spot_img
Homeຂ່າວພາຍ​ໃນລັດຖະບານ ຈະສູ້ຊົນໃຫ້ປະຊາຊົນ ໄດ້ຊົມໃຊ້ໄຟຟ້າລາຄາຖືກ

ລັດຖະບານ ຈະສູ້ຊົນໃຫ້ປະຊາຊົນ ໄດ້ຊົມໃຊ້ໄຟຟ້າລາຄາຖືກ

Published on

ຕະຫລອດໄລຍະຫລາຍປີທີ່ຜ່ານມາ ລັດຖະບານ ໄດ້ສຸມໃສ່ການພັດທະນາ ໂຄງການໄຟຟ້າ ທັງພະລັງງານນ້ຳ ແລະ ພະລັງງານຈາກຖ່ານຫີນເຊິ່ງປັດຈຸບັນ ສຳເລັດແລ້ວກວ່າ 40 ແຫ່ງ ແລະ ມີກຳລັງຕິດຕັ້ງກວ່າ 6.000 ເມກາວັດ, ພ້ອມນັ້ນ ໄດ້ສະໜອງໃຫ້ປະຊາຊົນ ໃນທົ່ວປະເທດ ໄດ້ຊົມໃຊ້ກວ່າ 90% ຂອງຄອບຄົວທັງໝົດ. ແນວໃດກໍຕາມ ຍັງເຫັນວ່າປະຊາຊົນລາວ ໄດ້ຊົມໃຊ້ກະແສໄຟຟ້າ ທີ່ມີລາຄາຂ້ອນຂ້າງສູງ ເພາະທຸກໂຄງການ ລ້ວນແຕ່ເປັນການລົງທຶນ ຂອງຕ່າງປະເທດ ແລະ ມີໄລຍະສຳປະທານ ໄລຍະຍາວ, ແຕ່ລັດຖະບານ ກໍໄດ້ມີຄວາມພະຍາຍາມສູ້ຊົນ ໃຫ້ປະຊາຊົນ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ຖືກລົງ ໃນອະນາຄົດ.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບເລື່ອງນີ້ ຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ເນື່ອງຈາກ ພັກ-ລັດຖະບານ ໄດ້ມີນະໂຍບາຍພັດທະນາ ຂະແໜງໄຟຟ້າ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ຈະເລີນກ້າວໜ້າ ຈຶ່ງໄດ້ອະນຸຍາດ ໃຫ້ຕ່າງປະເທດ ເຂົ້າມາລົງທຶນກໍ່ສ້າງ ແລະ ສຳປະທານ ເປັນເວລາຫລາຍປີ ພໍສົມຄວນ. ສະນັ້ນ ຫາກເມື່ອໂຄງການໄຟຟ້າແຫ່ງຕ່າງໆ ສິ້ນສຸດໄລຍະ ການສຳປະທານ ແລະ ຢູ່ໃນການຄຸ້ມຄອງບໍລິການໂດຍກົງ ຂອງລັດຖະບານ, ລວມທັງການກຳເນີດເກີດຂຶ້ນ ຂອງພາກອຸດສາຫະກຳ ທີ່ນຳໃຊ້ໄຟຟ້າ ແບບຖາວອນ ແລະ ໝັ້ນຄົງ ຈຳນວນຫລາຍ ໃນທົ່ວປະເທດ, ເວລານັ້ນ ການຊົມໃຊ້ໄຟຟ້າຂອງປະຊາຊົນ ກໍຈະມີລາຄາທີ່ຖືກລົງ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...