spot_img
Homeຂ່າວພາຍ​ໃນນາຍົກ ເນັ້ນເຄັ່ງຄັດມາດຕະການປະຢັດ ຕ້ານການຟຸມເຟືອຍ ໃຫ້ການນຳເປັນແບບຢ່າງ

ນາຍົກ ເນັ້ນເຄັ່ງຄັດມາດຕະການປະຢັດ ຕ້ານການຟຸມເຟືອຍ ໃຫ້ການນຳເປັນແບບຢ່າງ

Published on

​ໃນ​ວັນ​ທີ 20 ທັນວາ 2016 ຜ່ານມາທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໂດຍ​ທ່ານ ​ນາຍົກ​ໄດ້​ໂອ້​ລົມ ​ແລະ ປະກອບ​ຄຳ​ເຫັນ ໃນ​ຫລາຍ​ຈຸດ​ທີ່​ສຳຄັນ ​​ເປັນ​ຕົ້ນ ​ແມ່ນໃຫ້​ເອົາ​ໃຈ​ໃສ່ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ທີ່​ໄດ້​ເລີ່​ມປະຕິບັດ​ມາ​ເປັນ​ປີທີ 2​ ແລ້ວ, ຮັບປະກັນ​ຄວາມ​ໝັ້ນ​ທ່ຽງ​ ເສດຖະກິດ​ມະຫາ​ພາກ ​ໃຫ້​ໄດ້ໃນ​ປີ 2017, ພ້ອມ​ທັງ​ປະຕິ​ບັດ​ໃຫ້​ໄດ້​ ຕາມ​ແຜນ​ງົບປະມານ​ແຫ່ງ​ລັດ ​ໂດຍ​ສະ​ເພາະ​ການ​ເບີກ​ຈ່າຍ​ເງິນ​ເດືອນ ​ຂອງ​ພະນັກງານ-ລັດຖະກອນ-ຄູ-ອາຈານ-ກຳລັງ​ປະກອບ​ອາວຸດ ​ໃຫ້​ໄດ້​ທັນຕາ​ມກຳນົດ​ເວລາ ​ໃນ​ທຸກໆ​ ທ້າ​ຍ​ເດືອນຂ​ອງປີ 2017, ​ເອົາ​ໃຈ​ໃສ່​ຄົ້ນ​ຄ້ວາ​ ຄວບຄຸມບັນດາ​ໜີ້​ສິນ​ຂອງ​ລັດ ​ແລະ ​ປະຕິບັດ​ມາດ​ຕະການປະຢັດ ​ຕ້ານ​ການ​ຟຸມ​ເຟືອຍ.

