spot_img
Homeຂ່າວພາຍ​ໃນນາຍົກ ເຂົ້າຮ່ວມພິທີມອບ-ຮັບ ແລະເປີດນໍາໃຊ້ ຂົວຈໍານວນ 7 ແຫ່ງຢ່າງເປັນທາງການ

ນາຍົກ ເຂົ້າຮ່ວມພິທີມອບ-ຮັບ ແລະເປີດນໍາໃຊ້ ຂົວຈໍານວນ 7 ແຫ່ງຢ່າງເປັນທາງການ

Published on

ໃນວັນທີ 22 ທັນວາ 2016 ຜ່ານມາພິທີ ມອບ-ຮັບ ແລະເປີດນໍາໃຊ້ ຂົວ ຈໍານວນ 7 ແຫ່ງ ຢ່າງເປັນທາງການ ພາຍຫຼັງທີ່ສໍາເລັດການກໍ່ສ້າງ  ເປັນກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍອໍານາດການປົກຄອງ, ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ສຳລັບຂົວຂ້າມ ຈໍານວນ 7 ແຫ່ງ ຕາມເສັ້ນທາງເລກທີ 6A ເປັນຂົວເບຕົງເສີມເຫຼັກ ມີຄວາມຍາວທັງໝົດ 337 ແມັດ, ໜ້າຂົວລົດແລ່ນ ກວ້າງ 7 ແມັດ, ໃນນີ້ ມີຂົວນໍ້າລ້ວງ, ຫ້ວຍກະສາຍ, ຫ້ວຍຮວງ, ຫ້ວຍມອບ, ຫ້ວຍດິກ, ຫ້ວຍຢອງ ແລະ ຂົວນໍ້າມ້າ, ມີມູນຄ່າການກໍ່ສ້າງທັງໝົດ 5,77 ລ້ານໂດລາສະຫະລັດ ໂດຍແມ່ນທຶນການຊ່ວຍລ້າ ຈາກທະນາຄານໂລກ 70% ແລະ ທຶນສົມທົບ ຂອງລັດຖະບານ 30%; ໂຄງການດັ່ງກ່າວ ແມ່ນເລີ່ມລົງມືກໍ່ສ້າງແຕ່ວັນທີ 14 ມີນາ 2013 ມາຮອດປະຈຸບັນ ແມ່ນສໍາເລັດການກໍ່ສ້າງຕາມແຜນການ ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການ, ບັນດາຂົວດັ່ງກ່າວ ແມ່ນເຊື່ອມຕໍ່ລະຫວ່າງ ໝູ່ບ້ານ ຫາ ໝູ່ບ້ານ ພາຍໃນເມືອງສົບເບົາ ແລະ ເມືອງແອດ ເຮັດໃຫ້ການຄົມມະນາຄົມໄປ-ມາ ຂອງພໍ່ແມ່ປະຊາຊົນ ມີຄວາມສະດວກສະບາຍ ໂດຍສະເພາະແມ່ນ ການຂົນສົ່ງສິນຄ້າ ລະຫວ່າງ ຕົວເມືອງນ້ອຍ ແລະ ຕົວເມືອງໃຫຍ່.

