spot_img
Homeຂ່າວຕ່າງປະເທດ"ບາຣັກ ໂອບາມາ" ກ່າວຄຳອຳລາຕຳແໜ່ງຢ່າງເປັນທາງການ

“ບາຣັກ ໂອບາມາ” ກ່າວຄຳອຳລາຕຳແໜ່ງຢ່າງເປັນທາງການ

Published on

 ເມື່ອວັນທີ 11 ມັງກອນ 2017 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ບາຣັກ ໂອບາມາ ປະທານາ ທິບໍດີສະຫະລັດອາເມລິກາ ຂຶ້ນກ່າວອຳລາຕຳແໜ່ງຢ່າງເປັນທາງການ ທ່າມກາງຜູ້ສະໜັບສະໜູນຫຼາຍພັນຄົນ ທີ່ມາຮວມຕົວກັນທີນະຄອນ ຊິຄາໂກ ລັດອິລລິນອຍສ໌

ທ່ານ ບາຣົກ ໂອບາມາ ໄດ້ກ່າວຄຳຂອບໃຈຊາວອາເມລິກາທຸກຄົນ ຮວມເຖິງທ່ານ ໂຈ ໄບເດນ ຮອງປະທານາທິບໍດີສະຫະລັດອາເມລິກາ ແລະ ເຈົ້າໜ້າທີ່ທຳນຽບຂາວທຸກຄົນ ໂດຍບອກວ່າ “ຖືເປັນກຽດສູງສຸດໃນຊີວິດທີ່ໄດ້ເຮັດວຽກຮັບໃຊ້ປະເທດ ແລະ ຍັງກ່າວເຖິງຄຳຂັວນ Change ໝາຍເຖິງຄວາມປ່ຽນແປງ ເຊິ່ງເປັນນະໂຍບາຍເດັ່ນທີ່ຊື້ໃຈຄົນອາເມລິກາ ຈົນເຮັດໃຫ້ເຂົາໄດ້ຮັບໂອກາດເຂົ້າມາບໍລິຫານປະເທດ” ໂດຍບອກວ່າ ຊິຄາໂກ ເຊິ່ງເປັນບ້ານເກີດ ແລະ ເປັນສະຖານທີ່ທີ່ເຂົາປະກາດໄຊຊະນະໃນການເລືອກຕັ້ງ ລາວໄດ້ສອນໃຫ້ລູກຮູ້ວ່າ ຄວາມປ່ຽນແປງຈະເກີດຂຶ້ນກໍ່ຕໍ່ເມື່ອປະຊາຊົນທຸກຄົນມີສ່ວນຮ່ວມ ແລະ ຫຼັງຈາກບໍລິຫານປະເທດຄົບ 2 ສະໃໝ ເປັນເວລາດົນກວ່າ 8 ປີ ເຂົາກໍ່ຍັງຄົງມີຄວາມເຊື່ອວ່າ ຄວາມປ່ຽນແປງຍັງສາມາດເກີດຂຶ້ນໄດ້

ນອກຈາກນີ້ທ່ານ ບາຣັກ ໂອບາມາ ຍັງໄດ້ຍ້ອງຍໍຄວາມເປັນປະຊາທິປະໄຕ ທີ່ເຮັດໃຫ້ປະເທດປ່ຽນແປງໄປໃນທາງທີ່ດີຂຶ້ນ ພ້ອມຮຽກຮ້ອງໃຫ້ຄົນຮຸ່ນຫຼັງເລີກຈົ່ມ ແລະ ດຳເນີນຮອຍຕາມແນວຄິດຂອງປະຊາທິປະໄຕ ຄື ການມີຄວາມສຸກ ແລະ ທຸກໄປພ້ອມກັນ ທ່າມກາງຄວາມແຕກຕ່າງພາຍນອກ

ທ່ານ ບາຣັກ ໂອບາມາ ຍັງບໍ່ລືມກ່າວຂອບໃຈຄອບຄົວ ບໍ່ວ່າຈະເປັນລູກສາວທັງສອງຄົນ ຮວມເຖິງ ມິເຊລ ໂອບາມາ ພັນລະຍາ ແລະ ເພື່ອນທີ່ດີທີ່ສຸດທີ່ຢູ່ຄຽງຂ້າງເຂົາມາຕະຫຼອດ 25 ປີ ໂດຍບອກວ່າ “ນາງ ມິເຊລໄດ້ພິສູດໃຫ້ເຫັນວ່າ ນາງຄືຕົ້ນແບບທີ່ດີຂອງຄົນອາເມລິກັນຮຸ່ນຕໍ່ໆໄປ ແລະ ນາງເຮັດໃຫ້ເຂົາ ແລະ ປະເທດພູມໃຈ”

 

ຂ່າວຈາກ: http://news.sanook.com/2150862/

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...