spot_img
Homeຂ່າວການສຶກສາສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

Published on

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຜ່ານ (ຮ່າງ) ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ກ່ຽວກັບທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມຕົ້ນຕໍໃນການໍາພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໄລຍະ 5 ປີຕໍ່ໜ້າ (2026-2030) ໃຫ້ຮູ້ວ່າ: ສຳລັບທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມຕົ້ນຕໍໃນການໍາພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X (2026-2030) ຄາດໝາຍສູ້ຊົນແຕ່ລະດ້ານ ຈະສືບຕໍ່ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ຫັນແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກໃນວຽກງານສຶກສາ, ວິທະຍາສາດ ແລະ ກິລາ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານ, ປັບປຸງ ແລະ ຂະຫຍາຍການຈັດຕັ້ງຂອງພັກໃຫ້ສອດຄ່ອງກັບກົງຈັກບໍລິຫານລັດຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ທັງພາກລັດ ແລະ ເອກະຊົນ, ຕັ້ງໜ້າຂະຫຍາຍພັກໃຫ້ຕິດພັນກັບຂະບວນການຕົວຈິງ, ເອົາໃຈໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ; ສ້າງແຜນບໍາລຸງ ແລະ ກໍ່ສ້າງຄະນະພັກ, ຄະນະນໍາ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານຄຸ້ມຄອງ-ນໍາພາ ແຕ່ລະຂັ້ນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ທາງດ້ານທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງທັງພາຍໃນ ແລະ ຕ່າງປະເທດ; ສືບຕໍ່ສ້າງນິຕິກໍາກ່ຽວກັບການສຶກສາ, ການຄົ້ນຄວ້າວິທະຍາດສາດ ແລະ ການກິລາ ຢ່າງເປັນລະບົບ ເປັນຕົ້ນແມ່ນຮ່າງມະຕິຂອງສູນກາງພັກ ຕໍ່ກັບການພັດທະນາຊັບພະຍາກອນມະນຸດ, ຍຸດທະສາດການສຶກສາ, ຍຸດທະສາດການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ໄດ້ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ.

ຄຽງຄູ່ກັນນັ້ນ, ກໍຈະສືບຕໍ່ປັບປຸງຄວາມຮູ້ທາງດ້ານວິຊາການ ແລະ ທັກສະດ້ານການສອນຂອງຄູຊັ້ນການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາ ໂດຍສຸມໃສ່ການປະຕິຮູບລະບົບການສຶກສາ ສາຍສາມັນສຶກສາ ຈາກລະບົບ 5+4+3 ມາເປັນ 6+3+3 ແລະ ການໂຮມໂຮງຮຽນສາມັນສຶກສາ, ການຂະຫຍາຍການສຶກສາສາມັນວິຊາຊີບ, ການສຶກສານອກໂຮງຮຽນ ໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນທັງພາກລັດ ແລະ ເອກະຊົນ; ສືບຕໍ່ສະໜອງການສຶກສາຫຼັງຂັ້ນພື້ນຖານທີ່ມີຄຸນນະພາບ ໂດຍສະເພາະໃນຊັ້ນມັດທະຍົມສຶກສາຕອນປາຍ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ເພື່ອປະກອບສ່ວນເຂົ້າໃນການສະໜັບສະໜູນບັນດາບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ, ສະມາຊິກພັກ ແລະ ຄູ-ອາຈານ ທາງດ້ານທັກສະຄວາມຮູ້ຄວາມສາມາດ, ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງໜ້າທີ່ ການເມືອງ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກລະດັບໃນການຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງ-ບໍລິການ, ວຽກງານວາງແຜນ, ວຽກງານຄຸ້ມຄອງພະນັກງານ ແລະ ອື່ນໆ ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າ, ປັບປຸງຫຼັກສູດການສຶກອົບຮົມໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທັງພາກລັດ ແລະ ເອກະຊົນ; ສືບຕໍ່ວຽກງານຄຸ້ມຄອງ, ຊຸກຍູ້ ແລະ ສົ່ງເສີມການຄົ້ນຄວ້າ, ນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ເຕັກນິກວິຊາການ, ນະວັດຕະກຳ ແລະ ພູມປັນຍາອັນຍອດຍິ່ງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສົມທົບກັບພາກສ່ວນຕ່າງໆ ເຊັ່ນ: ຜູ້ປະກອບການ, ນັກທຸລະກິດ ແລະ ນັກວິທະຍາສາດລາວ ເພື່ອສ້າງຜະລິດຕະພັນ ແລະ ຊົມໃຊ້ຜະລິດຕະພັນລາວ; ສືບຕໍ່ຫຼຸດຜ່ອນຄວາມແຕກໂຕນກັນໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃນທົ່ວປະເທດ ໂດຍສຸມໃສ່ບັນດາເມືອງ ແລະ ໂຮງຮຽນທີ່ຍັງດ້ອຍໂອກາດ ເປັນຕົ້ນຕໍ; ສືບຕໍ່ກໍ່ສ້າງ ແລະ ພັດທະນາບຸກຄະລາກອນການກິລາ-ກາຍະກຳໃຫ້ມີຄຸນນະພາບ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້ເທື່ອລະກ້າວ; ເອົາໃຈໃສ່ປົກປັກຮັກສາ ແລະ ປັບປຸງພື້ນຖານໂຄງລ່າງ, ສະຖານທີ່ຝຶກແອບ ແລະ ອຸປະກອນຮັບໃຊ້ຕ່າງໆ ໃຫ້ສາມາດນໍາໃຊ້ໄດ້ຍາວນານ ແລະ ຄຸ້ມຄ່າ ແລະ ສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບໃນທົ່ວປວງຊົນ.

ແຫຼ່ງຂ່ວ: ໜັງສືພິມສຶກສາ ວິທະຍາສາດ ແລະ ກິລາ ອອນລາຍ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...