spot_img
Homeຂ່າວພາຍ​ໃນຂະແໜງສ່ວຍສາອາກອນ ເກັບລາຍຮັບເຂົ້າງົບປະມານໄດ້ 8.558 ຕື້ກີບ

ຂະແໜງສ່ວຍສາອາກອນ ເກັບລາຍຮັບເຂົ້າງົບປະມານໄດ້ 8.558 ຕື້ກີບ

Published on

ໃນ​ວັນ​ທີ 21 ທັນວາ 2016 ຜ່ານມານີ້ ກອງ​ປະຊຸມ​ວິຊາ​ການ​ຂະແໜງສ່ວຍ​ສາ​ອາກອນ​ທົ່ວ​ປະເທດ ​ປະຈຳ​ສົກ​ປີ 2015-2016 ທີ່ສູນ​ການ​ຮ່ວມ​ມື​ສາກົນ ແລະ ເຝິກອົບຮົມ (ICTC) ເປັນ​ປະທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດ​ຖະມົນຕີ​ກະຊວງ​ການ​ເງິນ ມີ​ບັນດາຫົວໜ້າ​ກົມ ຮອງ​ກົມ ພະ​ແນກ ແລະ ພະນັກງານ​ວິຊາ​ການ​ສ່ວຍສາ​ອາກອນ​ທີ່​ມາ​ຈາກ​ກົມ ພະແນກສ່ວຍ​ສາ​ອາກອນ​ແຂວງ ນະຄອນຫຼວງ​ ໃນ​ທົ່ວ​ປະເທດ.

​ຮອງ​ນາຍົກ ກ່າວ​ວ່າ: ວຽກ​ງານ​ສ່ວຍ​ສາ​ອາກອນ ​ແມ່ນ​ມີ​ບົດບາດ​ສຳຄັນ​ທີ່​ສຸດ ໃນ​ລະບົບ​ການ​ເງິນ​ແຫ່ງ​ລັດ ທີ່ເຮັດ​ໜ້າທີ່​ຂຸດ​ຄົ້ນ​ບັນດາ​ແຫຼ່ງລາຍ​ຮັບ​ເຂົ້າ​ງົບປະມານ ເພື່ອຕອບ​ສະໜອງ​ໃຫ້​ແກ່​ການ​ເບີກຈ່າຍ​ງົບປະມານ ​ໃນ​ການ​ປົກ​ປັກຮັກສາ ແລະ ພັດທະນາ​ປະເທດຊາດ ເຊິ່ງ​ລາຍ​ຮັບ​ສ່ວຍ​ສາ​ອາກອນ ​ໄດ້​ກວມ​ເອົາ​ຫຼາຍ​ກວ່າເກືອບ​ເຄິ່ງ​ໜຶ່ງ​ຂອງ​ລາຍ​ຮັບ​ງົບປະມານ​ທັງ​ໝົດ ໃນ​ແຕ່​ລະ​ປີແມ່ນ​ມີ​ລັກສະນະ​ເພີ່ມ​ຂຶ້ນ ສະແດງ​ອອກ​ໃນ​ສົກ​ປີ 2015-2016 ຕົວ​ເລກ​ແຜນການ 10.074 ຕື້​ກີບ ປະຕິບັດ​ໄດ້ 8.558 ຕື້​ກີບ ເທົ່າກັບ 85% ເຖິງ​ວ່າການ​ຈັດ​ເກັບລາຍ​ຮັບ​ໄດ້​ຖືກ​ຜົນ​ກະທົບ​ຈາກ​ປັດ​ໄຈ​ພາຍ​ໃນ ແລະ ພາຍນອກ​ຢ່າງ​ໜັກໜ່ວງ​ກໍ່​ຕາມ ແຕ່​ກໍ່ມີ​ຫຼາຍ​ແຂວງ​ທີ່​ປະຕິບັດ​ໄດ້​ລື່ນຕົວ​ເລກ​ແຜນການ​ວາງ​ໄວ້ ເປັນຕົ້ນ ແຂວງ​ຜົ້ງ​ສາລີ ຫົວພັນ ວຽງຈັນ ໄຊ​ສົມບູນ ແລະ ແຂວງ​ເຊກອງ ສ່ວນ​ບັນດາ​ແຂວງ ແລະ ກົມ​ທີ່​ເຫຼືອ ​ເຖິງ​ວ່າ​ປະຕິບັດ​ບໍ່​ໄດ້ຕາມ​ຕົວ​ເລກ​ແຜນການ​ວາງ​ໄວ້ ແຕ່​ກໍ່​ມີ​ລັກສະນະ​ຕັ້ງໜ້າ​ເພີ່ມ​ຂຶ້ນ ໃນ​ຈັງຫວະ​ດີ​ສົມຄວນ ເມື່ອ​ທຽບໃສ່​ປີ​ຜ່ານໆ​ມາ.

ຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...