ໃນ 7 ສະຖານີນຳອີກ, ນອກຈາກນັ້ນຍັງມີລະບົບຈອດແບບທັນສະໄໝ ດ້ວຍໃຊ້ສະມາດກຣາດໃນການປົດລ໊ອກລົດຖີບທີ່ຈອດຢູ່

ບົດຄວາມຫຼ້າສຸດ

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...