​ເຊິ່ງ​ໃນ​ນັ້ນ ​ນາຍົກ ​ໄດ້​ເນັ້ນ​ໜັກບາງ​ຈຸດສຳຄັນ​ວ່າ: ​ໃຫ້​ທຸກ​ຄົນ​ເອົາ​ໃຈ​ໃສ່​ຢ່າງ​ເຄັ່ງ​ຄັດ ​ ປະຕິບັດ​ມາດ​ຕະການ​ປະຢັດ ຕ້ານ​ການ​ຟຸມ​ເຟື່ອຍ ​ເຊິ່ງທີ່​ຜ່ານ​ມາ​ແມ່ນ​ໄດ້​ສະ​ເໜີ ​ແລະ ​ເຄີຍ​ເວົ້າ​ໄປ​ແລ້ວ ກ່ຽວ​ກັບ​ບັນ​ຫາ​ດັ່ງກ່າວ ​ແລະ ​ໄດ້​ເຊັນ​ອອກ​ມາ​ເປັນ​ຄຳ​ສັ່ງ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ໃນ​ປີ 2013 ​ເຊິ່ງ​ໄດ້​ກວມ​ລວມຢ່າງ​ຄົບ​ຖ້ວນ​ ກ່ຽວ​ກັບ​ມາດ​ຕະການ​ ປະຢັດ​ຕ່າງ​ໆ ​ແຕ່​ກໍ່​ຍັງ​ບໍ່​ສາມາດ​ປະຕິບັດ​​ໄດ້​​ເທົ່າ​ທີ່​ຄວນ, ຖ້າ​ປະຕິບັດ​ກໍ່​ໄດ້​ໜ້ອຍ​ທີ່​ສຸດ ຫລື​ ອາດ​ຈະ​ປະຕິບັດ​ບໍ່​ໄດ້​ເລີຍ, ສະ​ນັ້ນ ຄວນ​ມີ​ການ​ແຍກ​ອອກ​ມາ​ປະຕິບັດ​​ ໃນ​ແຕ່​ລະກໍລະ​ນີ​ໄປ, ​ເຊິ່ງພາຍ​ໃນ​ລັດຖະບານ ກໍ​ໄດ້​ຕົກລົງ​ເຫັນ​ດີ​ກັນ​ ໃນ​ກໍລະນີ​ການ​ນຳ​ໃຊ້​ລົດ​ປະຈຳ​ຕຳແໜ່​ງ​ ໃຫ້​ເໝາະ​ສົມ ​​ບໍ່​ຈຳ​ເປັນ​ຕ້ອງ​ນຳ​ໃຊ້​ລົດ​ຍີ່​ຫໍ້​ທີ່​ມີ​ລາຄາ​ແພງ  ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ມາດ​ຕະການ​ປະຢັດ​ ຕ້ານ​ການ​ຟູມ​ເຟື່ອຍ ທີ່​ໄດ້​ວາງ​ອອກ​ມາ​ແລ້ວນັ້ນ ໃຫ້​ມີ​ປະສິດທິພາບ. ​ເຊິ່ງທ່ານ​ນາຍົກ​ ​ໄດ້ກ່າວ​ຕື່ມວ່າ: ຍີ​ນ ດີ​ສົ່ງ​ລົດ​ ທີ່​ມີ​ຍີ່​ຫໍ້ລາຄາ​ແພງ​ຄືນໃຫ້​ແກ່​ລັດ ​ແລ້ວ​ປະມູນ​ຂາຍ ​ເຊິ່ງສາມາດ​ຊື້​ລົດທີ່​ມີ​ຄຸນ​ນະພາ​ບດີ​ລາຄາ​ສົມ​ເຫດ​ສົມ​ຜົນ​ ໄດ້​ອີກ 3 ຄັນ ​ເຊິ່ງສາມາດ​​ກຸ້ມໄດ້​ຕຳ​ແໜ່​ງ 3 ຄົນ ​ເຊິ່ງ​ເປັນ​ການ​ປະຕິບັດ​ມາດ​ຕະການ ​ປະຢັດ​ອີກ​ກໍລະນີ​ໜຶ່ງ. ພ້ອມ​ດຽວ​ກັນ​ນີ້ ​ທ່ານ​ນາຍົກ ​ຍັງ​ກ່າວ​ວ່າ: ທາງ​ກົມ​ການ​ເມືອງ​ ກໍ​ຕົກລົງ​ເຫັນ​ດີ​ກັນ​ ໃນ​ການ​ປະຕິບັດ​ໃນ​ກໍລະນີ​ດັ່ງກ່າວ ​ແລະ ການ​ນຳ​ຂັ້ນ​ສູງ​ຄວນ​ນຳພາ​ເປັນ​ແບບຢ່າງ ​ເຊິ່ງສາມາດ​ຫລຸດຜ່ອນ​ການ​ໃຊ້​ຈ່າຍ​ຕ່າງ​ໆ​ ໄດ້​ອີກ​ເຊັ່ນ: ຄ່າ​ສ້ອມ​ແປງ ​ແລະ ປະ​ຢັດ​ນ້ຳມັນ​ອີກ​ດ້ວຍ. ການ​ປະ​ຕິ​ບັດ​ມາດ​ຕະການ​ປະຢັດ​ ໃນ​ກໍລະນີ​ດັ່ງກ່າວ​, ບໍ່​ໄດ້​ເປັນ​ການ​ລົບ​ກວນ ຫລື ການ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ກຳລັງ​​ໃຈ​ ໃນ​ການ​ເຮັດ​ວຽກ ຫລື ປະຕິບັດ​ໜ້າ​ທີ່ ​ແຕ່​ໃນ​ທາງ​ດຽວ​ກັນ​ ບາງ​ພາກສ່ວນ​ ຊ້ຳພັດ​ຍັງ​ບໍ່​ມີ​ລົດ​ປະຈຳ​ຕໍາ​ແໜ່​ງ ​ແຕ່​ໃນ​ຕຳ​ແໜ່​ງທີ່​ເທົ່າ​ທຽມ​ກັນ​ ບາງ​ພາກສ່ວນ​ຊ້ຳພັດ​ມີ​ຫລາຍ​ຈົນ​ເກີນ​ໄປ. ສະ​ນັ້ນ​ ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ​ກັນ ​ແລະ ​ໃຫ້​ເປັນ​ເອກະ​ພາບ​ກັນ ຈຶ່ງ​ໄດ້​ແນະນຳ​ໃຫ້​ພາກສ່ວນ ຫລື ໜ່ວຍງານ​ຕ່າງ​ໆ ​ໃຫ້​ໄປ​ສຶກສາ​ວ່າ​ມີ​ລົດ​ຍີ່​ຫໍ້​ທີ່​ມີ​ລາຄາ​ແພງ​ຈັກ​ຄັນ ທີ່​ສາມາດ​ຖອນ​ໄດ້​ແລ້ວ​ປະມູນ​ຂາຍ ​ແຕ່​ຕ້ອງ​ໄດ້​ເອົາ​ລົດ​ຄັນ​ອື່ນ ທີ່​ມີ​ຍີ່​ຫໍ້​ລາຄາ​ສົມ​ເຫດ​ສົມ​ຜົນ ​ເໝາະ​ສົມ​ກັບ​ຕຳ​ແໜ່​ງ​ໄປ​ປ່ຽນ​ແທນ​ໃຫ້ ​ເຊິ່ງສະຫາຍ​ເລຂາທິການ​ໃຫຍ່​ ກໍ​ເຫັນ​ດີ ​ໃນ​ການ​ປະຕິບັດ​ມາດ​ຕະການ​ປະຢັດ ຕ້ານ​ການ​ຟຸມ​ເຟືອຍກໍລະ​ນີນີ້ ​ເຊັ່ນ​ດຽວ​ກັນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...