spot_img
Homeຂ່າວການພັດທະນາລະເບີດບໍ່ທັນແຕກ ຂ້າຄົນລາວແລ້ວ 20 ພັນກ່ວາຄົນ ນັບແຕ່ສິ້ນສຸດສົງຄາມເປັນຕົ້ນມາ

ລະເບີດບໍ່ທັນແຕກ ຂ້າຄົນລາວແລ້ວ 20 ພັນກ່ວາຄົນ ນັບແຕ່ສິ້ນສຸດສົງຄາມເປັນຕົ້ນມາ

Published on

20140804131510

 

ນັບ​ແຕ່​ປິດ​ສາກ​ສົງຄາມ​ອິນດູ​ຈີນ​ລົງ​ເກືອບ 40 ປີ ກໍ່​ຍັງ​ມີເສດ​ສົງຄາມ​ທີ່​ຍັງ​ຢັ່ງຢາຍ​ຫຼົງເຫຼືອ​ ຕາມ​ບັນດາ​ປະເທດ

​ຖຶກ​ຮຸກຮານ ເຊັ່ນ: ​ສປປ ລາວ ມາ​ເຖິງປັດຈຸບັນ ມີ​ຜູ້​ເສຍ​ຊີວິດ​ຈາກ​ລະເບີດ​ບໍ່​ທັນ​ແຕກ​ແລ້ວ ​ຫຼາຍ​ກວ່າ 20 ພັນ​ຄົນ

ພາກສ່ວນ​ທີ່​ກ່ຽວຂ້ອງ​ສາມາດ​ລົງ​ກວດ​ກູ້​ແລ້ວ​ໃນເນື້ອທີ່ 4.958 ເຮັກຕາ ຖື​ວ່າ​ຍັງໜ້ອຍ​ກວ່າ​ທີ່​ຄາດ​ການ​ເອົາ​ໄວ້.

 

ທ່ານ ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງການ​ຄະນະ​ກຳ​ມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອ​ແກ້ໄຂ​ບັນຫາ​ລະເບີດ​ບໍ່​ທັນ

​ແຕກ​ທີ່​ຕົກຄ້າງ​ຢູ່ ​ສປ​ປລາວ (​ຄຊກລ) ກ່າວໃນ​ງານ​ລະນຶກ ຄົບຮອບ 20 ປີ ກ່ຽວ​ກັບ​ວຽກ​ງານ​ກວດ​ກູ້​ລະເບີດບໍ່​ທັນ​

ແຕກ​ຢູ່​ໃນ​ລາວ ເມື່ອ​ວັນ​ທີ 30 ກໍລະກົດ 2014 ໃຫ້​ຮູ້​ວ່າ: ນັບແຕ່​ອະດີດ​ຈົນ​ເຖິງ​ປັດຈຸບັນ ​ລະເບີດ​ທີ່​ບໍ່​ທັນ​ແຕກ​ຂ້າ​ຄົນ

​ລາວແລ້ວ ​ຫຼາຍ​ກວ່າ 20 ພັນ​ຊີວິດຈາກ​ທຸກ​ພື້ນ​ທີ່​ໃນ​ທົ່ວ​ປະເທດ ການ​ກວດ​ກູ້ ແລະ ແກ້​ໄຂ​ບັນຫາລະເບີດ​ບໍ່​ທັນ​ແຕກ

​ຢູ່​ໃນ ​ສປປ ລາວ ໄດ້​ດຳເນີນ​ມາ​ເປັນ​ຢ່າງ​ດີ ນັບ​ແຕ່​ເດືອນ​ກັນຍາ 2013-ມິ​ຖຸນາ 2014 ດ້ວຍ​ການ​ສະໜັບ​ສະໜູນ​ຂອງ​

ວົງ​ຄະນາ​ຍາດ​ສາກົນ ແລະ ການ​ຊ່ວຍເຫຼືອ​ຂອງ​ບັນດາປະເທດ ສາມາດ​ກວດ​ກູ້​ເນື້ອທີ່​ທັງໝົດ​ເກືອບ 5 ພັນ​ເຮັກຕາ

ທຳລາຍ​ລະເບີດ​ລູກ​ຫວ່ານ 43.897 ໜ່ວຍ ບົ່ມ​ໃຫຍ່ 263 ໜ່ວຍ ແລະ ອື່ນໆລວມ 28.113 ໜ່ວຍ.

