spot_img
Homeຂ່າວພາຍ​ໃນເລຂາທິການໃຫຍ່ຂອງພັກ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ເລຂາທິການໃຫຍ່ຂອງພັກ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

Published on

ໃນ​ວັນ​ທີ 20 ທັນວາ 2016ຜ່ານມານີ້ ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະທານ​ປະ​ເທດ ແຫ່ງ ສປປ ລາວ ​ໄດ້​ໃຫ້ກຽດຕ້ອນ​ຮັບ ການ​ເຂົ້າ​ຢ້ຽມຂ່ຳນັບຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ ນໍາ​ໂດຍສະຫາຍ ຫລິວ ສີ​ປາວ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມມູນິດ​ຈີນ ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ທີ່​​ເດີນທາງ​ມາ​ຢ້ຽມຢາມ ​ແລະເຂົ້າ​ຮ່ວມ​ກອງ​ປະຊຸມສຳ​ມະ​ນາ​ ທິດ​ສະ​ດີ​ສອງ​ພັກ​ລາວ-ຈີນ ​ຄັ້ງ​ທີ 5 ຢູ່​ ສປປ ລາວ ​ແຕ່ວັນ​ທີ 20-22 ທັນວາ 2016.

ໃນ​ໂອກາດ​ດັ່ງກ່າວ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ ຕໍ່​ການ​ມາ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສໍາ​ມະ​ນາ​ ທິດ​ສະ​ດີ​ສອງ​ພັກ ​ລາວ-ຈີນ ຄັ້ງ​ທີ 5 ຢູ່ ສປປ ລາວ ຂອງສະຫາຍ ຫລິວ ສີ​ປາວ ພ້ອມ​ດ້ວຍ​ຄະນະ​, ເຊິ່ງ​ເປັນ​ການ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ ​ລະຫວ່າງ​ການ​ນໍາ​ສູງ​ສຸດ​ ຂອງ​ສອງ​ພັກ, ສອງ​ລັດ ລາ​ວ-ຈີນ ​ແລະ ​ແຜນການ​ຮ່ວມ​ມື​ ລະຫວ່າງ 2 ພັກ ລາວ​-ຈີນ​ ແຕ່​ປີ 2016-2020 ຢ່າງ​ເປັນ​ຮູບ​ປະ​ທໍາ, ທັງ​ເປັນ​ການ​ປະ​ກ​ອບສ່ວນອັນ​ສໍາຄັນ ​ເຂົ້າ​​ໃນ​ການ​ເສີມ​ຂະຫຍາຍ​ສາຍພົວພັນ​ມິດຕະພາບ​ ອັນ​ເປັນ​ມູນ​ເຊື້ອ ​ແລະ ການຮ່ວມມື​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ, ໝັ້ນ​ຄົງຍາວ​ນານຕາມ​ທິດ 4 ດີ ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ​-ຈີນ.

ພ້ອມ​ນີ້, ສະຫາຍ ຫລິວ ສີ​ປາວ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ສະຫາຍ ບຸນ​ຍັງ ວໍລະ​ຈິດ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ ​ແລະ ​ໄດ້​ແຈ້ງ​ສະພາບ​ພົ້ນ​ເດັ່ນ ​ຂອງ​ພັກ​ກອມ​ມູນິດ​ຈີນ, ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຈີນ ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ ພັ​ກກອມ​ມູນິດຈີນ ​ເປັນຕົ້ນ​ມາ ກໍ​ຄື​ຕີ​ລາຄາ​ສູງ​ ຕໍ່​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ສອງ​ພັກ, ສອງ​ລັດ ຈີ​ນ-ລາວ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໃນ​ປັດຈຸບັນ, ເຊິ່ງ​ເປັນ​ການ​ປະກອບສ່ວນ ​ອັນ​ສໍາ​ຄັນເຂົ້າ​ໃນ​ພາລະກິດ​ການ​ສ້າງສາ​ພັດທະນາ​ ຢູ່​ແຕ່ລະ​ປະ​ເທດ ກໍ​ຄື​ພາລະກິດ​ປົກ​ປັກ​ຮັກສາ​ສັນ​ຕິພາບ, ສະຖຽນ​ລະ​ພາບ ​ແລະ ການຮ່ວມ​ມື​ໃນ​ຂົງ​ເຂດ ​ແລ​ະ ​ໃນ​ໂລກ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...