spot_img
Homeຊີວິດແລະຄວາມຮັກນັບຖືຫົວໃຈເຈົ້າບ່າວ ຍອມໃສ່ຊຸດເຈົ້າສາວເຂົ້າພິທີວິວາ "ເອົາທີ່ເມຍສະບາຍໃຈເລີຍ"

ນັບຖືຫົວໃຈເຈົ້າບ່າວ ຍອມໃສ່ຊຸດເຈົ້າສາວເຂົ້າພິທີວິວາ “ເອົາທີ່ເມຍສະບາຍໃຈເລີຍ”

Published on

ເວັບໄຊ໌ ຊຽງໄຮ້ອິສ ເຜີຍລາຍງານເມືື່ອວັນທີ 16 ທັນວາ 2016 ວ່າ ບັນດາແຂກທີ່ໄປຮ່ວມງານວິວາຂອງຄູ່ບ່າວ-ສາວ ຄູ່ໜຶ່ງໃນເມືອງໜານຊົງ ມົນທົນເສສວນ ປະເທດຈີນ ເມື່ອວັນທີ 10 ທັນວາທີ່ຜ່ານມາ ຕ້ອງເຊີໄພລ ແລະ ປະຫລາດໃຈປະຕາມໆກັນ ເມື່ອເຫັນເຈົ້າບ່າວໃສ່ຊຸດເຈົ້າສາວ ແລະ ເຈົ້າສາວໃສ່ຊຸດເຈົ້າບ່າວ

ອູ໋ ຊົວ ຜູ້ເປັນເຈົ້າບ່າວເປີດເຜີຍວ່າ ໄອເດຍການສະລັບຊຸດແຕ່ງງານທັງໝົດນີ້ ເປັນຂອງ ໂອວຊຽນ ເຈົ້າສາວຂອງເຂົາເອງ ໂດຍໄດ້ອະທິບາຍວ່າ ນາງຮູ້ສຶກຄິດຫຼາຍທີ່ຕ້ອງໃສ່ຊຸດເຈົ້າສາວ ເນື່ອງຈາກຍ້ອນເວລາກັບໄປເມື່ອ 5 ປີກ່ອນ ຕອນທີ່ທັງຄູ່ຄົບກັນໃໝ່ໆ ແຟນຂອງລາວມີຮູບຮ່າງຈ່ອຍນ້ອຍ ນ້ຳໜັກມີພຽງ 40 ກິໂລກຣາມເທົ່ານັ້ນ ແຕ່ຫຼັງຈາກຄົບກັນມານ້ຳໜັກຂອງນາງກໍ່ເພີ່ມຂຶ້ນເລື່ອຍໆ ຈົນນາງບໍ່ໝັ້ນໃຈທີ່ຈະໃສ່ຊຸດເຈົ້າສາວ ໂອວຊຽນ ເລີຍໃຫ້ ອ໋ ຊົວ ໃສ່ຊຸດເຈົ້າສາວແທນ ເຊິ່ງເບື້ອງຕົ້ນ ອູ໋ ຊົວ ຮູ້ສຶກອຶດອັດ ແລະ ຝືນໃຈທີ່ຈະຕ້ອງໃສຊຸດເຈົ້າສາວ ແຕ່ໃນທີ່ສຸດກໍ່ຍອມຕາມໃຈ ໂອຊຽນ ຄົນຮັກຂອງລາວ.

w3 w2ຂ່າວຈາກ: http://hilight.kapook.com/view/146604

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...