spot_img
Homeຂ່າວພາຍ​ໃນຊັອກວົງການບານລາວ! ທີມລ້ານຊ້າງ ຢູໄນເຕັດ ຂໍຖອນຕົວອອກຈາກການແຂ່ງຂັນລາວພຣີເມຍລີກ 2017

ຊັອກວົງການບານລາວ! ທີມລ້ານຊ້າງ ຢູໄນເຕັດ ຂໍຖອນຕົວອອກຈາກການແຂ່ງຂັນລາວພຣີເມຍລີກ 2017

Published on

ເມື່ອປະມານ 2 ຊົ່ວໂມງທີ່ຜ່ານມາ ຂອງມື້ນີ້ (22/01/2017) ທາງຜູ້ຈັດການເພສລ້ານຊ້າງ ໄດ້ອອກມາປະກາດໃຫ້ແຟນບານໄດ້ຮັບຮູ້ກັນທົ່ວໜ້າ ວ່າ ໃນການແຂ່ງຂັນບານເຕະລາວລີກ 2017 ທີມສະໂມສອນ ລ້ານຊ້າງ ຢູໄນເຕັດ ຈະຂໍຖອນຕົວອອກຈາກການແຂ່ງຂັນ ເຊິ່ງຂ່າວນີ້ໄດ້ສ້າງຕື່ນຕົກໃຈໃຫ້ກັບແຟນບານເປັນຈຳນວນຫຼາຍ ແລະ ບັນ ດາແຟນບານລາວ ຮູສຶກເສຍດາຍກັບຜົນງານຂອງທີມລ້ານຊ້າງທີ່ສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການບານລາວ ແລະ ບໍ່ຢາກໃຫ້ເກີດເຫດການແບບນີ້ຂຶ້ນ ເຊິ່ງເນື້ອໃນທີ່ໂພສຕ໌ລົງເຟສບຸກເພສ LANEXANG UNITED ມີລາຍລະອຽດດັ່ງນີ້

ຕ້ອງຂໍຂອບໃຈ ບັນດານັກກິລາ ສະຕາບໂຄຊ ຄະນະບໍລິຫານທີມ. ຂອບໃຈບັນດາບໍລິສັດ ຜູ້ໃຫ້ການສະຫນັບສະຫນູນ ແລະ ທີ່ສໍາຄັນຂອບໃຈແຟນບານຊ້າງ 12 ແລະ ແຟນບານລາວທຸກທ່ານ ທີ່ເຮັດໃຫ້ ທີມລ້ານຊ້າງ ຢູໄນເຕັດ ໄດ້ສ້າງປະຫວັດສາດຫນ້າໃຫມ່ໃຫ້ວົງການກິລາລາວ ແລະ ຍົກລະດັບບານລາວໃຫ້ສາມາດແຂ່ງຂັນ ແລະ ພົ້ນເດັ່ນໃນພາກພຶ້ນ ເຮັດໃຫ້ຫລາຍໆປະເທດ ຮັບຮູ້ວ່າທີມເຮົາບໍ່ແມ່ນຄູ່ຊ້ອມຂອງທີມໃດ.

ແຕ່ການທີ່ຈະສ້າງທີມໃຫ້ແຂ່ງແກ່ນ ແລະ ສາມາດເຂົ້າໄປຮ່ວມແຂ່ງໃນລະດັບອາຊີ ມີຫລາຍປັດໃຈ ບໍ່ວ່າຈະເປັນ ການພັດທະນາລີກພາຍໃນໃຫ້ໄດ້ມາດຕະຖານ ແລະ ມີການແຂ່ງຂັນສະຫມໍ່າສະເຫມີ. ຕ້ອງມີບໍລິສັດ ທີ່ໃຫ້ການສະຫນັບສະຫນູນ ດ້ານເງິນທຶນທີ່ພຽງພໍ.

ແຕ່ມາເຖິງປະຈຸບັນ ກໍ່ຕ້ອງຍອມຮັບວ່າ ໄດ້ມີຫລາຍທີມຖອນຕົວອອກຈາກການແຂ່ງຂັນລາວລີກ ຍັງເຫລືອພຽງແຕ່ 5-6ທີມ ເຊິ່ງເຫັນວ່າ ເປັນໄປໄດ້ຍາກທີຈະຈັດການແຂ່ງຂັນໃຫ້ມາດຕະຖານ ແລະ ແນ່ນອນ ຖ້າຈໍານວນທີມຫນ້ອຍລົງ ຈໍານວນ ການແຂ່ງຂັນ ແລະ ຜູ້ຊົມກໍ່ຈະຫລຸດລົງ ເຊິ່ງສົ່ງຜົນໃຫ້ ຫລາຍໆບໍລິສັດ ສະປອນເຊີ້ ກໍ່ລັງເລໃນການ ທີ່ຈະໃຫ້ການສະຫນັບສະຫນູນທີມ.

ສະຫລຸບວ່າ: ທີມລ້ານຊ້າງຢູ່ໃນເຕັດ ຈະຖອນຕົວອອກຈາກການແຂ່ງຂັນ ລາວລີກ 2017 ແລະ AFC CUP 2017. ຍ້ອນຫລາຍໆເຫດຜົນ.

ຂໍຂອບໃຈທຸກພາກສ່ວນທີ່ໃຫ້ການສະຫນັບສະຫນູນຕະຫລອດມາ.
ຂໍໂທດແຟນບານທີ່ເຮັດໃຫ້ ຜິດຫວັງ ແລະ ກໍ່ຫວັງວ່າບັນດາທ່ານຈະເຂົ້າໃຈໃນການຕັດສິນໃຈຂອງ ທີມຂອງພວກເຮົາ.
ລ້ານຊ້າງ ຢູໃນເຕັດຈະກັບມາ ອີກໃນເວລາເຫມາະສົມ ເພື່ອສືບສານ ແລະສ້າງຕໍານານໃນວົງການບານລາວຕໍ່ໄປ. ຂໍຂອບໃຈ.

 

ແຫລ່ງທີ່ມາຈາກ: LANEXANG UNITED
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...