ພາຍຸຫິມະຖະລົ່ມພາກເໜືອຂອງຍີ່ປຸ່ນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 13 ມັງກອນ 2017 ວ່າ ຂ່າວໂທລະພາບໄດ້ເຜີຍແຜ່ໃຫ້ເຫັນສະພາບອາກາດທີ່ຮ້າຍແຮງເພາະພາຍຸລະດູໜາວພັດເຂົ້າມາກະໜ່ຳພື້ນທີ່ທາງພາກເໜືອ ແລະ ພາກຕະເວັນຕົກຂອງຍີ່ປຸ່ນ ມີປະລິມານຫິມະສະສົມສູງເຖິງ 2 ແມັດ ປະຊາຊົນຕ້ອງອອກມາຕັກຫິມະທີ່ໜ້າເຮືອນ ແລະ ເທິງຫຼັງຄາຂອງຕົນເອງອອກ ເຈົ້າໜ້າທີ່ຕຳຫຼວດໄດ້ພົບຍິງໄວອາຍຸ 61 ປີ ນອນເສຍຊີວິດເມື່ອວັນພະຫັດທີ່ຜ່ານມາ ຢູ່ກອງຫິມະໜ້າເຮືອນຂອງນາງເອງ ທີ່ແຂວງ ມາກາຕະ ເທິງເກາະຮອນຊູ

ສຳນັກຂ່າວອຸຕຸນິຍົມຂອງຍີ່ປຸ່ນ ຄາດວ່າຈະມີຫິມະຕົກໜັກຕໍ່ເນື່ອງໃນທ້າຍອາທິດນີ້ ແລະ ອຸນຫະພູມຈະປັບຫລຸດລົງຕ່ຳກວ່າ 0 ອົງສາໃນນະຄອນໂຕກຽວເມືອງຫຼວງຂອງ ຍີ່ປຸ່ນ

963.9

 

ຂ່າວຈາກ: http://www.dailynews.co.th/foreign/548823
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!