spot_img
Homeຂ່າວພາຍ​ໃນຮອງນາຍົກ ຮັບປະກັນເບີກຈ່າຍເງິນເດືອນ ແລະເງິນອຸດໜູນ ພະນັກງານ-ລັດຖະກອນໃຫ້ສຳເລັດ

ຮອງນາຍົກ ຮັບປະກັນເບີກຈ່າຍເງິນເດືອນ ແລະເງິນອຸດໜູນ ພະນັກງານ-ລັດຖະກອນໃຫ້ສຳເລັດ

Published on

ການຈັດ​ຕັ້ງປະຕິບັດ​ງົບປະມານ 3 ​ເດືອນ​ຂ້າມ​ຜ່ານ ທ້າຍປີ 2016 ມາ​ຮອດ​ປັດຈຸ​ບັນ ກໍເກືອບ​ຈະ​ສຳ​ເລັດ​ແລ້ວ​ ເຊິ່ງຈະ​ໄດ້​ສູ້ຊົນ​ປະຕິບັດ​ ໃຫ້​ໄດ້​ຕາມ​ແຜນ​ ທີ່​ສະພາ​ແຫ່ງ​ຊາດ​ຮັບ​ຮອງ ​ເຖິງ​ວ່າ​ຫລາຍ​ທ້ອງ​ຖິ່ນ ຈະ​ພົບ​ຄວາມ​ຫຍຸ້ງຍາກ ​ໃນ​ການ​ປະຕິບັດ​ເກັບ​ລາຍ​ຮັບ ​ແລະ ອາດ​ຈະ​ບໍ່​ໄດ້​ຕາມ​ແຜນ​ກໍ​ຕາມ, ​ແຕ່​ໂດຍ​ລວມ ທົ່ວ​ປະ​ເທດ​ຄາດ​ວ່າ ລາຍ​ຮັບ​ທັງ​ໝົດ ຈະ​ໄດ້​ຕາມ​ແຜນການ 3 ​ເດືອນ, ສ່ວນ​ການ​ປະຕິບັດ​ລາຍ​ຈ່າ​ຍງົບປະມານ ຄາດ​ຄະ​ເນ​ວ່າ ຈະ​ປະຕິບັດ​ຕາມ​ແຜນ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ ຮັບ​ປະ​ກັນ​ການ​ເບີກ​ຈ່າຍ​ເງິ​ນ​ເດືອນ ​ແລະ ​ເງິນ​ອຸດ​ໜູນ​ຂອງ​ພະນັກງານ-ລັດຖະກອນ​​ໃຫ້​ສຳ​ເລັດ.

ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ ແນະນຳ ການຈັດ​ຕັ້ງປະຕິບັດ​ແຜນ​ງົບປະມານ ​ແຫ່ງ​ລັດ ປະຈຳ​ປີ 2017 ວ່າ: ສຳລັບ​ຂົງ​ເຂດ​ການ​ເງິນ​ພາກ​ລັດ, ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ ແຫ່ງ​ລັດ ສົກ​ປີ 2015-2016 ​ເຖິງ​ວ່າ​ຈະ​ມີ​ສິ່ງ​ທ້າ​ທາຍ​ ໃນ​ຫລາຍ​ດ້ານ ​ແຕ່​ກໍ​ສາມາດ​ບຸກບືນ ​ແລະ ປະຕິບັດ​ໄດ້​ດີ​ສົມຄວນ, ​ເຊິ່ງ​ໃນ 12 ​ເດືອນ​ຜ່ານ​ມາ ສາມາດ​ປະຕິບັດ ​ລາຍ​ຮັບ​ງົບປະມານ​ໄດ້ 95,17% ຂອງ​ແຜນການ​ປີ, ສະ​ເພາະ​ລາຍ​ຮັບ​ພາຍ​ໃນ​ໄດ້ 94,56% ຂອງ​ແຜນການ​ປີ ​ແລະ ດ້ານ​ລາຍ​ຈ່າຍ​ປະຕິບັດ​ໄດ້ 96,82% ຂອງ​ແຜນການ​ປີ. ​ເນື່ອງ​ຈາ​ລາຍ​ຮັບ ​ແມ່ນ​ແຜນ​ທ້າ​ທາຍ​ສູງ ສົມທົບ​ກັບ​ສະພາບ​ເງື່ອນ​ໄຂ​ ພາຍ​ນອກ ​ແລະ ພາຍ​ໃນ ບໍ່​ເອື້ອ​ອຳນວຍ ​ເປັນ​ຕົ້ນ​ແມ່ນ ການ​ຜັນ​ແປ​ຢ່າງ​ສັບສົນ ​ໃນ​ຕະຫລາດ​ໂລກ, ລາຄາ​ແຮ່​ທາດຫລຸດລົງ​ຫລາຍ​ສົມຄວນ, ​ເຊິ່ງກະທົບ​ຕໍ່​ການ​ຜະລິດ ​ແລະ ການ​ສົ່ງ​ອອກ​ແຮ່​ທາດ ລວມທັງ​ລາຍ​ຮັບ​ ຈາກ​ໂຄງການ​ຂຸດ​ຄົ້ນ​ແຮ່​ທາດ​ຕ່າງໆ; ລາຄາ​ນ້ຳມັນ​ດິບ​ຫລຸດ​ລົງ​ຕໍ່າ​ ກ່ວາ​ເວລາ​ສ້າງ​ແຜນ​ງົບປະມານ​ເບື້ອງ​ຕົ້ນ. ນອກ​ຈາກ​ນັ້ນ, ​ລາຄາ​ສິນຄ້າ​ກະສິກຳ ເຊັ່ນ: ການ​ເຟ, ຢາງພາລາ ກໍ​ຍັງ​ບໍ່​ທັນ​ຟື້ນ​ຕົວ ​ເຮັດ​ໃຫ້​ລາຍ​ຮັບ​ບໍ່​ໄດ້​ຕາມ​ແຜນການ ສົ່ງ​ຜົນ​ເຮັດ​​ໃຫ້ການ​ຈັດ​ຕັ້ງປະຕິບັດ ​ລາຍ​ຈ່າຍ​ງົບປະມານ ພົບ​ຄວາມ​ຫຍຸ້ງຍາກ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ​ ກະຊວງ​ການ​ເງິນ ກໍ​ໄດ້​ພະຍາຍາມ​ຊອກ​ຫາ​ມາດ​ຕະການ ​ແກ້​ໄຂ ​ແລະ ປະຕິບັດ​ການ​ເບີກ​ຈ່າຍ​ ໄປ​ຕາມ​ແຜນ​ງົບປະມານ ​ແນ່​ໃສ່​ເຮັດ​ໃຫ້​ສາມາດ​ຮັບປະກັນ​ ການ​ເຄື່ອນ​ໄຫວ​ວຽກ​ງານກົງຈັກ​ ພັກ-ລັດ ​​ເປັນ​ປົກກະຕິ.

ພ້ອມ​ດຽວ​ກັນ, ທ່ານ ສົມ​ດີ ດວງ​ດີ ຍັງ​ໄດ້​ກ່າວ​ຕື່ມ​​ວ່າ: ຄ່ຽງຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ ​ເຫັນ​ວ່າ​ຍັງ​ມີ​ຫລາຍ​ດ້ານ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ການ​ເງິນ-ງົບ​ປະມານ ​ເຄື່ອນ​ໄຫວ​ໄດ້​ຢ່າງ​ຄອງ​ຕົວ, ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ ​ຂອງ​ການ​ພັດທະນາ​ໃນ​ໄລຍະ​ໃໝ່.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...