spot_img
Homeຂ່າວພາຍ​ໃນພຶດຕິກຳຂອງຜູ້ຊາຍ ທີ່ຜູ້ຍິງບໍ່ມັກ

ພຶດຕິກຳຂອງຜູ້ຊາຍ ທີ່ຜູ້ຍິງບໍ່ມັກ

Published on

ຜູ້ຊາຍມັກຈະພົບບັນຫາແຟນຕົນເອງແບບວ່າ ຢູ່ດີໆກໍມິດຫງຽບ ບໍ່ເວົ້າຈານຳກັນ ຫຼືບາງຄັ້ງກໍຄຽດ, ໃຈຮ້າຍໃສ່, ຖ້າແຟນຂອງເຈົ້າເປັນແບບນີ້ ຄິດໄວ້ເລີຍວ່າ ເຈົ້າຕ້ອງເຮັດສິ່ງໃດໜຶ່ງທີ່ບໍ່ຖືກໃຈ ຫຼືຜິດໃຈ ດັ່ງນັ້ນ ເຮົາມາຮູ້ນຳກັນວ່າ ພຶດຕິກຳຂອງຜູ້ຊາຍ ທີ່ເຮັດໃຫ້ແຟນສາວບໍ່ມັກມີຫຍັງແດ່

  1. ແຟນໂທມາບໍ່ຮັບ: ແມ່ນຢູ່ວ່າຜູ້ຊາຍມັກຈະບໍ່ສົນໃຈນຳໂທລະສັບ ແຕ່ສາວໆຈະບໍ່ເຂົ້າໃຈ ເມື່ອໂທຫາແລ້ວບໍ່ຮັບ ຈະເຮັດໃຫ້ຫງຸດຫງິດທຸກເທື່ອທີ່ໂທມາຫາຫຼາຍສາຍແຕ່ບໍ່ຮັບ ແລະບໍ່ຍອມໂທກັບ ຈະເຮັດໃຫ້ສາວໆຄຽດໃຫ້ເຈົ້າແນ່ນອນ
  2. ບໍ່ສະແດງຄວາມຮັກເມື່ອຢູ່ຕໍ່ໜ້າໝູ່: ຜູ້ຍິງສ່ວນຫຼາຍມັກໃຫ້ແຟນຕົນເອງເປີດເຜີຍຄວາມສຳພັນກັບຄົນອື່ນ ວ່າຮັກສາວໆຫຼາຍປານໃດ ເຊິ່ງຖ້າຫາກເຮັດໄດ້ຈະເຮັດໃຫ້ສາວໆພູມໃຈໃນຕົວເຈົ້າ, ເຊິ່ງຜູ້ຊາຍສ່ວນຫຼາຍເວລາໄປຫາໝູ່ ຈະບໍ່ສະແດງຄວາມຮັກຢູ່ຕໍ່ໜ້າ ດັ່ງນັ້ນສາວໆຈຶ່ງຄຽດໃຫ້ຕະຫຼອດ
  3. ເຈົ້າມັກໃຫ້ເວລາກັບກິດຈະກຳທີ່ຕົນມັກຈົນລືມສາວໆ: ເຊິ່ງຈະເຮັດໃຫ້ສາວໆນ້ອຍໃຈ ເພາະແຟນຕົນເອງບໍ່ເອົາໃຈໃສ່ຕົນ ແຕ່ກັບເອົາເວລາໄປສົນໃຈກັບສິ່ງອື່ນຫຼາຍກວ່າ
  4. ມີໝູ່ເພື່ອນເປັນຜູ້ຍິງຫຼາຍຄົນ: ຜູ້ຍິງຈະບໍ່ມັກໃຫ້ແຟນຕົນເອງໄປຫຍຸ້ງກ່ຽວກັບສາວໆຄົນອື່ນ ເຖິງແມ່ນວ່າຈະບໍ່ໄດ້ເປັນແຟນກັນກໍຕາມ ເພາະຍິງຈະເປັນຄົນທີ່ນ້ອຍໃຈເກັ່ງທີ່ສຸດ
  5. ເຈົ້າເປັນຫ່ວງຄວາມຮູ້ສຶກແຟນເກົ່າຫຼາຍກວ່າ ຄວາມຮູ້ສຶກຂອງແຟນໃນປະຈຸບັນ: ເລື່ອງແບບນີ້ ຈະເຮັດໃຫ້ສາວໆບໍ່ມັກທີ່ສຸດ ເພາະຕອນນີ້ເຈົ້າເລີກກັນແລ້ວກໍບໍ່ຄວນຈະມາຫຍຸ້ງກ່ຽວຫຍັງນຳກັນອີກຕໍ່ໄປ ເຖິງແມ່ນວ່າຈະມີວຽກຫຍັງກໍຕາມ
  6. ເຈົ້າຊວນໝູ່ເຈົ້າໄປກິນເຂົ້ານຳກັນ: ເພາະຜູ້ຍິງມັກໄປນຳແຟນສອງຄົນຫຼາຍກວ່າ ເຊິ່ງຜູ້ຍິງບໍ່ມັກໃຫ້ຄົນອື່ນໄປນຳ ເວລານີ້ ຄວນຈະເປັນເວລາຂອງເຈົ້າທັງສອງຄົນຫຼາຍກວ່າ
  7. ບໍ່ໃຫ້ຄວາມສຳຄັນໃນວັນພິເສດ: ຜູ້ຍິງມັກຈະໃຫ້ຜູ້ຊາຍ ໃສ່ໃຈໃນວັນພິເສດ ຫຼາຍກວ່າວັນອື່ນໆ ແຕ່ໜຸ່ມໆສ່ວນຫຼາຍ ຈະບໍ່ໃຫ້ຄວາມສຳຄັນຫຼາຍ ເທົ່າກັບທີ່ສາວໆຕ້ອງການ ໂດຍສະເພາະເລື່ອງຂອງການໄປກິນເຂົ້າ ເຊິ່ງໜຸ່ມໆຄວນຈະພາແຟນຕົນເອງໄປກິນເຂົ້າໃນຮ້ານໃໝ່ແດ່ ບໍ່ແມ່ນວ່າຈະໄປແຕ່ຮ້ານເກົ່າເທົ່ານັ້ນ
  8. ບໍ່ແກ້ໄຂໃນສິ່ງທີ່ສາວໆບໍ່ມັກ:ສິ່ງໃດທີ່ສາວໆບໍ່ມັກ ຈະບອກອອກມາ ເພື່ອໃຫ້ແຟນຕົນປ່ຽນແປງ ແຕ່ຜູ້ຊາຍສ່ວນຫຼາຍກໍບໍ່ໃສ່ໃຈ ບໍ່ປ່ຽນແປງ ຈະເຮັດໃຫ້ສາວໆບໍ່ມັກ ທີ່ເຈົ້າເຮັດພຶດຕິກຳແບບນີ້

ເມື່ອຜູ້ຊາຍທັງຫຼາຍ ຮູ້ແບບນີ້ແລ້ວວ່າ ຜູ້ຍິງທັງຫຼາຍບໍ່ມັກ ເມື່ອເຈົ້າເຮັດພຶດຕິກຳແບບນີ້ ກໍຄວນປັບປ່ຽນ ເພື່ອເຮັດໃຫ້ຄວາມສຳພັນຂອງເຈົ້າທັງສອງຍືນຍາວຕໍ່ໄປ ແລະຮັກກັນໄປດົນໆ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...