Homeຂ່າວຕ່າງປະເທດເກີດເຫດມືປືນກາດຍິງໃນໄນຄຣັບ ໃນເມືອງອິສຕັນບູນ ປະເທດຕັວກກີ ໃນຄືນສົ່ງທ້າຍປີເກົ່າ

ເກີດເຫດມືປືນກາດຍິງໃນໄນຄຣັບ ໃນເມືອງອິສຕັນບູນ ປະເທດຕັວກກີ ໃນຄືນສົ່ງທ້າຍປີເກົ່າ

Published on

ສຳນັກຂ່າວຕ່າງປະເທດລາຍງານ ຈາກເມືອງອິສຕັນບູລ ປະເທດ ຕັວກກີ ເມື່ອວັນທີ 1 ມັງກອນ ວ່າ ເມື່ອເວລາ 01.03 ໂມງ ວັນອາທິດ (ຕາມເວລາທ້ອງຖິ່ນ) ຫຼື ປະມານ 6.30 ໂມງ (ຕາມເວລາບ້ານເຮົາ) ເກີດເຫດຄົນຮ້າຍນຸ່ງຊຸດຊານຕາຄລອສ ກາດຍິງໃນໄນຄລັບ ເຣນາ ເຂດອໍຣາຕາຄອຍ ຂອງເມືອງ ອິສຕັນບູລ ເມືອງທີ່ມີປະຊາກອນໜາແໜ້ນທີ່ສຸດຂອງຕັວກກີ ເຊິ່ງເປັນຊ່ວງເວລາທີ່ ປະຊາຊົນຈຳນວນຫຼາຍໄດ້ໄປຮວມຕົວກັນເພື່ອສະເຫຼີມສະລອງຄືນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່

ສຳນັກຂ່າວເອັນທີວີຂອງຕັວກກີລາຍງານວ່າ ໃນຂະນະທີ່ເກີດເຫດມີປະຊາຊົນຢູ່ໃນໄນຄລັບດັ່ງກ່າວປະມານ 500-600 ຄົນ

ສຳນັກຂ່າວ ບີບີຊີປະເທດອັງກິດລາຍງານຕົວເລກ ປັດຈຸບັນມີຜູ້ເສຍຊີວິດຢ່າງໜ້ອຍ 35 ຄົນ ແລະ ບາດເຈັບຢ່າງໜ້ອຍ 40 ຄົນ ໂດຍອ້າງຂໍ້ມູນຈາກຜູ້ວ່າການເມືອງ. ທາງການຕັວກກີໄດ້ເພີ່ມລະດັບມາດຕະການຄວາມປອດໄພໃນເມືອງໃຫຍ່ທົ່ວປະເທດ ໂດຍໄດ້ລະດົມເຈົ້າໜ້າທີ່ປະມານ 17,000 ນາຍ ເພື່ອເຝົ້າລະວັງທົ່ວເມືອງ ອິສຕັນບູລ ທັງໃນ ແລະ ນອກເຄື່ອງແບບ

ແຫລ່ງຂ່າວ:​ http://www.dailynews.co.th/foreign/546172

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...