spot_img
Homeຂ່າວຕ່າງປະເທດໂອບາມາສັ່ງຖະຫຼົ່ມອີຣັກທັນທີ ຖ້າພົນລະເມືອງສະຫະລັດຖືກຄຸກຄາມ

ໂອບາມາສັ່ງຖະຫຼົ່ມອີຣັກທັນທີ ຖ້າພົນລະເມືອງສະຫະລັດຖືກຄຸກຄາມ

Published on

ສະຖານະການອີຣັກເຄັ່ງຕຶງຂຶ້ນ ຫຼັງກຸ່ມກະບົດປະກາດທຳລາຍລ້າງຊົນເຜົ່າກຸ່ມນ້ອຍເຍຊິດິສ ໂອບາມາລັ່ນ ໂຈມຕີທາງອາກາດທັນທີ ຖ້າຫາກມີໄພຄຸກຄາມຕໍ່ພົນລະເມືອງສະຫະລັດອາເມລິກາ.

ສຳນັກຂ່າວບລູມເບີກດັອດຄອມ ເປີດເຜີຍວ່າ ປະທານາທິບໍດີບາຣັກ ໂອບາມາຂອງສະຫະລັດ ໃຫ້ອຳນາດກອງທັບອາກາດສະຫະລັດ ໂຈມຕີທາງອາກາດໃນອີຣັກທັນທີ ຖ້າຫາກເກີດໄພຄຸກຄາມຕໍ່ພົນລະເມືອງສະຫະລັດ.

A drone designed and constructed by Concepcion University and the Chilean army is seen during a flight test at Concepcion city

ໃນຂະນະດຽວກັນ ສະຫະລັດ ກໍພ້ອມໃຫ້ຄວາມຊ່ວຍເຫຼືອພົນລະເມືອງອີຣັກໂດຍການສົ່ງອາຫານ ແລະນ້ຳທາງອາກາດ ໃນພື້ນທີ່ທີ່ອາດຈະສ່ຽງຕໍ່ການສູ້ຮົບທີ່ໃກ້ເມືອງຊິນຍາ ຕິດກັບຊາຍແດນຊີຣີ.

ເຊິ່ງການຊ່ວຍເຫຼືອດັ່ງກ່າວຖືກສົ່ງໄປຍັງຊົນເຜົ່າກຸ່ມນ້ອຍ ຊາວເຍຊິດິສ ເຊິ່ງກຸ່ມຕິດອາວຸດຫົວຮຸນແຮງໄດ້ປະກາດທີ່ຈະທຳລາຍຊາວເຍຊິດິສ ເຊິ່ງຖືເປັນການປະກາດຂ້າລ້າງເຜົ່າພັນ.

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...