spot_img
Homeຂ່າວພາຍ​ໃນເຜີຍແຜ່ລະບຽບຕ່າງໆ ໃຫ້ບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ

ເຜີຍແຜ່ລະບຽບຕ່າງໆ ໃຫ້ບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ

Published on

ໃນວັນທີ 11 ມັງກອນ 2017 ຜ່ານມານີ້ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ໄດ້ມີກອງປະຊຸມຊີ້ແຈງລະບຽບການ ແລະ ມາດຕະຖານເຕັກນິກຕ່າງໆພາກສະໜາມ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂດຍການເປັນປະທານຂອງທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງ ຍທຂ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ມີຜູ້ຕາງໜ້າຈາກບໍລິສັດທາງລົດໄຟລາວ-ຈີນ, ພ້ອມດ້ວຍຕົວແທນຈາກກຸ່ມບໍລິສັດຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາ-ສຳຫຼວດອອກແບບ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານອໍານວຍການບໍລິສັດທາງລົດໄຟລາວ-ຈີນ ຈ່າວສຽງ ກ່າວວ່າ: ໂຄງການລົດໄຟລາວ-ຈີນ ເປັນໂຄງການທີ່ການນຳສູງສຸດຂອງພັກ-ລັດຖະບານສອງປະເທດ ໄດ້ໃຫ້ຄວາມເອົາໃຈໃສ່ພິເສດ ເພື່ອເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງຄົມມະນາຄົມ, ໂດຍເຊື່ອມຈອດກັບເສັ້ນທາງລົດໄຟ ຢູຊີຫາ ບໍ່ຫານ ຂອງ ສປ ຈີນ ຢູ່ຈຸດເໜືອສຸດ ແລະ ເຊື່ອມຕໍ່ກັບເສັ້ນທາງລົດໄຟຂອງປະເທດໄທຢູ່ຈຸດໃຕ້ສຸດ, ເຊິ່ງໃນອະນາຄົດຈະເປັນທາງລົດໄຟສຳຄັນສາຍໜຶ່ງຂອງເສັ້ນທາງລົດໄຟຜ່ານອາຊີ.

ສະນັ້ນ, ເພື່ອຮັບປະກັນໃຫ້ໂຄງການໄດ້ສຳເລັດການກໍ່ສ້າງ, ມີມາດຕະຖານສູງ ແລະ ສາມາດເປີດໃຫ້ບໍລິການທັນກຳນົດເວລາ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ ແລະ ກຸ່ມບໍລິສັດທີ່ຮັບເໝົາການກໍ່ສ້າງ, ພ້ອມດ້ວຍພະນັກງານກໍາມະກອນທຸກຄົນຕ້ອງມີຄວາມຮັບຜິດຊອບສູງ, ເຄົາລົບນັບຖືລະບຽບກົດໝາຍ ແລະ ຮີດຄອງປະເພນີລາວ, ເອົາໃຈໃສ່ການປົກປັກຮັກສາສິ່ງແວດລ້ອມ ແລະ ທຳມະຊາດຂອງ ສປປ ລາວ, ປະຕິບັດການກໍ່ສ້າງໃຫ້ໄດ້ມາດຕະຖານດີ ແລະ ຄວບຄຸມການກໍ່ສ້າງດ້ວຍລະບົບເຄື່ອງມືທັນສະໄໝ, ມີຄວາມປອດໄພສູງ ເພື່ອປະກອບສ່ວນສ້າງພາບພົດ ອັນຈົບງາມແກ່ໂຄງການດັ່ງກ່າວ ກໍຄືປະກອບສ່ວນ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...