spot_img
Homeນານາສາລະ15 ສັບພະຄຸນ ແລະປະໂຫຍດຂອງອ້ອຍ ໃນການປິ່ນປົວພະຍາດ

15 ສັບພະຄຸນ ແລະປະໂຫຍດຂອງອ້ອຍ ໃນການປິ່ນປົວພະຍາດ

Published on

 

  1. ອ້ອຍມີສັບພະຄຸນ ເປັນຢາບໍາລຸງກໍາລັງທີ່ຈະເຮັດໃຫ້ຮ່າງກາຍບໍ່ອ່ອນເພຍ
  2. ອ້ອຍອຸດົມໄປດ້ວຍແຮ່ທາດສໍາຄັນຕໍ່ຮ່າງກາຍເຊັ່ນທາດເຫຼັກ ຊຶ່ງມີໜ້າທີ່ຊ່ວຍປ້ອງກັນ ແລະປິ່ນປົວພະຍາດໂລຫິດຈາງທີ່ມີສາເຫດມາຈາກການຂາດທາດເຫຼັກ ຊ່ວຍບໍາລຸງເລືອດ ລວມທັງເສີມສ້າງການຈະເລີນເຕີບໂຕຂອງຮ່າງກາຍໃຫ້ເປັນປົກກະຕິ
  3. ຊ່ວຍຫຼຸດການເກີດແຂ້ວແມງໄດ້ ເພາະສ່ວນປະກອບຂອງນໍ້າຕານຊູໂຄຣສທີ່ມີໃນອ້ອຍມີຄ່າດັຊນີຂອງນໍ້າຕານຕໍ່າ ແລະຍັງເໝາະກັບຄົນທີ່ເປັນເບົາຫວານ ກໍສາມາດກິນອ້ອຍໄດ້
  4. ມີສັບພະຄຸນຊ່ວຍບັນເທົາອາການໄອ ເພາະນໍ້າອ້ອຍມີລິດເຢັນ ແລະຊຸ່ມຄໍ ແກ້ອາການຄໍແຫ້ງ ແລະຫິວນໍ້າ
  5. ອ້ອຍມີລິດໃນການການແກ້ອາການທ້ອງຜູກ ( ຖ່າຍຍາກ ) ເຮັດໃຫ້ລໍາໄສ້ສາມາດຂັບຖ່າຍອາຈົມໄດ້ສະດວກຂຶ້ນ ໃຊ້ເປັນຢາປິ່ນປົວພະຍາດກະເພາະອາຫານອັກເສບຊໍາເຮື້ອ ແລະຊ່ວຍບໍາລຸງກະເພາະອາຫານ
  6. ເປັນແຫຼ່ງລວມຂອງສານຕ້ານອະນຸມຸນອິດສະລະອີກແຫຼ່ງໜຶ່ງທີ່ໜ້າສົນໃຈຫຼາຍ ເພາະມີຢູ່ຫຼາກຫຼາຍຊະນິດ ຊຶ່ງຊ່ວຍເຮັດໃຫ້ຮ່າງກາຍມີປະສິດທິພາບຫຼາຍພໍຈະຕໍ່ສູ້ກັບພະຍາດ ແະລປົກປ້ອງຮ່າງກາຍຈາກມົນລພິດ ແລະສານເຄມີທີ່ເປັນອັນຕະລາຍ ແລະສົ່ງຜົນໃຫ້ອະໄວຍະວະຕ່າງໆຂອງຮ່າງກາຍທັງພາຍໃນ ແລະນອກບໍ່ເສື່ອມສະພາບໄວ
  7. ຊ່ວຍຢັບຢັ້ງບໍ່ໃຫ້ເຊວມະເຮັງແພ່ກະຈາຍໄດ້ໂດຍງ່າຍ ແລະມີຄຸນສົມບັດຕໍ່ຕ້ານອະນຸມຸນອິດສະລະລວມເຖິງເຊວມະເຮັງຕ່າງໆ
  8. ມີປະໂຫຍດຕໍ່ຜູ້ຍິງ ໂດຍສະເພາະຊ່ວງທີ່ມີປະຈໍາເດືອນ ແລະສາມາດບັນເທົາອາການເຈັບທ້ອງປະຈໍາເດືອນ ແລະຍັງບໍາລຸງໃຫ້ເລືອດປະຈໍາເດືອນມາປົກກະຕິ
  9. ມີສັບພະຄຸນປິ່ນປົວອາການໄຂ້ຂຶ້ນສູງ, ແກ້ອາການຮ້ອນໃນ ຫຼືແກ້ອາການຊໍ້າໃນ
  10. ມີລິດໃນການຂັບປັດສະວະ ຊ່ວຍລ້າງທາງເດີນປັດສະວະ ແລະສາມາດຂັບນິ້ວ ແລະປິ່ນປົວພະຍາດນິ້ວໄດ້
  11. ເປັນຢາປິ່ນປົວພະຍາດຫວັດທີ່ມີປະສິດທິພາບສູງ ເພາະໃນອ້ອຍອຸດົມໄປດ້ວຍວິຕາມິນຊີ
  12. ອ້ອຍເປັນແຫຼ່ງລວມຂອງສານອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ຊຶ່ງມີທັງສ່ວນປະກອບຂອງນໍ້າຄາຣ໌ໂບໄຮເດຣຕ, ໂປຣຕີນ, ໄຂມັນ, ເກືອ ແລະວິຕາມິນຫຼາກຫຼາຍ
  13. ມີວິຕາມິນບີ 6 ສູງ ຊຶ່ງສາມາດຊ່ວຍເສີມສ້າງພູມຕ້ານທານໃນຮ່າງກາຍໃຫ້ພ້ອມຕໍ່ສູ້ກັບເຊື້ອພະຍາດຕ່າງໆ ທີ່ເຂົ້າສູ້ຮ່າງກາຍ ແລະຍັງປ້ອງກັນພະຍາດກ່ຽວກັບລະບົບປະສາດ ແລະພະຍາດຜິວໜັງ
  14. ສັບພະຄຸນຂອງອ້ອຍຊ່ວຍໃຫ້ຮ່າງກາຍສາມາດເຜົາຜານອາຫານປະເພດແປ້ງ, ໄຂມັນ ແລະໂປຣຕີນໄດ້ດີຂຶ້ນ
  15. ອ້ອຍມີແຮ່ທາດສໍາຄັນ ທີ່ຈະຊ່ວຍບໍາລຸງຜິວພັນ ເບິ່ງແຍງກະດູກ, ເລັບ, ແຂ້ວ ແລະເສັ້ນຜົມໃຫ້ແຂງແຮງ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...