 

ຈາກ​ການ​ເອົາໃຈໃສ່​ໂຄສະນາ​ສຶກ​ສາ ​ຄວາມ​ສ່ຽງ​ຈາກ​ລະເບີດ​ບໍ່​ທັນ​ແຕກ​ ເຮັດ​ໃຫ້​ຈຳນວນ​ຜູ້ຖືກ​ເຄາະ​ຮ້າຍ​ຫຼຸດ​ລົງ​ຈາກ

300 ຄົນ​ລົງ​ມາ​ເປັນ 56 ຄົນ ໃນ​ປີ 2012 ແລະ ແຕ່​ເດືອນ​ກັນຍາ ປີ 2013 ມາ​ເຖິງ​ປັດຈຸບັນ​ມີ 47 ຄົນ.

 

ເຖິງ​ວ່າ​ຈຳນວນ​ຜູ້​ຖືກ​ເຄາະຮ້າຍ ​ຈາກ​ລະເບີດ​ບໍ່​ທັນ​ແຕກ​ໄດ້ຫຼຸດ​ລົງ​ຢ່າງ​ໜ້າ​ພໍໃຈ ​ແຕ່ 6 ເດືອນ​ຕົ້ນ​ປີ 2014 ນີ້ ຍັງ​ມີ​ຜູ້​

ຖືກເຄາະ​ຮ້າຍ​ຈາກ​ລະເບີດ 36 ຄົນ ເຊິ່ງ​ຫຼາຍ​ກວ່າ 6 ເດືອນ​ຕົ້ນ​ປີ 2013 ຈຳນວນ 20 ຄົນ ແລະ ສາມາດ​ຊ່ວຍ​ເຂົາເຈົ້າ​ໄດ້

​ໜ້ອຍ ການ​ກວດ​ກູ້​ລະເບີດ​ໄດ້​ພຽງ​ແຕ່ 70.000 ເຮັກຕາ ເຊິ່ງ​ກໍ່​ບໍ່​ບັນລຸເປົ້າ​ໝາຍ MDG ເຊັ່ນ​ດຽວ​ກັນ ລັດຖະບານ​ລາວ

​ຕີ​ລາຄາ​ວ່າ ຈະຕ້ອງ​ໄດ້​ໃຊ້​ຊັບພະຍາກອນ​ທຶນ​ບຸກຄະລາ​ກອນ ແລະ ເຕັກນິກ-ເຕັກໂນ​ໂລ​ຊີຕາມ​ຈັງຫວະ​ປັດຈຸບັນ​ ຈະບໍ່​ສາ

ມາດ​ບັນລຸ​ຄາດໝາຍ MDG ແລະ ພັດທະນາ​ສັນຍາ​ໂອ​ສະ​ໂລຢ່າງ​ແນ່ນອນ.

 

ຢ່າງໃດ​ກໍ່​ຕາມ​ສິ່ງ​ທີ່​ລັດ​ຖະບານ​ ຈະ​ຕ້ອງ​ໄດ້​ຮີບ​ຮ້ອນ​ຊອກຫາ​ແຫຼ່ງ​ທຶນ ​ເພື່ອ​ໂຄສະນາ​ສຶກ​ສາຄວາມ​ສ່ຽງ ​ຜັນ​ຂະຫຍາຍ

​ແຜນຍຸດ​ທະ​ສາດ​ຊ່ວຍເຫຼືອ​ຜູ້​ລອດ​ຊີວິດ ແລະ ຟື້ນ​ຟູ​ສຸຂະພາບ​ຜູ້​ລອດຊີວິດ​ຈາກ​ລະເບີດ​ບໍ່​ທັນ​ແຕກ ​ທັງສຸມ​ໃສ່​ກວດ​ກູ້​

ພື້ນ​ທີ່ 64 ຈຸດ​ສຸມພັດທະນາ ແລະ 167 ເຂດ​ພື້ນທີ່​ທຳ​ມາ​ຫາ​ກິນ​ຂອງ​ປະຊາຊົນບັນດາເຜົ່າ ເພາະ​ປີ 2015 ເປັນມ້ວນທ້າຍ​

ຂອງ​ການຈັດຕັ້ງ​ປະຕິບັດ ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ເພື່ອການ​ພັດທະນາ ແລະ ເປັນ​ປີ​ທີ 5 ຂອງ​ການຈັດຕັ້ງ​ປະຕິບັດ​ສົນທິ

ສັນຍາ ​ໂອ​ສະ​ໂລ ​ວຽກ​ງານ​ແກ້​ໄຂລະເບີດ​ບໍ່​ທັນ​ແຕກ​ຢູ່ ​ສປປ ລາວ ຍິ່ງ​ມີ​ຄວາມ​ທ້າ​ທາຍ​ຫຼາຍ​ກວ່າ​ປີຜ່ານ​ມາ.

 

ແຫຼ່ງຂ່າວ: http://vientianemai.net/teen/khao/1/12385

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...