spot_img
Homeຂ່າວພາຍ​ໃນນາຍົກ ເນັ້ນແຂວງຫົວພັນ ເຄັ່ງຄັດ ຕ້ານການຟຸມເຟືອຍ ເບີກຈ່າຍເງິນເດືອນທັນເວລາ

ນາຍົກ ເນັ້ນແຂວງຫົວພັນ ເຄັ່ງຄັດ ຕ້ານການຟຸມເຟືອຍ ເບີກຈ່າຍເງິນເດືອນທັນເວລາ

Published on

ວັນ​ທີ 22 ທັນວາ 2016 ຜ່ານມານີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ ໄດ້​ໂອ້​ລົມ​ໃຫ້​ທິດ​ຊີ້ນຳ ​ແກ່​ຄະນະ​ພັກ​ອຳນາດ​ການ​ປົກຄອງ ​ແລະ ພະນັກງານ​ຫລັກ​ແຫ​ລ່ງ ພ້ອມ​ດ້ວຍລັດຖະກອນ​ແຂວງ​ ຫົວພັນ ​​ໂດຍໄດ້ເນັ້ນໜັກ ໃຫ້ຄະນະ​ພັກ ​ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນ ຕ້ອງ​ເພີ່​ມທະວີ​ຄວາມເອົາ​ໃຈ​ໃສ່​ ຢ່າງ​ເຄັ່ງ​ຄັດ​ປະຕິບັດ​ມາດ​ຕະການ ​ປະຢັດ ​ຕ້ານ​ການ​ຟຸມ​ເຟື່ອຍ ​ແລະ ປະຕິບັດ​ ໃຫ້​ໄດ້​ຕາມ​ແຜນ​ງົບປະມານ​ແຫ່ງ​ລັດ ​ໂດຍ​ສະ​ເພາະ​ການ​ເບີກ​ຈ່າຍ​ເງິນ​ເດືອນ ​ຂອງ​ພະນັກງານ-​ລັດຖະກອນ-​ຄູ-​ອາຈານ-​ກຳລັງ​ປະກອບ​ອາວຸດ​ ໃຫ້​ໄດ້​ທັນຕາ​ມກຳນົດ​ເວລາ​ ໃນ​ທຸກໆທ້າຍ​ເດືອນ. ​

ພ້ອມ​ນັ້ນ ​ໃຫ້​ມີ​ຄວາມສາມັກຄີ​ປອງ​ດອງ​ ກັບ​ບັນດາ​ເຜົ່າ​ຢ່າງໜັກ​ແໜ້ນ, ອະນຸລັກ​ຮັກສາ​ວັດທະນະທຳ​ຮີດຄອງ​ປະ​ເພນີ​ ອັນ​ເປັນ​ມູນ​ເຊື້ອຂອງ​ເຜົ່າ ​ແລະ ຂອງ​ຊາດ​ໄວ້​ໃຫ້​ຍືນ​ຍົງ, ຮັບປະກັນ​ຄວາມ​ມີ​ສະຖຽນລະ​ພາບ​ ທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາ​ມສະຫງົບ​ຍຸຕິ​ທຳ, ພ້ອມ​ກັນ​ຮັກສາ ​ແລະ ​ເຊີດ​ຊູ​ກຽດຊື່ສຽງຖິ່ນ​ກຳ​ເນີ​ດ ຂອງ​ພັກ​ຂອງ​ລັດ, ຂອງ​ກອງທັບ​ປະຊາຊົນ​ລາວ​ ໄວ້​ໃຫ້ໝັ້ນຄົງ. ເອົ​າ​ໃຈ​ໃສ່​ຄົ້ນຄວ້າ​ ຄວບ​ຄຸມ​ບັນດາໜີ້ສິນ​ຂອງ​ລັດ ຜັນ​ຂະຫຍາຍ 5 ທ່າ​ແຮງຫລັກ​ ເພື່ອ​ພັດທະນາ​ແຂວງ​ຫົວພັນ ​ຕາມ​ທິດ​ສີຂຽວ ຍືນ​ຍົງ​ເປັນຕົ້ນ​ ແມ່ນການ​ປູກຝັງ, ລ້ຽງສັດ, ພະລັງງານ​ໄຟຟ້າ​ນ້ຳຕົກ, ຫັດ​ຖະກຳ ​ແລະ ການທ່ອງທ່ຽວ, ການ​ພັດທະນາທາງ​ດ້ານ​ວັດທະນະທຳ​ສັງຄົມ ​ໃຫ້​ສູງ​ຂຶ້ນ​ເປັນຕົ້ນ​ແມ່ນ​ການ​ສຶກສາ, ສາທາລະນະ​ສຸກ​ຢູ່​​ໃນຂັ້ນພື້ນຖານ​ ໃຫ້​ກວ້າງຂວາງ ​ແລະ ຮຽກຮ້ອງ​ໃຫ້​ເອົາ​ໃຈ​ໃສ່ ​ດ້ານ​ຈັນ​ຍາ​ບັນ​ ໃຫ້​ມີ​ຄວາມໜັກ​ແໜ້ນ, ຄະນະ​ພັກ​ອຳນາດ​ການ​ປົກ ຄອງ​ທຸກຂັ້ນ ຕ້ອງ​ກຳ​ແໜ້ນ​ແນວທາງ​ຫັນປ່ຽນ​ໃໝ່ ຂອງ​ພັກ-​ລັດ​ຖະບານ.

