spot_img
Homeຂ່າວເຫດການເບຍລາວ ມອບເງິນຊຸກຍູ້ໂຄງການປູກຈິດສໍານຶກຂັບຂີ່ປອດໄພ

ເບຍລາວ ມອບເງິນຊຸກຍູ້ໂຄງການປູກຈິດສໍານຶກຂັບຂີ່ປອດໄພ

Published on

ໃນວັນທີ 22 ທັນວາ 2016 ຜ່ານມານີ້ ບໍລິສັດ ເບຍລາວຈໍາກັດ ໄດ້ມອບເງິນ 260.000.000 ກີບ ໃຫ້ກົມຕໍາຫລວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ເພື່ອໃຊ້ເຂົ້າໃນກິດຈະກໍາ ໂຄສະນາໂຄງການ ປູກຈິດສໍານຶກ ດ້ານຄວາມປອດໄພ ທາງຖະໜົນ ພາຍໃຕ້ຫົວຂໍ້“ ດື່ມຢ່າງມີສະຕິຂັບຂີ່ປອດໄພ” ໂດຍຈະເລີ່ມຈັດຕັ້ງປະຕິບັດ ແຕ່ທ້າຍເດືອນທັນວາ 2016 ຫາ ທ້າຍເດືອນມີນາ 2017.

ພິທີມອບ-ຮັບດັ່ງກ່າວ, ໄດ້ຈັດຂຶ້ນທີ່ກົມໃຫຍ່ຕໍາຫລວດ, ລະຫວ່າງ ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດເບຍລາວ ຈໍາກັດ ແລະ ທ່ານ ພັນເອກ ຄໍາຖະຫວາຍ ເພັດອຸໄທ ຫົວໜ້າກົມຕໍາຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໂດຍມີ ທ່ານ ພົນຈັດຕະວາ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫລວດ, ກະຊວງ ປກສ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຄີພິຍານ

ໂຄງການດັ່ງກ່າວ, ຈະມີການຈັດສັນລະບຽບຕາມເສັ້ນທາງ, ສະຖານທີ່ຊຸມຊົນ ເຊິ່ງຈະມີການຈັດຕັ້ງ ຈຸນໍາໃຊ້ພາຫະນະກວດກາເຄື່ອນທີ່, ກວດກາການຈອດລົດສະຊາຍ ແລະ ສີ່ງກີດຂວາງຕາມເສັ້ນທາງ, ກວດຈັບຄວາມໄວເກີນຂອງພາຫະນະ ຕາມຈຸດອຸປະຕິເຫດເລື້ອຍໆ, ກວດກາທາດເຫລົ້າທາງລົມຫາຍໃຈຜູ້ຂັບຂີ້, ການຂົນສົ່ງ ຫລື ການກວດກາກໍ່ອາດຊະຍາກໍາ, ພ້ອມທັງເພີ່ມທະວີແນະນໍາ ລະບາຍການສັນຈອນໃນຕົວເມືອງ, ຕໍາຫລວດຈະລາຈອນນະຄອນຫລວງ, ແຂວງ ແລະ ເມືອງ ລົງເຮັດວຽກທີ່ແກ້ໄຂການຈະລາຈອນແອອັດ ແລະ ການກວດກາປະເມີນລະບຽບກົດໝາຍ ແລະ ອື່ນໆ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...