spot_img
Homeຊີວິດແລະຄວາມຮັກວິທີຮັບມືກັບຜູ້ຊາຍຫຼາຍໃຈ

ວິທີຮັບມືກັບຜູ້ຊາຍຫຼາຍໃຈ

Published on

ບາງທີການມີແຟນຫຼາຍໃຈກໍເຮັດໃຫ້ເຈັບຫົວ ເພາະຕ້ອງລະແວງວ່າຈະລັກໄປແຊັດ, ໄປໂທຫາສາວໆຄົນອື່ນ, ຕ້ອງຄອຍກວດມືຖື, ກວດນັ້ນນີ້ຕະຫຼອດເວລາ ເຮັດໃຫ້ບາງທີກໍຜິດຖຽງກັນ, ຈົນເຮັດໃຫ້ແຟນຄິດວ່າເຮົາບໍ່ມີເຫດຜົນໄດ້, ມື້ນີ້ແອັດມິນ ມີວິທີຮັບມືກັບຜູ້ຊາຍຫຼາຍໃຈ ທີ່ສາວໆຄວນຮູ້ໄວ້ມາຝາກໃຫ້ຮູ້

  1. ຢ່າໂວຍວາຍ: ເຮົາຕ້ອງນິ້ງໄວ້ກ່ອນ ຢ່າປ່ອຍໃຫ້ອາລົມຄວບຄຸມໂຕເຮົາ ຫຼືປ່ອຍໃຫ້ຄວາມເສຍໃຈ ເຮັດໃຫ້ເຈົ້າຕັດສິນໃຈແບບຜິດໆ ເລື່ອງແບບນີ້ອາດເປັນຄວາມຜິດພາດໃນບາງຄັ້ງໄດ້ ເຮົາຕ້ອງເຮັດແບບບໍ່ຮູ້ເລື່ອງໄວ້ຍິ່ງເປັນການດີ
  2. ຫ້າມໃຊ້ຄວາມຮຸນແຮງເດັດຂາດ: ພະຍາຍາມເຮັດໂຕເປັນຄົນດີໄວ້, ຢ່າລຸກຂຶ້ນມາໂວຍວາຍອາລະວາດ ຫຼືທຳຮ້າຍຝ່າຍກົງກັນຂ້າມ ເພາະມັນຈະບໍ່ຊ່ວຍໃຫ້ຫຍັງດີຂຶ້ນ, ແຕ່ມັນອາດເຮັດໃຫ້ບັນຫາໃຫຍ່ຂຶ້ນກວ່າເດີມ
  3. ເຈົ້າຄືສິ່ງທີ່ດີທີ່ສຸດໃນຊີວິດ: ເຮົາຕ້ອງສະແດງໃຫ້ເຂົາເຫັນວ່າ ເຮົາເປັນຜູ້ຍິງທີ່ມີຄຸນຄ່າ ແລະເໝາະສົມທີ່ຈະເປັນພັນລະຍາ ແລະແມ່ຂອງລູກຫຼາຍທີ່ສຸດ ທີ່ໃຜໆກໍຢາກໄດ້ ຕ້ອງເຮັດດີກັບເຂົາໃຫ້ຫຼາຍ ເພື່ອພິສູດວ່າເຈົ້າຮັບເຂົາໄດ້ໃນທຸກເລື່ອງ
  4. ຢ່າລະແວງຫຼາຍ: ການນອກໃຈກັນ ເຖິງແມ່ນວ່າຈະຮ້າຍແຮງ ແຕ່ກໍບໍ່ເຖິງຂັ້ນຂ້າຄົນຕາຍ, ຖ້າຫາກຕໍ່ຈາກນັ້ນ ເຈົ້າມົວແຕ່ຈັບຜິດເຂົາ ມັນຈະເຮັດໃຫ້ເຂົາເບື່ອ ແລະລຳຄານ ແທນທີ່ຈະສຳນຶກຜິດ, ແຕ່ສະແດງໃຫ້ເຂົາຮູ້ວ່າ ເຮົາບໍ່ເວົ້າ ແຕ່ໃຫ້ເຂົາສຳນຶກຜິດເອງ
