Homeຂ່າວຕ່າງປະເທດເກີດເຫດລົດໄຟຕົກລາງຢູ່ອິນເດຍ ເສຍຊີວິດແລ້ວ 39 ຄົນ

ເກີດເຫດລົດໄຟຕົກລາງຢູ່ອິນເດຍ ເສຍຊີວິດແລ້ວ 39 ຄົນ

Published on

ສຳນັກຂ່າວເອເອຟຟີລາຍງານເມື່ອວັນທີ 22 ມັງກອນ 2017 ຜ່ານມາວ່າ ເຈົ້າໜ້າທີ່ກູ້ໄພອິນເດຍ ເລັ່ງຊ່ວຍເຫຼືອຊີວິດຜູ້ໂດຍສານທີ່ຕິດຢູ່ໃນຊາກລົດໄຟ, ຫຼັງຈາກທີ່ລົດໄຟຂະບວນດ່ວນພິເສດ 8 ຕູ້ ໄດ້ເດີນທາງລະຫວ່າງເມືອງຈັກດາລປູ ລັດສັດຕິສຄອນ ໄປຫານະຄອນບູບາເນສວາ ເມືອງເອກຂອງລັດໂອຣິສາ ໄດ້ປະສົບອຸປະຕິເຫດຕົກລາງ ຢູ່ເມືອງວິສຍະນາກາຣາມ ລັດອານທຳ ມີຜູ້ເສຍຊີວິດຢ່າງໜ້ອຍ 39 ຄົນ ບາດເຈັບອີກ 50 ຄົນ ໃນເວລາ 23:00 ໂມງຕາມເວລາທ້ອງຖິ່ນ

ເຈົ້າໜ້າທີ່ຄາດວ່າ ຍອດຜູ້ເສຍຊີວິດຈະເພີ່ມຂຶ້ນ ແລະເຈົ້າໜ້າທີ່ຊ່ວຍກັນລຳລຽງຜູ້ທີ່ລອດຊີວິດອອກມາທາງປ່ອງຢ້ຽມ

ທ່ານ ເຈ ພີ ມິຊຣາ  ໂຄສົກຝ່າຍເດີນລົດໄຟ ອິສ ໂຄສ ເຣລເວ ໄດ້ບອກວ່າ ສາເຫດທີ່ລົດໄຟຕົກລາງນັ້ນ ຍັງບໍ່ສາມາດຄາດເດົາໄດ້ ແລະຍັງຢູ່ລະຫວ່າງການສືບສວນ, ສ່ວນຜູ້ໂດຍສານຕອນກຳລັງເກີດເຫດນັ້ນ ມີຫຼາຍກວ່າ 600 ຄົນ ເຊິ່ງຜູ້ທີ່ບໍ່ໄດ້ຮັບບາດເຈັບ ທາງການອິນເດຍຈະສົ່ງລົດເມ 10​ ຄັນ ມາຮັບສົ່ງໄປຫາຈຸດໝາຍປາຍທາງຢູ່ນະຄອນເນສວາ, ສ່ວນເສັ້ນທາງການເດີນລົດໄຟເສັ້ນນີ້ຈະຖືກປິດບໍລິການຊົ່ວຄາວ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...