spot_img
Homeຂ່າວພາຍ​ໃນບໍລິສັດຢາງພາລາຢູນນານ ຈະເພີ່ມພື້ນທີ່ປູກໃຫ້ໄດ້ 30 ພັນກວ່າເຮັກຕາ ໃນປີ 2020

ບໍລິສັດຢາງພາລາຢູນນານ ຈະເພີ່ມພື້ນທີ່ປູກໃຫ້ໄດ້ 30 ພັນກວ່າເຮັກຕາ ໃນປີ 2020

Published on

. ບໍລິສັດ ການລົງທຶນຢາງພາລາ ຢຸນນານ ຈໍາກັດ 4 ແຂວງພາກເໜືອຄື: ແຂວງບໍ່ແກ້ວ, ຫລວງນໍ້າທາ, ຫລວງພະບາງ ແລະ ແຂວງໄຊຍະບູລີ ປັດຈຸບັນສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນ ໄດ້ຫລາຍກວ່າ 6.000 ກວ່າຄົນ ແລະ ກຸ່ມ​ບໍລິສັດ ມີແຜນຮ່ວມມືກັບບໍລິສັດອື່ນໆ ທີ່ໄດ້ລົງທຶນໄປ ຫລື ຈະຊື້ກິດຈະການສວນທີ່ມີແລ້ວຕ້ອງການຂາຍ. ຕັ້ງເປົ້າປີ 2020 ຈະເພີ່ມ​ເນື້ອທີ່ໃຫ້ໄດ້ 30 ພັນກວ່າເຮັກຕາ. ​ສະເພາະໃນແຂວງຫລວງນ້ຳທາ ມີ​ເນື້ອ​ທີ່ຢາງພາລາທັງ​ໝົດ 1.800 ກວ່າເຮັກຕາ.


ທ່ານ ນາງ ມະນີລາ ຮອງອໍານວຍການບໍລິສັດດັ່ງກ່າວ, ໄດ້
ສຳພາດ​ເມື່ອບໍ່​ດົນ​ຜ່ານ​ມາວ່າ: ນັບແຕ່ປີ 2006 ໂຄງການປູກຢາງພາລາ ເປັນໂຄງການປູກພືດທົດແທນການປູກຝິ່ນ ໄດ້ເຂົ້າມາລົງທຶນຢູ່ແຂວງພາກເໜືອຂອງ ສປປ ລາວ ໄດ້ສົ່ງເສີມການປູກຢາງພາລາ, ເກັບຊື້ນ້ຳຢາງຈາກປະຊາຊົນ, ປຸງແຕ່ງ ແລະ ສົ່ງອອກ, ພ້ອມທັງໄດ້ຄົ້ນຄວ້າເຕັກນິກ ໃນການຕອບສະໜອງແນວພັນພືດ ແລະ ການຝືກອົບຮົມ ເຕັກນິກໃນຂົງເຂດກະສີກໍາ ແລະ ອື່ນໆ. ປັດຈຸບັນທາງບໍລິສັດ ມີສວນຢາງພາລາປະມານ 6000 ກວ່າເຮັກຕາ ໂດຍມີໂຮງງານຜະລິດນໍ້າ​ຢາ ຢູ່ແຂວງຫລວງນໍ້າທາ ສາມາດຜະລິດໄດ້ 20.000 ໂຕນ/ປີ, ໃນນັ້ນໄດ້ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນຢູ່ 4 ແຂວງພາກເໜືອ ໄດ້ຫລາຍກວ່າ 6.000 ຄົນ, ສ່ວນວຽກງານຄຸ້ມຄອງ ແລະ ວິຊາການ ມີພະນັກງານທັງໝົດ 130 ກວ່າຄົນ, ແຮງງານປະຈໍາປາດຢາງ 300 ກວ່າຄົນ ແລະ ແຮງງານຮັກສາສວນຢາງ 5.000 ກວ່າຄົນ.

ທ່ານກ່າວຕື່ມວ່າ: ໃນຕໍ່ໜ້າ, ກຸ່ມບໍລິສັດໄດ້ວາງຍຸດທະສາດການລົງທືນຢູ່ ສປປ ລາວ ຮອດປີ 2020 ຄາດວ່າ ຈະຕັ້ງໂຮງງານປູກຢາງພາລາ 8-10 ແຫ່ງຢູ່ແຂວງບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ແຂວງ ວຽງຈັນ, ແຂວງ ບໍລິຄໍາໄຊ ແລະ ແຂວງອື່ນໆ ເພື່ອສາມາດຜະລິດ​ໃຫ້ໄດ້ 300.000 ໂຕນ/ປີ ເພື່ອບັນລຸລາຍຮັບ 4,5 ຕື້ຢວນ ພ້ອມນັ້ນ ຍັງຈະຊ່ວຍສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວໄດ້ຈຳນວນໜຶ່ງ, ເຊິ່ງທາງບໍລິສັດ ບໍ່ໄດ້ມີແຜນຈະຂະຫຍາຍເນື້ອທີ່ປູກເພີ່ມ ຍ້ອນລັດຖະບານສັ່ງໂຈະ, ແຕ່ທາງບໍລິສັດມີແຜນຮ່ວມມືກັບບໍລິສັດອື່ນ ທີ່ໄດ້ລົງທຶນໄປ ຫລື ຈະຊື້ກິດຈະການສວນທີ່ມີແລ້ວຕ້ອງການຂາຍ.

 

ແຫລ່ງຂ່າວ:

ຂປລ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...