spot_img
Homeຂ່າວຕ່າງປະເທດໄຟປ່າໄໝ້ລາມຮຸນແຮງຢູ່ຈີເລ ເຜົາເຮືອນຊານປະຊາຊົນກ້ຽງ ຫລາຍກວ່າ 100​ ຫລັງຄາເຮືອນ

ໄຟປ່າໄໝ້ລາມຮຸນແຮງຢູ່ຈີເລ ເຜົາເຮືອນຊານປະຊາຊົນກ້ຽງ ຫລາຍກວ່າ 100​ ຫລັງຄາເຮືອນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມັງກອນຜ່ານມານີ້ວ່າ ເກີດເຫດໄຟປ່າໄໝ້ລາມຢ່າງຮຸນແຮງ ຢູ່ເມືອງວັນປາໄຣໂຊ ແຄມຝັ່ງທະເລຂອງປະເທດຈີເລ ເມື່ອຕອນຫົວຄ່ຳຂອງວັນທີ 2 ມັງກອນເປັນຕົ້ນມາ ຫລ້າສຸດມີເຮືອນຊາ່ນຂອງປະຊາຊົນ ຖືກໄຟໄໝ້ເສຍຫາຍແລ້ວ ຫລາຍກວ່າ 100​ ຫລັງຄາເຮືອນ ໃນຂະນະທີ່ທາງການຈີເລ ເລັ່ງອົບພະຍົບປະຊາຊົນກວ່າ 400 ຄົນ ອອກໄປສູ່ເຂດທີ່ປອດໄພ.

ທ່ານ ມະມູດ ອາລິວວີ ລັດຖະມົນຕີກະຊວງພາຍໃນຈີເລ ໄດ້ຖະແຫລງວ່າ ມີຊາວບ້ານໄດ້ຮັບບາດເຈັບເລັກໜ້ອຍ 19 ຄົນ ໃນຂະນະທີ່ເຮືອນຊານຂອງປະຊາຊົນອີກ ປະມານ 500​ ຫລັງ ຍັງມີຄວາມສ່ຽງທີ່ຈະຖືກໄຟໄໝ້ລາມໄປເຖິງ, ປັດຈຸບັນທາງການ ໄດ້ລະດົມເຈົ້າໜ້າທີ່ມອດໄຟເກືອບ 50 ໜ່ວຍ ຈາກເມືອງວັນປາໄຣໂຊ ແລະ ເຂດເທດສະບານໃກ້ຄຽງ ເຂົ້າມາຊ່ວຍມອດໄຟ ຂະນະທີ່ພະນັກງານສືບສວນ ຍັງຢູ່ລະຫວ່າງການຊອກຫາສາເຫດຂອງໄຟໄໝ້ປ່າຄັ້ງນີ້.

560000000051901

A firefighter removes the remains of a burned house on a hill, where more than 100 homes were burned due to forest fire but there have been no reports of death, local authorities said in Valparaiso, Chile January 2, 2017. REUTERS/Rodrigo Garrido

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...