spot_img
Homeນານາສາລະໝາກຊູ ຊ່ວຍບຳລຸງກະດູກ, ແຂ້ວ ແລະຊ່ວຍຫຼຸດນໍ້າໜັກໄດ້ດີ

ໝາກຊູ ຊ່ວຍບຳລຸງກະດູກ, ແຂ້ວ ແລະຊ່ວຍຫຼຸດນໍ້າໜັກໄດ້ດີ

Published on

ໝາກຊູ ເປັນໝາກໄມ້ຊະນິດໜຶ່ງທີ່ມີປະໂຫຍດຫຼາຍຕໍ່ກະດູກ ແລະແຂ້ວ ມີລົດຊາດຫວານ, ແຊບ ແລະມີສັບພະຄຸນຫຼາຍຢ່າງທີ່ຫຼາຍຄົນອາດບໍ່ທັນຮູ້

  1. ເປັນອາຫານທີ່ດີສຳລັບຄົນກຳລັງຫຼຸດນໍ້າໜັກ ເພາະໃຫ້ພະລັງງານຕໍ່າ ແລະຍັງມີເສັ້ນໃຍອາຫານທີ່ຊ່ວຍໃນການຂັບຖ່າຍອີກດ້ວຍ
  2. ເປັນໝາກໄມ້ທີ່ມີລົດຊາດຈືດ ຫວານເລັກໜ້ອຍ ເໝາະກັບທຸກເພດໄວອາຍຸ
  3. ມີຟອສຟໍຣັດ ທີ່ຊ່ວຍໃນການຊ່ອມແຊມສ່ວນທີ່ເປັນບາດແຜພາຍໃນຮ່າງກາຍ
  4. ນໍ້າຕົ້ມໝາກຊູ ຊ່ວຍຫຼຸດຄວາມດັນເລືອດ ແລະລະລາຍໜິ້ວໃນໝາກໄຂ່ຫຼັງ
  5. ຊ່ວຍບຳລຸງຫົວໃຈ ແລະຫຼອດເລືອດໃຫ້ແຂງແຮງ
  6. ມີວິຕາມິນຊີ ທີ່ຊ່ວຍຫຼຸດອາການເລືອດອອກຕາມແຂ້ວ
  7. ມີໂຟເລດສູງ ເໝາະກັບຜູ້ຍິງຖືພາ, ກິນເພື່ອບຳລຸງ ແລະຊ່ວຍພັດທະນາການຂອງລູກນ້ອຍໃນທ້ອງ
  8. ມີແຄວຊຽມ ຊ່ວຍບຳລຸງກະດູກ ແລະແຂ້ວ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...