​ຈາກ​ນັ້ນ, ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​ເຈົ້າ​ແຂວງ​ຫົວພັນ​ ​ໄດ້ລາຍ​ງານ​ສະພາບ​ການ ​ພັດທະນາ​ເສດຖະກິດ-​ສັງຄົມ​​ໂດຍ​ຫຍໍ້ ໂດຍ​ຍົກ​ໃຫ້​ເຫັນ​ບາງ​ຈຸດ​ທີ່​ພົ້ນ​ເດັ່ນ ​ເຊັ່ນ: ພື້ນຖານ​ໂຄ່ງ​ລ່າງ ​ໄດ້​ຮັບ​ການ​ປັບປຸງ, ການ​ປູກຝັງ​ຂອງ​ປະຊາຊົນ​​ ເປັນ​ຂະ​ບວນຟົດ​ຟື້ນ, ການທ່ອງທ່ຽວ-ການ​ບໍລິການ ​ມີ​ທ່າ​ຂະຫຍາຍຕົວ, ໂຄງ​ປະກອບ​ເສດຖະກິດ ​ມີ​ທ່າ​ອ່ຽງຫັນປ່ຽນຢ່າງ​ຕັ້ງໜ້າ, ກົນ​ໄກ​ເສດຖະກິດ​ຕະຫລາດ​ ໄດ້​ຮັບ​ການ​ພັດທະນາ​ກາຍ​ເປັນ​ຮູບ​ປະ​ທຳ ​ເທື່ອ​ລະ​ກ້າວ, ການ​ພັດທະນາ​ເສດຖະກິດ-​ສັງຄົມ ​ມີ​ທ່າ​ຂະຫຍາຍຕົວ​ທີ່​ດີ​ຕໍ່​ເນື່ອງ​ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ບັນລຸ 2.000 ຕື້ກວ່າກີບ, ສະ​ເລ່ຍລາຍ​ຮັບ​ໄດ້ 7 ລ້ານ​ກວ່າ​ກີບ​ ຫລື 914 ​ໂດ​ລາ​ສະຫະລັດ ​ຕໍ່ຄົນ​ຕໍ່ປີ, ປັດຈຸ​ບັນ ​ທົ່ວ​ແຂວງ​ມີ​ 13.201 ຄອບຄົວທຸກ​ຍາກ, ກວມ 27,09% ຂອງ​ຄອບຄົວ​ທັງໝົດ, ສາມາດລົບ​ລ້າງ​ບ້ານ​ທຸກ​ຍາກ​ໄດ້ 358 ບ້ານ, ສ້າງ​ບ້ານ​ພັດທະນາ​ໄດ້ 173 ບ້ານ ​ແລະ ອອກ​ໃບຢັ້ງຢືນ​ ຄອບຄົວ​ພັດທະນາ​ໄດ້ 2.311 ຄອບຄົວ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...