Homeຂ່າວການພັດທະນານ.ວ ກຽມລົງແກ້ໄຂຄວາມບໍ່ເປັນລະບຽບ ຕາມເສັ້ນທາງໃນຕົວເມືອງ ຕາມທິດຊີ້ນຳທ່ານນາຍົກ

ນ.ວ ກຽມລົງແກ້ໄຂຄວາມບໍ່ເປັນລະບຽບ ຕາມເສັ້ນທາງໃນຕົວເມືອງ ຕາມທິດຊີ້ນຳທ່ານນາຍົກ

Published on

ພາຍຫລັງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ນໍາຢູ່ກອງປະຊຸມ ລັດຖະບານປະຈໍາເດືອນພະຈິກຜ່ານມາວ່າ ໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງໃນຕົວເມືອງໂດຍໄວ, ໂດຍສະເພາະບັນຫາການກໍານົດສະຖານທີ່ຈອດລົດ ແລະ ການເກັບເງິນຄ່າຝາກລົດຢູ່ຕາມຈຸດຕ່າງໆໃນຕົວເມືອງ ທີ່ມີສຽງຈົ່ມວ່າຈາກສັງຄົມ ກ່ຽວກັບຄວາມບໍ່ສອດຄ່ອງ ແລະ ໂປ່ງໃສ ລວມເຖິງການແກ້ໄຂ ບັນຫາສິ່ງກີດຂວາງການສັນຈອນຕາມເສັ້ນທາງ ເປັນຕົ້ນ: ການຂາຍເຄື່ອງໃສ່ແຄມທາງ, ທາງຍ່າງ (ຟຸດບາດ) ແລະ ຈອດລົດແບບຊະຊາຍ, ການເອົາວັດຖຸຕ່າງໆມາຕັ້ງຕັນຕາມແຄມທາງ ແລະ ການຕິດຕັ້ງປ້າຍໂຄສະນາ, ການຕໍ່ເທີບ-ເງີບທີ່ບໍ່ຖືກຕ້ອງຕາມລະບຽບການຕ່າງໆ ໃຫ້ໝົດໄປຢ່າງຂາດຕົວ. ສະນັ້ນເມື່ອບໍ່ດົນມານີ້, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ, ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັບຂະແໜງການກ່ຽວຂ້ອງອື່ນໆ ເພື່ອກະກຽມລົງຈັດສັນຄວາມເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງໃນຕົວເມືອງໃນໄວໆນີ້, ຊຶ່ງກໍານົດເຂດທີ່ຈະໄດ້ລົງແກ້ໄຂບັນຫາການຈອດລົດຊະຊາຍ ແລະ ຂາຍເຄື່ອງບໍ່ເປັນລະບຽບຢູ່ເຂດໂຮງແຮມລ້ານຊ້າງ, ສໍານັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເຂດຮ້ານອາຫານຂອບໃຈເດີ, ຖະໜົນສາມແສນໄທ, ເຂດກົມບໍ່ແຮ່, ຖະໜົນລ້ານຊ້າງ, ເຂດຕະຫລາດເຊົ້າ, ຖະໜົນຂຸນບູລົມ, ຕໍ່ໜ້າໄປສະນີ, ຖະໜົນເປ3 (P3), ຖະໜົນເຈົ້າອານຸວົງ, ຖະໜົນເຕ2 (T2), ເຂດຕະຫລາດແລງໜອງດ້ວງ, ເສັ້ນທາງແຕ່ສະຫວ່າງ-ດົງໂດກ, ໂຮງໝໍ 150 ຕຽງ, ເສັ້ນທາງຕໍ່ໜ້າໂຮງແຮມດອນຈັນພາເລດ, ຖະໜົນຄູວຽງ, ຖະໜົນດົງປາລານ, ດົງປາຍນາ, ຖະໜົນ ໄກສອນ ພົມວິຫານ, ທາດຫລວງ, ໂພນພະເນົາ, ກໍາແພງເມືອງ, ສຸພານຸວົງ, ຟ້າງຸ່ມ, ຕໍ່ໜ້າໂຮງຮຽນປາກປາສັກ, ແຄມຂອງ, ໜ້າພັດຕະຄານໄຜ່ໜາມ, ຫ້ວຍຫົງ, ດອນໜູນ, ທ່າເດື່ອ ແລະ ຈຸດອື່ນໆ ທີ່ເຫັນວ່າມີການຕັ້ງໂຕະ, ເຕັ້ນ, ລໍ້ຍູ້ທີ່ບໍ່ເປັນລະບຽບ ແລະ ມີການຈອດລົດຊະຊາຍ ເຮັດໃຫ້ກີດຂວາງການສັນຈອນແອອັດ.

ພະແນກ ຍທຂ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນເມສາມານີ້, ເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ລົງກວດກາແກ້ໄຂຄວາມບໍ່ເປັນລະບຽບ ຕາມເສັ້ນທາງສາຍສໍາຄັນໃນ 6 ເມືອງນະຄອນຫລວງ ແລະ ສາມາດພົບເຫັນປະກົດການບໍ່ເປັນລະບຽບຮຽບຮ້ອຍຫລາຍກວ່າພັນກໍລະນີ, ສາມາດແກ້ໄຂໄດ້ 700 ກວ່າກໍລະນີ, ສ່ວນໃຫຍ່ແມ່ນວາງຂາຍສີນຄ້າຊະຊາຍຕາມແຄມທາງ, ທາງຍ່າງ ແລະ ຈອດລົດຊະຊາຍ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ...

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...