spot_img
Homeຂ່າວຕ່າງປະເທດຈີນ ເຕືອນສະຖານະການໝອກໜາ ລະດັບສູງສຸດເປັນຄັ້ງທຳອິດ

ຈີນ ເຕືອນສະຖານະການໝອກໜາ ລະດັບສູງສຸດເປັນຄັ້ງທຳອິດ

Published on

ສຳນັກຂ່າວ ຊີເອັນເອັນ ລາຍງານເມື່ອວັນທີ 3 ມັງກອນ 2017 ຜ່ານມານີ້ວ່າ ປະເທດຈີນ ໄດ້ປະກາດເຕືອນສະຖານະການ ຝຸ່ນຄວັນ ໃນລະດັບສີແດງ ເຊິ່ງເປັນລະດັບສູງສຸດ, ເຊິ່ງໃນຕອນນີ້ ປະເທດຈີນ ໄດ້ປະກາດເຕືອນໄພສະຖານະການໝອກປົກຄຸມໜາໃນລະດັບສີແດງ

ຫໍສັງເກດການແຫ່ງຊາດຂອງຈີນ ໄດ້ແຈ້ງເຕືອນເມື່ອວັນອັງຄານ ວັນທີ 3 ມັງກອນ 2016 ຜ່ານມາ ເຖິງລະດັບຂອງໝອກທີ່ປົກຄຸມໜາໃນພາກເໜືອ ແລະພາກຕາເວັນອອກຂອງປະເທດ ຄວບຄຸມພື້ນທີ່ກວ່າ 24 ເມືອງ ໝອກປົກຄຸມໜາຮອດຍອດຕຶກສູງ ເຮັດໃຫ້ທັດສະນະໃນການເບິ່ງເຫັນບໍ່ແຈ້ງ

ເຊິ່ງໃນຕອນເຊົ້າຂອງ ວັນພຸດ ວັນທີ 4 ມັງກອນ 2017 ປະລິມານໝອກໜາຫຼາຍຂອງເມືອງປາກກິ່ງ, ທຽນຈິນ, ເຫີ້ເປ່ຍ ໄດ້ຫຼາຍຂຶ້ນຈົນຫຼຸດລະດັບການເບິ່ງເຫັນລົງມາໜ້ອຍກວ່າ 500 ແມັດ, ຂະນະທີ່ມົນທົນເຫີ່ໜານ, ຊານຕົງ, ອານຮຸຍ ແລະຈຽງຊູ ຕົກຢູ່ໃນສະຖານະການຂັ້ນຮຸນແຮງ ເພາະລະດັບການເບິ່ງເຫັນຫຼຸດລົງຕໍ່າກວ່າ 50 ແມັດ

ທາງດ້ານກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຈີນ ຍັງເຕືອນສະຖານະການໝອກໃນລະດັບສີສົ້ມໃນທາງພາກເໜືອ, ພາກຕາເວັນອອກ ແລະພາກກາງຂອງຈີນ ຫຼັງຈາກແຜ່ປົກຄຸມພື້ນທີ່ດັ່ງກ່າວ ມາຕັ້ງແຕ່ວັນສຸກ ວັນທີ 30 ທັນວາ 2016ຜ່ານມາ ເຊິ່ງກະແສລົມໜາວ ຈະຊ່ວຍບັນເທົາໝອກ ແລະຄວັນໄດ້ ໃນຊ່ວງວັນພຸດ ແລະວັນພະຫັດນີ້

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...