spot_img
Homeຂ່າວພາຍ​ໃນສະຫຼຸບການຊື້-ຂາຍຮຸ້ນ ວັນທີ 4 ມັງກອນ 2017

ສະຫຼຸບການຊື້-ຂາຍຮຸ້ນ ວັນທີ 4 ມັງກອນ 2017

Published on

ຕະຫຼາດຫຼັກຊັບລາວ ເພີ່ມຂຶ້ນ 54.58 ຈຸດ ຫຼື 5.21% ໃນມື້ທີສອງຂອງການຊື້-ຂາຍກັນຂອງປີ 2017 ເນື່ອງຈາກຮຸ້ນ EDL-Gen ເພີ່ມຂຶ້ນ 300 ກີບ ໄປເປັນ 5,500 ກີບ ແລະຮຸ້ນ BCEL ຂຶ້ນໄປຮອດ 6,000 ກີບ ເປັນເທື່ອທໍາອິດນັບຕັ້ງແຕ່ເດືອນສິງຫາ 2015.

ໃນມື້ນີ້ ຮຸ້ນທະນາຄານ ຊື້-ຂາຍກັນດ້ວຍລາຄາທີ່ເພີາມຂຶ້ນ 500 ກີບ ໄປເປັນ 6,000 ກີບ ດ້ວຍປະລິມານການຊື້-ຂາຍທັງໝົດ 21,000 ຮຸ້ນ, ສຳລັບຮຸ້ນ BCEL ໄດ້ມີລາຍງານການເງິນສໍາລັບ 9 ເດືອນທຳອິດຂອງປີ 2016 ທີ່ດີຂຶ້ນ ເຊິ່ງສະແດງໃຫ້ເຫັນກຳໄລຕໍ່ຮຸ້ນເຖິງ 708 ກີບ, ຫຼາຍກວ່າໄລຍະດຽວກັນຂອງປີ 2015 (ທີ່ມີກຳໄລຕໍ່ຮຸ້ນ 233 ກີບ). ໃນຂະນະດຽວກັນ ຮຸ້ນ EDL-Gen ກໍໄດ້ເພີ່ມຂຶ້ນເຖິງ 300 ກີບທີ່ 5,500 ກີບ ແລະໃນມື້ນີ້ກໍມີຜູ້ຂາຍທີ່ໜ້ອຍກວ່າເກົ່າຫຼາຍ. ຮຸ້ນ PTL ຫຼຸດລົງ 50 ກີບ ມາປິດທີ່ 2,450 ກີບ ດ້ວຍປະລິມານການຊື້-ຂາຍ 23,400 ຮຸ້ນ ເຊິ່ງເປັນມູນຄ່າປະມານ 57​ ລ້ານກີບ. ໃນອີກດ້ານໜຶ່ງ ຮຸ້ນ SVN ຍັງຄົງຊົງຕົວບໍ່ປ່ຽນແປງທີ່ 2,700 ກີບ ດ້ວຍການຊື້-ຂາຍກັນ 4,300 ຮຸ້ນ, ແຕ່ຮຸ້ນ  LWPC ບໍ່ມີການຊື້-ຂາຍກັນ ແລະລາຄາກໍຍັງຢູ່ທີ່ 5,900 ກີບ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...