%e0%ba%82%e0%ba%bb%e0%ba%a7%e0%ba%99%e0%bb%8d%e0%bb%89%e0%ba%b2%e0%ba%a1%e0%bb%89%e0%ba%b21
ສໍາລັບໂຄງການກໍ່ສ້າງນໍ້າປະປາ ເມືອງແອດ ແລະ ເມືອງຊຽງຄໍ້ ກໍ່ໄດ້ສໍາເລັດການກໍ່ສ້າງເຊັ່ນດຽວກັນ ພາຍໃຕ້ໂຄງການນໍ້າປະປາ ແລະ ສຸຂາພິບານ ຕົວເມືອງນ້ອຍ, ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 2,05 ລ້ານໂດລາສະຫະລັດ ໂດຍແມ່ນທຶນສະໜັບສະໜູນ ຈາກທະນາຄານພັດທະນາອາຊີ 90% ແລະ ທຶນສົມທົບຂອງລັດຖະບານ 10% ໂຄງການດັ່ງກ່າວນີ້ ສາມາດສະໜອງນໍ້າສະອາດ ໃຫ້ແກ່ປະຊາຊົນພາຍໃນ ເມືອງແອດ ແລະ ເມືອງຊຽງຄໍ້ ໄດ້ຢ່າງພຽງພໍ; ຜົນສໍາເລັດ ຂອງໂຄງການກໍ່ສ້າງຂົວ 7 ແຫ່ງ ແລະ ໂຄງການນໍ້າປະປາ ຢູ່ເມືອງແອດ ແລະ ເມືອງຊຽງຄໍ້ ແມ່ນໝາກຜົນຄວາມສໍາເລັດ ຂອງອໍານາດການປົກຄອງແຂວງຫົວພັນ ກໍ່ຄື ແຜນງານຂອງລັດຖະບານ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ໃນເຂດຊົນນະບົດ ໂດຍສະ ເພາະແມ່ນ ບັນດາໝູ່ບ້ານທີ່ຢູ່ອ້ອມຂ້າງຂອງ 02 ເມືອງດັ່ງກ່າວ ເຮັດໃຫ້ປະຊາຊົນ ໄດ້ນໍາໃຊ້ນໍ້າສະອາດ, ມີເສັ້ນທາງເຊື່ອມຕໍ່ໝູ່ບ້ານ ເຮັດໃຫ້ການໄປ-ມາ ມີຄວາມສະດວກສະປອດໄພ ພ້ອມທັງ ເປັນການສົ່ງ ເສີມ ວຽກງານການຄ້າ-ການທ່ອງທ່ຽວ ແລະ ການລົງທຶນ ໃນ 02 ເມືອງດັ່ງກ່າວ ມີຈໍານວນເພີ່ມຂຶ້ນ.
ໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕັດແຖບຜ້າ ເປີດການນໍາໃຊ້ຂົວທັງ 7 ແຫ່ງ ແລະ ໂຄງການນໍ້າປະປາ ເມືອງແອດ-ເມືອງຊຽງຄໍ້ ຢ່າງເປັນທາງການ ໂດຍມີທັງບັນດາພະນັກ ງານ, ວິຊາການ ຈາກຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

%e0%ba%82%e0%ba%bb%e0%ba%a7%e0%ba%99%e0%bb%8d%e0%bb%89%e0%ba%b2%e0%ba%a1%e0%bb%89%e0%ba%b22

ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ບັນດາເມືອງຕ່າງໆຂອງແຂວງຫົວພັນ ໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມອບທຶນສົມທົບ ໃຫ້ແກ່ເມືອງແອດ, ເມືອງຊຽງຄໍ້ ແລະ ເມືອງສົບເບົາ ເມືອງລະ 170 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນການພັດທະນາ ພາຍໃນຕົວເມືອງ, ເຊິ່ງເງິນທຶນດັ່ງກ່າວ ແມ່ນໄດ້ມາຈາກການປະກອບສ່ວນ ຂອງກະຊວງພະລັງງານ ແລະ ບໍ່ແຮ່; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ. ພ້ອມດຽວກັນນັ້ນ, ຍັງໄດ້ມອບເຄື່ອງຄອມພິວເຕີ ຈໍານວນ 03 ເຄື່ອງ, ມູນຄ່າທັງໝົດ 8.500.000 ກີບ ໃຫ້ໂຮງແກ່ ໂຮງຮຽນມັດທະຍົມ ສຶກສາສົມບູນ ສົບຮາວ, ເມືອງສົບເບົາ ເພື່ອປະກອບສ່ວນ ເຂົ້າໃນການຮຽນ-ການສອນ.

ແຫລ່ງຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມປະຊາສຳພັນ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...