spot_img
Homeປ່ອງຢ້ຽມດວງດາວ"ອີເອສເອ" ເຜີຍພາບກຸ່ມດາວເກີດໃໝ່ໃນເສັ້ນທາງຊ້າງເຜືອກ

“ອີເອສເອ” ເຜີຍພາບກຸ່ມດາວເກີດໃໝ່ໃນເສັ້ນທາງຊ້າງເຜືອກ

Published on

ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມືື່ອວັນທີ 4 ມັງກອນ 2017 ວ່າ. ເມກໂມເລກຸນໂອຣຽນເອ ຂະໜາດໃຫຍ່ຄື ໂຮງງານຜະລິດດວງດາວ (Star Factory) ທີ່ຢູ່ໃກ້ກັບໂລກມະນຸດຫຼາຍທີ່ສຸດ ແລະ ເຮັດໃຫ້ບັນດານັກດາລາສາດສາມາດສັງເກດການ ວິທີການກໍ່ຕົວຂອງດາວໄດ້ຢ່າງໃກ້ຊິດ

ກຸ່ມກ໊າຊໂອຣຽນ ຫຼື ທີ່ຮູ້ຈັກນຳກັນໃນອີກຊື່ໜຶ່ງວ່າ ເມສຊີເອີ 42 (Messier 42) ຢູ່ຫ່າງຈາກໂລກອອກໄປປະມານ 1,350 ປີແສງ ແລະ ມີມວນໜາແໜ້ນກວ່າດວງຕະເວັນ 2,000 ເທົ່າ ໂດຍໝວດກຸ່ມດາວອາຍຸນ້ອຍຫຼາຍສາມາດເບິ່ງເຫັນໄດ້ ໂດຍການໃຊ້ກ້ອງໂທທະທັດ VISTA ຂອງຫໍຊົມດາວ (ອີເອສໂອ) ປະເທດຊິລີ ເຊິ່ງເປັນກ່ອງຂະໜາດໃຫຍ່ທີ່ສຸດໃນໂລກສຳລັບການສຳຫຼວດ ກຸ່ມດວງດາວ ດ້ວຍຄວາມຍາວຂອງຄື້ນລັງສີອິນຟາເຣດ

999-6

 

ຖະແຫຼງການຂອງ ອົງການອາວະກາດຢຸໂຣບ (ອີເອສໂອ) ເມື່ອວັນພຸດທີ່ຜ່ານມາ ກ່າວວ່າ ການສຳຫຼວດຄັ້ງໃຫມ່ ເຮັດໃຫ້ວິວັດທະນາການຍຸກເລີ່ມຕົ້ນຂອງກຸ່ມດາວອາຍຸນ້ອຍ ພາຍໃນເມກໂມເລກຸນທີ່ຢູ່ໃກ້ຄຽງ ໄດ້ຮັບການສຶກສາຢ່າງເປັນລະບົບ

ໂຄງການສຳຫຼວດຂອງອີເອສໂອ ຈົນເຖິງປັດຈຸບັນ ຄົ້ນພົບດາວໃໝ່ ມີວັດຖຸຄ້າຍດາວອາຍຸນ້ອຍ ແລະ ກາແລັກຊີທີ່ຢູ່ຫ່າງໄກເກືອບ 800,000 ດວງ. ກຸ່ມກ໊າຊໂອຣຽນທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ເທິງທ້ອງຟ້າໃນຍາມກາງຄືນ ໄດ້ຮັບການອະທິບາຍທາງວິທະຍາສາດເປັນຄັ້ງທຳອິດ ໃນຊ່ວງຕົ້ນສັດຕະວັດທີ 17

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/546838
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...