spot_img
Homeຂ່າວທ້ອງຖິ່ນລັດຖະບານ ເລັ່ງໃສ່ບັນດາວຽກງານຈຸດສຸມ ເຂົ້າແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2017

ລັດຖະບານ ເລັ່ງໃສ່ບັນດາວຽກງານຈຸດສຸມ ເຂົ້າແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2017

Published on

ຂປລ. ​ໃນແຜນພັດທະນາ ເສດຖະກິດສັງຄົມ ສົກປີ 2017 ນີ້ ລັດຖະບານໄດ້​​ເລັ່ງໃສ່ 13 ​ແຜນວຽກ​​ເພື່ອບັນລຸແຜນບຸກທະລຸແລະ ຖືເອົາແຜນວຽກງານຈຸດສຸມ ຈໍານວນໜຶ່ງເປັນຕົວຕັ້ງ ໂດຍໄດ້ກໍານົດເອົາຄາດໝາຍສູ້ຊົນ ທີ່ບັນດາຂະແໜງການແລະ ທ້ອງຖິ່ນ​​​ໄດ້ນໍາໄປຈັດຕັ້ງປະຕິບັດ​ ​ພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ບັນລຸຕາມຄາດໝາຍທີ່ວາງໄວ້.

ທ່ານ ສຸພັນແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການແລະ ການລົງທືນ ໄດ້ກ່າວໃນກອງປະຊຸມ ແນະນໍາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ປະຈໍາປີ 2017 ​​ໃນວັນທີ 19 ທັນວານີ້ວ່າ: ​ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມປະຈໍາປີ 2017 ​ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ນັ້ນສໍາຄັນຕ້ອງຮັບປະກັນສະຖຽນລະພາບ ທາງດ້ານການເມຶອງ, ຄວາມສະຫງົບແລະ ຄວາມເປັນລະບຽບຮຽບຮ້ອຍ ​​ໃນສັງຄົມຢ່າງໜັກແໜ້ເພື່ອສ້າງເງື່ອນໄຂໃຫ້ແກ່ການ ພັດທະນາປະເທດຊາດ, ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບແລະ ໝັ້ນທ່ຽງດ້ວຍການສົ່ງເສີມການ ລົງທຶນທົ່ວສັງຄົມ, ການດໍາເນີນທຸລະກິດແລະ ການກະຕຸ້ນຮາກຖານເສດຖະກິດ ໃຫ້ມີສະພາບຄ່ອງ ເພື່ອຮັບປະກັນໃຫ້ຂະແໜງກະສິກໍາ, ອຸດສາຫະກໍາແລະ ການບໍລິການຂະຫຍາຍຕົວຢ່າງຕໍ່ເນື່ອງແລະເຮັດໃຫ້ເສດຖະກິດເຕີບໂຕຢູ່ໃນລະດັບ 7%, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າແລະ ການບໍລິການຕາມທ່າແຮງ ຂອງຂະແໜງການແລະ ທ້ອງຖິ່ນເພື່ອໃຫ້ມີຄວາມຫລາກຫລາຍແລະ ມີຄຸນນະພາເປັນທີ່ຕ້ອງການຂອງຕະຫລາດໃນລະດັບສູງ, ລາຄາດີໂດຍສະເພາະແມ່ນຜະລິດເຂົ້າໃຫ້ໄດ້ 4,35 ​ລ້ານໂຕນ, ສົ່ງເສີມການຜະລິດ ຂອງບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍແລະ ຂະໜາດກາງຢ່າງແຂງແຮງແລະ ປັບປຸງລັດວິສາຫະກິດ ໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນ ແນໃສ່ສ້າງມູນຄ່າເພີ່ມແລະຄຸນນະພາບຂອງສິນຄ້າແລະ ການບໍລິການໃຫ້ສາມາດແຂ່ງຂັນ ໃນຕະຫລາດພາກພື້ນ ແລະ ສາກົນ. ພ້ອມທັງສົ່ງເສີມໂຄງການເອກະຊົນ ທີ່ໄດ້ຮັບອະນຸມັດໄປແລ້ວ ໂດຍສະເພາະໂຄງການລົງ ທຶນຂະໜາດໃຫຍ່ ໃນຂົງເຂດພະລັງງານ, ບໍ່ແຮ່, ອຸດສາຫະກໍາແລະ ກະສິກໍາທີ່ມີຜົນກະທົບສູງ ຕໍ່ເສດຖະກິດໃຫ້ສາມາດເຄື່ອນໄຫວ ເປັນປົກກະຕິ, ຮັບປະກັນແກ້ໄຂຜົນກະທົບຕໍ່ສັງຄົມແລະ ສິ່ງແວດລ້ອມແລະ ຊຸກຍູ້ປະຕິບັດສັນຍາ ໃຫ້ເຂົ້າສູ່ຂະບວນການຜະລິດໂດຍໄວ, ຊຸກຍູ້ບັນດາຂະແໜງການແລະ ທ້ອງຖິ່ນເປັນເຈົ້າການ ໃນການຄົ້ນຄ້ວານໍາໃຊ້ທ່າແຮງຂອງຕົນ ເພື່ອສ້າງເປັນໂຄງການລະອຽດ, ​ເປັນລະບົບຄົບຊຸດ ພ້ອມທັງເຕັກນິກການຜະລິດ, ການປູແຕ່ງ, ການຕະຫລາດແລະ ການບໍລິຫານຈັດການ ຊັບພະຍາກອນ ຫລື ທ່າແຮງນັ້ນໃຫ້ຄຸ້ມຄ່າແລະ ນໍາໃຊ້ຢ່າງຍາວນານແນໃສ່ສືບຕໍ່ແກ້ໄຂຄວາມທຸກຍາກ ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານສາມສ້າງໃຫ້ມີປະສິດທິຜົນເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆໂດຍສຸມໃສ່ພັດທະນາແລະ ສ້າງ 20 ຈຸດສຸມຂອງລັດຖະບານແລະ 71 ຈຸດສຸມຂອງທ້ອງຖີ່ນ ທີ່ນອນໃນ 70 ​ເມືອງຂອງ18 ​ແຂວງ, ​ໄປຄຽງຄູ່ກັບການການພັດທະນາຊັບພະຍາກອນ ໃຫ້ມີຄຸນນະພາ, ປັບປຸງຄຸນນະພາບຂອງການສຶກສາ, ສາທາລະນະສຸກ, ຍົກລະດັບສີມືແຮງງານລາວ ເພື່ອຕອບສະໜອງຄວາມຕ້ອງການ ຂອງຕະຫລາດແຮງງານແລະ ຍົກສະມັດຕະພາບຂອງການຜະລິດ ແລະ ການບໍລິການໃຫ້ສູງຂຶ້ນ, ປັບປຸງນະໂຍບາຍແລະ ກົນໄກການຄຸ້ມຄອງການຂຸດຄົ້ນແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີປະສິດທິຜົນ, ​ເອົາໃຈໃສ່ ໃນການປະຕິບັດວິໄນແຜນການ ໃນນັ້ນແຜນຕ້ອງສືບຕໍ່ປັບປຸງກົນໄກແລະ ວິທີການຄຸ້ມຄອງການລົງທຶນຂອງລັດ ໃຫ້ມີປະສິດທິຜົນສູງໂດຍສະເພາະແມ່ນຕ້ອງຮັບປະກັນບໍ່ໃຫ້ມີໂຄງການນອກແຜນແລະໂຄງການລົງທືນກ່ອນຂອງເອກະຊົນ, ສືບຕໍ່ຄົ້ນຄ້ວາມາດຕະການຄຸ້ມຄອງ, ບໍລິຫານແລະ ຊອກວິທີການແກ້ໄຂໜີ້ສີນ ການລົງທຶນຂອງລັດ, ​ເຮັດໃຫ້ມີສະພາບຄ່ອງ ໃນການລົງທຶນຂອງລັດ, ຊຸກຍູ້, ຕິດຕາມແລະ ມີວິທີການ, ມາດຕະການ​​ແກ້ໄຂຢ່າງເໝາະສົມ ແລະ ຖືກຕ້ອງຕາມລະບຽບກົດໝາຍ ຕໍ່ກັບບັນກດາໂຄງການລົງທຶນລັດ ທີ່ໄດ້ອະນຸມັດໃຫ້ສາມາດເຄື່ອນໄຫວ ຢ່າງມີປະສິດທິຜົນໂດຍການກວດກາ ຢ່າງລະອຽດແລະ ປະເມີນຜົນແຕ່ຫົວທີ ກ່ອນພິຈາລະນາເຂົ້າແຜນແລະ ພາຍຫລັງໂຄງການສໍາເລັດ, ພັດທະນາພື້ນຖານໂຄງລ່າງ ທີ່ຈໍາເປັນແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດຶງດູດການລົງທຶນ, ຫລຸດຕົ້ນທຶນ ໃນການດໍາເນີນທຸລະກິດໂດຍແກ້ໄຂຂັ້ນຕອນແລະ ນິຕິກໍາຕ່າງໆທີ່ບໍ່ສະດວກ, ກົດໜ່ວງທ່ວງດຶງແລະ ສ້າງຄວາມຫຍຸ້ງຍາກ ໃຫ້​​ແກ່ການດໍາເນີນທຸລະກິດ ໂດຍສະເພາະປັບປຸງການ ບໍລິຫານຜ່ານປະຕູດຽວເພື່ອໃຫ້ການພິຈາລະນາ ອະນຸມັດລົງທຶນມີຄວາມວ່ອງໄວ.

