spot_img
Homeຂ່າວພາຍ​ໃນນາຍົກເນັ້ນເດັດຂາດ ບໍ່ອະນຸຍາດອອກນອກແນວທາງ

ນາຍົກເນັ້ນເດັດຂາດ ບໍ່ອະນຸຍາດອອກນອກແນວທາງ

Published on

ໃນຕອນເຊົ້າ ຂອງວັນທີ 16 ທັນວາ 2016 ຜ່ານມາ ທີ່ສູນຝຶກອົບຮົມ ແລະ ການຮ່ວມມື ລາວ-ຢີ່ປຸ່ນ ICTC, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII ພາຍໃຕ້ຄຳຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຍົກສູງຄວາມສາມາດ, ລັກສະນະນຳໜ້າ ແລະ ຄວາມເປັນເຈົ້າການຂອງພະນັກງານ ໃນຂະແໜງການຕ່າງປະເທດ”. ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ອະດີດຮອງນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ແຂກຖືກເຊີນ ພ້ອມດ້ວຍ ພະນັກງານ-ລັດຖະກອນຂອງຂະແໜງການຕ່າງປະເທດ ເຂົ້າຮ່ວມ ຢ່າງພ້ອມພຽງ.

prd_6547

ໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ລາຍງານໃຫ້ຊາບວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ສໍາລັບວຽກງານການຕ່າງປະເທດຂອງພັກ-ລັດ ໃນຊຸມປີຕໍ່ໜ້າ ພາຍໃຕ້ສະພາບການໃໝ່. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ພ້ອມກັນສະຫຼຸບຕີລາຄາ ຜົນການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະທ້າຍຂອງການຈັດຕັ້ງຜັນຂະຫຍາຍ ມະຕິ IX ຂອງພັກ, ມະຕິຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XII ໃນໄລຍະປີ 2013-2016, ປຶກສາຫາລືເພື່ອກໍານົດແຜນການເຄື່ອນໄຫວວຽກງານການຕ່າງປະເທດ ແຕ່ປີ 2017-2019 ໃນຕໍ່ໜ້າສະພາບການໃນພາກພຶ້ນ ແລະ ສາກົນ ທີ່ມີການຜັນແປຢ່າງເລິກເຊິ່ງ ແລະ ສະຫຼັບ ຊັບຊ້ອນ ແນໃສ່ເພື່ອເພີ່ມທະວີຄວາມເປັນເຈົ້າການຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ທີ່ໄດ້ກໍານົດໄວ້ໃນມະຕິ X ຂອງພັກວາງອອກ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະເທດ ແລະ ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ຢ່າງທົ່ວໜ້າ.

 

ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII ໃນຄັ້ງນີ້, ນາຍົກລັດຖະມົນຕີ ໄດ້ຊີ້ນໍາ ແລະ ເນັ້ນໜັກຂະແໜງການຕ່າງປະເທດເອົາໃຈໃສ່ ຄື: ໃຫ້ເອົາໃຈໃສ່ໃນການຄົ້ນຄວ້າວິໄຈ ກໍ່ຄື ການຕີລາຄາບັນຫາຕ່າງໆ ທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ຢ່າງຖືກຕ້ອງ, ຊັດເຈນ ແລະ ທັນສະພາບການ ເປັນແຕ່ລະໄລຍະ ເພື່ອຮັບປະກັນ ໃຫ້ແກ່ການເປັນເສນາທິການໃຫ້ແກ່ການນຳ ໃນຂັ້ນຂອງຕົນຮັບຜິດຊອບ ເຊິ່ງບາງຂໍ້ມູນ, ບາງເຫດການ, ບາງການຕົກລົງ ແລະ ຕັດສິນບັນຫາ ກໍ່ຕ້ອງໄດ້ຜ່ານການປຶກສາຫາລື, ຂໍທິດຊີ້ນຳ ແລະ ມີຄວາມເປັນເອກະພາບສູງ ຈຶ່ງພ້ອມກັນຈັດຕັ້ງປະຕິບັດ; ການພົວພັນກັບຕ່າງປະເທດ ໃນລະດັບໃດກໍ່ຕາມ ສຳຄັນ ແມ່ນມີສະຕິ, ໃຫ້ກຽດເຊິ່ງກັນ ແລະ ກັນ, ໃຊ້ຄວາມອ່ອນໂຍນ, ທຸ່ນທ່ຽງ, ມີໄຫວພິບ, ສະດຸ້ງໄວ, ຖືກທິດບົນພື້ນຖານການພົວພັນຢ່າງເຄັ່ງຄັດ, ຄຳນຶງເຖິງຜົນປະໂຫຍດລວມຂອງປະເທດ ເປັນຫຼັກ, ພະຍາຍາມເຮັດໃຫ້ບັນຫາໃຫຍ່ກາຍເປັນບັນຫານ້ອຍ ແລະ ເຮັດໃຫ້ບັນຫານ້ອຍ ກາຍບໍ່ມີບັນຫາ ຍິ່ງເປັນການດີ, ບໍ່ອະນຸຍາດອອກນອກແນວທາງຂອງພັກ, ນະໂຍບາຍຂອງລັດ ຢ່າງເດັດຂາດ (ບໍ່ໃຫ້ຜິດເຂວ); ນັກການທູດທຸກຄົນ ຈົ່ງພ້ອມກັນເຮັດໜ້າທີ່ຮັກສາ, ຍົກບົດບາດ ແລະ ຊື່ສຽງຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ.

prd_6555

ແຫຼ່ງຂ່າວ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...