spot_img
Homeຂ່າວທ້ອງຖິ່ນສະພາແຫ່ງຊາດ ເຂດເລືອກຕັ້ງທີ I ປັບປຸງການຈັດຕັ້ງ

ສະພາແຫ່ງຊາດ ເຂດເລືອກຕັ້ງທີ I ປັບປຸງການຈັດຕັ້ງ

Published on

20140731130923

 

ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກ​ຕັ້ງ​ທີ I ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງ​

ຫົວໜ້າ​ຫ້ອງ​ວ່າການສະພາ​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກ​ຕັ້ງ​ທີ I ນວ ໂດຍ​ຄະນະ​ປະຈຳ​ສະພາ​ແຫ່ງຊາດ ​ຕົກລົງ​

ແຕ່ງຕັ້ງ​ ທ່ານ​ ນາງ ຄຳ​ຟອງ ພູມ​ວົງ​ໄຊ ສະມາຊິກສະພາ​ແຫ່ງ​ຊາດເຂດ​ເລືອກ​ຕັ້ງ​ທີ I ນວ ເປັນ​ຫົວໜ້າ​ຫ້ອງ​ວ່າ

ການສະພາ​ແຫ່ງ​ຊາດ ເຂດ​ເລືອກ​ຕັ້ງ​ທີ I ນວ.

 

ພິທີ​ດັ່ງກ່າວ​ ໄດ້​ຈັດ​ຂຶ້ນ​ວັນ​ທີ 31 ກໍລະກົດ 2014 ນີ້ ທີ່​ຫ້ອງ​ວ່າການ​ປົກຄອງ ນວ ໂດຍ​ໃຫ້​ກຽດເຂົ້າ​ຮ່ວມ​ຂອງ​ທ່ານ

​ດຣ. ອຸ່ນແກ້ວ ວຸ​ທິ​ລາດ ກຳມະການ​ຄະນະ​ປະຈຳຫົວໜ້າ​ຫ້ອງ​ວ່າການສະພາ​ແຫ່ງ​ຊາດ ເຊິ່ງ​ມີ​ທ່ານ ສີ​ຫຸນ ສິດທິ​ລື​ໄຊ

ຮອງ​ເລຂາ​ຄະນະ​ພັກ ປະທານ​ກວດກາ​ພັກ ຫົວໜ້າ​ພະ​ແນກ​ກວດກາ​ລັດ ນະຄອນ​ຫຼວງ​ວຽງ​ຈັນ ທ່ານ ລາດ​ຊະນີ​ວົງ

ອາ​ມະ​ຣາ​ທິ​ທາດາ ປະທານຄະນະ​ສະມາຊິກ​ສາ​ພາ​ແຫ່ງຊາດ ປະຈຳ​ເຂດ​ເລືອກ​ຕັ້ງ​ທີ I ນວ, ຫົວໜ້າ​ກົມ, ເຈົ້າເມືອງ,

ຫົວໜ້າ​ພະ​ແນກ ແລະ ອົງການ​ທຽບເທົ່າ​ເຂົ້າ​ຮ່ວມ.

 

ສຳລັບ​ການ​ແຕ່ງຕັ້ງ​ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຄົນ​ໃໝ່​ຄັ້ງ​ນີ້ ກໍ່​ເພື່ອ​ປະຕິບັດ​ຕາມມະຕິ​ຕົກລົງ​ຂອງ​

ຄະນະ​ປະຈຳສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການແຕ່ງຕັ້ງ​ສະມາຊິກ​ສະພາ​ແຫ່ງຊາດ​ຮັບ​ໜ້າທີ່​ໃໝ່ ອີງ​ຕາມ​ທິດປັບປຸງ​

ກົງຈັກ ແລະ ບຸກ​ຄະ​ລະກອນ​ຂອງ​ຫ້ອງ​ວ່າການ​ສະພາແຫ່ງ​ຊາດ ປະຈຳ​ເຂດ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ຊຸດ​ທີ VII

ແລະ ອີງ​ຕາມ​ຄົ້ນຄວ້າ​ຕົກລົງ​ຂອງ​ກອງປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງຊາດ ທັງ​ນີ້ ກໍ່​ເພື່ອ​ເຮັດ​ໃຫ້ການຄວບ​ຄຸມ

​ບັນຊາ​ວຽກ​ງານ​ສະພາແຫ່ງ​ຊາດ ​ປະຈຳ​ເຂດ​ເລືອກ​ຕັ້ງ​ທີ I ນວ ສືບຕໍ່​ເຄື່ອນ​ໄຫວ​ໃຫ້​ເຂັ້ມແຂງ, ຄ່ອງ​ຕົວ ແລະ ດຳ

ເນີນ​ໄປໃຫ້​ມີ​ປະ​ສິດທິ​ຜົນ​ດີ​ຂຶ້ນ​ກວ່າ​ເກົ່າ.

 

ແຫຼ່ງຂ່າວ: http://vientianemai.net/teen/khao/1/12352

ບົດຄວາມຫຼ້າສຸດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງແລ້ວ ຈາກກໍລະນີທີ່ເຈົ້າໜ້າທີ່ໄດ້ມີການຕັດຕົ້ນໄມ້ ຢູ່ຖະໜົນເສດຖາທິຣາດ ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ,...

2 ຝ່າຍກຽມຢຸດຍິງພ້ອມກັນ ໂດນັລ ທຣຳ ປະກາດ ເຖິງຄວາມຂັດແຍ່ງລະຫວ່າງ ອິດສະຣາແອນ ກັບ ອີຣານ

2 ຝ່າຍກຽມຢຸດຍິງພ້ອມກັນ ໂດນັລ ທຣຳ ປະກາດ ເຖິງຄວາມຂັດແຍ່ງລະຫວ່າງ ອິດສະຣາແອນ ກັບ ອີຣານ ທົ່ວໂລກຍັງຈັບຕາຄວາມຂັດແຍ່ງລະຫວ່າງ ອິດສະຣາແອນ (Israel) ກັບ ອີຣານ (Iran)...

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...