ທ່ານ ສຸພັນແກ້ວມີໄຊ ກ່າວຕື່ມວ່າ: ຈັດຕັ້ງຜັນຂະຫຍາຍກອງປະຊຸມໂຕະມົນ ປະຈໍາປີ 2016 ຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການຮ່ວມມືທີ່ມີປະສິດທິຜົນ ພ້ອມທັງດຶງດູດແລະ ຍາດແຍ່ງທຶນຊ່ວຍເຫລືອທາງການ ເພື່ອພັດທະນາຢ່າງມີຈຸດສຸມ, ມີເປົ້າໝາຍຈະແຈ້ງແລະ ສອດຄ່ອງກັບເປົ້າໝາຍການພັດທະນາ ຂອງລັດຖະບານ, ສ້າງຖານຂໍ້ມູນແລະເກັບກໍາສະຖິຕິເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການຕິດຕາມພັດທະນາ ເສດຖະກິດສັງຄົມແລະ ການຕິດຕາມຄວາມຄືບໜ້າ ໃນແຕ່ລະດ້ານຢ່າງເປັນລະບົບ, ມີຂໍ້ມູນຢ່າງຊັດເຈນແລະ ຢັ້ງຢືນໄດ້ຕາມຄວາມເປັນຈິງ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ກົນໄກການບໍລິຫານລັດໃຫ້ຮັດກຸມ, ​​ໂປ່ງໃສ, ວ່ອງໄວ, ມີປະສິດທິພາບແລະ ປະສິດທິຜົນໂດຍການສືບຕໍ່ຊັບຊ້ອນພາລະບົດບາດ ຂອງບາງຂະແໜງການ ທີ່ເຫັນໄດ້ວ່າຍັງມີການທັບຊ້ອນແລະແບ່ງຄວາມຮັບ ຜິດຊອບໃຫ້ຈະແຈ້ງ ອັນສໍາຄັນແມ່ນເນັ້ນໃສ່ ການບໍລິຫານລັດດ້ວຍກົດໝາຍໃຫ້ເຂັ້ມແຂງກວ່າເກົ່າແລະ ມີປະສິດທິຜົນສູງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...