spot_img
Homeຂ່າວການພັດທະນາຂະແໜງ ປທສ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ພ້ອມວາງແຜນປີ 2017

ຂະແໜງ ປທສ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ພ້ອມວາງແຜນປີ 2017

Published on

ກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ປີ 2015-2016 ແລະ ແຜນການປີ 2017 ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 13 ທັນວາຜ່ານມາ ຢູ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄຂຂຶ້ນ ພາຍໃຕ້ຄຳຂວັນທີ່ວ່າ: “ຮ່ວມສ້າງສັງຄົມສີວິໄລ ດ້ວຍການເລືອກໃຊ້ໄອຊີທີ ປອດໄພ ແລະ ເປັນປະໂຫຍດ”. ກອງປະຊຸມ ປທສ ປະ ຈຳປີ 2015-2016 ແລະ ທິດ ທາງແຜນການ ສົກປີ 2017 ໄດ້ທວນຄືນຜົນສຳເລັດ ໃນການປະຕິບັດໜ້າທີ່ການເມືອງຂອງຂະແໜງການ ປທສ.

 

ກອງປະຊຸມວຽກງານໄອ ຊີທີປີ 2016, ໄດ້ປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບສະພາບການພັດທະນາ, ການຄຸ້ມຄອງ ແລະ ການນຳໃຊ້ໄອຊີທີເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະກໍ ແມ່ນການນຳໃຊ້ໄອຊີທີເຂົ້າ ໃນການບໍລິການ, ການບໍລິຫານລັດ ແລະ ການດຳລົງຊີວິດຂອງປະຊາຊົນໃນປັດຈຸບັນ. ໃນນັ້ນ ໄດ້ຈັດໃຫ້ຜູ້ຕາງໜ້າຈາກຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ສະເໜີສະພາບການພັດທະນາ, ການຄຸ້ມຄອງ ແລະ ການນຳໃຊ້ໄອຊີທີໃນຂົງເຂດຂອງຕົນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການນຳໃຊ້ ແລະ ດຳເນີນທຸລະກິດດ້ານໄອຊີທີ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄວາມຄິດຄວາມເຫັນ ເພື່ອໃຫ້ການພັດທະນາຂະແໜງການໄອຊີທີຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນເຂັ້ມແຂງ ແລະ ຍືນຍົງ ຕາມທິດຄຸ້ມຄອງລວມສູນຂອງລັດຖະບານ, ສະໜັບສະໜູນ ແລະ ສົ່ງເສີມບັນດາຂະແໜງການຕ່າງໆ ນຳໃຊ້ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ເປັນເຄື່ອງມືບໍລິຫານ ແລະ ຄຸ້ມຄອງຂະແໜງການຂອງຕົນຢ່າງມີປະສິດທິຜົນ, ກ້າວໄປສູ່ການຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...