spot_img
Homeວິທະຍາສາດ-ວິທະຍາການສຸດພິເສດ! ນັກວິທະຍາສາດພົບປາໝຶກ ວາງໄຂ່ດົນເຖິງ 4 ປີ 5 ເດືອນ ໂດຍບໍ່ເຄື່ອນໄຫວໄປທາງໃດ!

ສຸດພິເສດ! ນັກວິທະຍາສາດພົບປາໝຶກ ວາງໄຂ່ດົນເຖິງ 4 ປີ 5 ເດືອນ ໂດຍບໍ່ເຄື່ອນໄຫວໄປທາງໃດ!

Published on

ນັກວິທະຍາສາດພົບປາໝຶກຍັກໃຕ້ທະເລເລິກ ຟັກໄຂ່ຢູ່ໃນມະຫາສະໝຸດປາຊີຟິກທີ່ເຢືອກເຢັນ ແລະ ມືດມິດ

ດົນເຖິງ 4 ປີ 5 ເດືອນ ໂດຍບໍ່ກິນອາຫານ ແລະ ບໍ່ເຄື່ອນທີ່ໄປທາງໃດ ເພື່ອປົກປ້ອງໄຂ່ ຈົນກ່ວາຈະຟັກອອກມາ

ເປັນໂຕ ນັບວ່າເປັນການວາງໄຂ່ທີ່ຍາວນານທີ່ສຸດ ໃນບັນດາສັດທັງຫຼາຍ.

 

ຂໍ້ມູນຈາກສື່ຂອງຕ່າງປະເທດຫຼາຍສຳນັກ ໄດ້ນຳສະເໜີຜົນງານການວິໄຈພຶດຕິກຳຂອງປາໝຶກຍັກສະປີຊີ ກຼາ

ເນເລໂດນ ບໍຣີໂອແປຊິຟິກາ (Graneledone boreopacifica) ທີ່ຢູ່ໃຕ້ທະເລເລິກຫຼາຍກິໂລແມັັດໃນມະຫາສະ

ໝຸດປາຊີຟິກ ທາງຊາຍຝັ່ງກາລີຟໍເນຍ ສະຫະລັດອາເມຣິກາ ໂດຍໃຊ້ເຮືອດຳນ້ຳຄວບຄຸມໄລຍະໄກໃນການດຳ

ນ້ຳສະຫຼວດ.

 

ຈາກການຕິດຕາມປາໝຶກຍັກເພດແມ່ໂຕໜຶ່ງ ທີ່ເກາະແໜ້ນຢູ່ໃນຜາຫີນ ໃກ້ໆຕີນຜາເລິກທີ່ຢູ່ໃຕ້ທະເລລົງ

ໄປ 1,400 ແມັດ ລະຫວ່າງສົ່ງເຮືອດຳນ້ຳລົງໄປ 18 ຄັ້ງ ຫຼາຍກ່ວາ 53 ເດືອນ ນັບຈາກເດືອນພຶດສະພາ 2007

ເຖິງເດືອນ ກັນຍາ 2011 ແລະ ໄດ້ເຜີຍແຜ່ງານວິໄຈນີ້ ລົງໃນວາລະສານວິທະຍາສາດພລອສວັນ (PLOS ONE)

ໂດຍທີມວິໄຈພົບວ່າ ປາໝຶກໂຕນັ້ນກຳລັງປົກປ້ອງໄຂ່ກ່ວາ 160 ໜ່ວຍ ຈາກເສດຫີນ ແລະ ຕົມ ເຊິ່ງຄອຍໄລ່

ນັກລ່າທີ່ຈະມາກິນໄຂ່ ເປັນເວລາດົນນານເຖິງ 4 ປີ 5 ເດືອນ ເຊິ່ງເປັນການວາງໄຂ່ທີ່ຍາວນານທີ່ສຸດ ໃນບັນດາ

ສັດທັງໝົດ.

 

ພວກເຂົາຈົດບັນທຶກປາໝຶກໂຕດັ່ງກ່າວ ຈາກຮອຍແປ້ວ ໂດຍບໍ່ພົບວ່າແມ່ປາໝຶກຈະກິນອາຫານໃດໆ ຈົນ

ເຮັດໃຫ້ຮ່າງກາຍຈ່ອຍຜອມລົງເລື້ອຍໆ ແລະ ຜິວກໍຄ່ອຍໆຊີດ ແລະ ລອກ, ພວກເຂົາເຝົ້າເບິ່ງປາໝຶກໂຕນີ້

ຄອຍປົກປ້ອງໄຂ່ທີ່ເປັນໜ່ວຍມົນກົມ ຂະໜາດເທົ່າລູກບູເບີຣີ ຈົນໃຫຍ່ເທົ່າກັບລູກໝາກລະແຊັງ ໂດຍບໍ່

ເຄີຍເຫັນມັນເຄື່ອນທີ່ຍ້າຍໄປທາງໃດ ຈົນກະທັງໄຂ່ຟັກອອກເປັນໂຕ ທີ່ມີຮູບຮ່າງຄ້າຍຄືປາໝຶກເຕັມໄວທຸກ

ປະການ ແລະ ພ້ອມຫາກິນດ້ວຍການລ່າເຫຍື່ອ ນັບຕັ້ງແຕ່ຟັກອອກມາ ພຽງແຕ່ວ່າມີຂະໜາດທີ່ນ້ອຍກ່ວາ

ແມ່ຂອງມັນ.

 

ທັງນີ້ ປາໝຶກຍັກໂຕແມ່ ສ່ວນໃຫຍ່ຈະວາງໄຂ່ຄັ້ງດຽວໃນຊີວິດ ແລະ ຕາຍໃນເວລາບໍ່ດົນ ຫຼັງຈາກທີ່ລູກໆຟັກ

ອອກມາຈາກໄຂ່ແລ້ວ ເຊິ່ງໄລຍະເວລາໃນການຟັກທີ່ຍາວນານນີ້ ເຮັດໃຫ້ໂຕອ່ອນຟັກອອກມາມີຊີວິດລອດ

ແລະ ຊ່ວຍເຫຼືອໂຕເອງໄດ້ ເຊິ່ງສາມາດອອກລ່າເຫຍື່ອຂະໜາດນ້ອຍກິນໄດ້ ບໍ່ຕ່າງຫຍັງຈາກປາໝຶກທີ່ໃຫຍ່

ເຕັມໄວ.

 

ຄວາມເລິກໃນລະດັບທີ່ແມ່ປາໝຶກວາງໄຂ່ນັ້ນ ແສງແດດສ່ອງໄປບໍ່ເຖິງ, ມີພຽງແຕ່ແສງຈາກການເລືອງແສງ

ຂອງສິ່ງທີ່ມີຊີວິດໃຕ້ທະເລ ອີກທັງຍັງໜາວເຢັນຫຼາຍ ອຸນຫະພູມຕ່ຳເຖິງ -3 ອົງສາເຊລຊຽສ ເຊິ່ງເປັນສະພາບ

ທີ່ໂຫດຮ້າຍສຳລັບມະນຸດ ແຕ່ສຳລັບປາໝຶກທີ່ນັ້ນຄືບ້ານຂອງພວກມັນ.

 

ປາໝຶກສະປິຊີນີ້ ມີຄວາມຍາວປະມານ 40 ຊັງຕີແມັດ, ມີຜິວສີມ່ວງຈາງໆ ແລະ ມີຮອຍດ່າງ, ມັນກິນປູ, ກຸ້ງ,

ຫອຍທາກ ແລະ ເກືອບທຸກຢ່າງທີ່ພວກມັນຈັບກິນໄດ້.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...