  5. ບໍ່ຄວນເວົ້າຫາອະດີດຫຼາຍເກີນໄປ: ຈື່ໄວ້ວ່າ ການເວົ້າເຖິງເລື່ອງອະດີດ ທີ່ບໍ່ດີຂອງອີກຝ່າຍ ເປັນສິ່ງທີ່ບໍ່ຄວນເຮັດ, ເພາະມັນບໍ່ມີປະໂຫຍດ ແຕ່ຈະເຮັດໃຫ້ສະຖານະການຮ້າຍແຮງກວ່າເດີມ, ຈະເຮັດໃຫ້ຜິດຖຽງກັນຂຶ້ນອີກຄັ້ງ
  6. ການໃຫ້ອະໄພ: ເຖິງແມ່ນວ່າ ການໃຫ້ອະໄພ ເປັນສິ່ງທີ່ເຮັດໄດ້ຍາກທີ່ສຸດ ແຕ່ຖ້າເຮົາເລືອກທີ່ຈະຮັກໃຜຈັກຄົນ ແລະຈະໃຫ້ຊີວິດຮັກໄປໃຫ້ຮອດຝັ່ງ ກໍຄວນຍົກໂທດໃຫ້ກັບຄົນທີ່ເຮົາຮັກ ເພາະເຂົາກໍເປັນພຽງຄົນທຳມະດາຄົນໜຶ່ງ ທີ່ຈະເຮັດຜິດໄດ້ທຸກເມື່ອ
  7. ຢ່າປະຊົດຊີວິດ: ຄວນວາງໂຕເອງໃຫ້ມີຄຸນຄ່າ, ຢ່າຄິດເຮັດປະຊົດຄົນຮັກ ດ້ວຍວິທີດຽວກັນ ເພາວິທີນີ້ ຈະເຮັດໃຫ້ເຂົາເປັນຝ່າຍເລືອກ ທີ່ຈະໄປຫາຄົນອື່ນຊໍ້າ ແທນທີ່ຈະກັບມາຫາເຮົາ
  8. ເອົາໃຈໃສ່ຕົນເອງຫຼາຍຂຶ້ນ: ຢ່າປ່ອຍເນື້ອປ່ອຍໂຕ, ຕ້ອງເຮັດໃຫ້ຕົນເອງງາມໄວ້ ເພາະເຮົາບໍ່ແມ່ນຂອງຕາຍຂອງໃຜ
  9. ຫັນໜ້າຫາກັນ: ສາເຫດຂອງການນອກໃຈ ສ່ວນໜຶ່ງມາຈາກບັນຫາລະຫວ່າງເຈົ້າ ແລະເຂົາ ເຊິ່ງເຈົ້າເອງອາດມີຂໍ້ເສຍໃນບາງສິ່ງ, ຄວນຫັນໜ້າມາເວົ້າກັນ ເພື່ອປັບຄວາມເຂົ້າໃຈກັນ, ລວມທັງມີເວລາ ແລະເອົາໃຈໃສ່ຄົນຮັກໃຫ້ຫຼາຍຂຶ້ນ
  10. ບໍ່ຄວນເອົາເລື່ອງນີ້ ໄປປະຈານກັບຄົນອື່ນ: ເພາະບັນຫານີ້ ເປັນເລື່ອງຂອງຄົນສອງຄົນ, ທາງທີ່ດີບໍ່ຄວນເອົາຄວາມຜິດຂອງເຂົາໄປເວົ້າກັບຄົນອື່ນຟັງ ເພາະຈະເຮັດໃຫ້ຄົນຮັກຂອງເຈົ້າຮູ້ສຶກເສຍໜ້າ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...