Homeຂ່າວພາຍ​ໃນລາຍຮັບ-ລາຍຈ່າຍຂອງລັດ 10 ປີຄືນຫຼັງ

ລາຍຮັບ-ລາຍຈ່າຍຂອງລັດ 10 ປີຄືນຫຼັງ

Published on

ອີງຕາມການເປີດເຜີຍຂໍ້ມູນຜ່ານ ເວັບໄຊ www.idsala.com ເມື່ອວັນທີ 14 ທັນວາ 2016 ໃຫ້ຮູ້ວ່າ ລາຍຮັບ-ລາຍຈ່າຍງົບປະມານ 10 ຄືນຫຼັງ ແມ່ນຍັງຢູໃນສະຖານະຂາດດູນສະເໝີມາຍ້ອນລາຍຮັບນ້ອຍກວ່າລາຍຈ່າຍ ແຕ່ເຖິງຈະມີລາຍຮັບເພີມຂຶ້ນທຸກໆປີກໍ່ຕາມ ແຕ່ລາຍຈ່າຍກໍ່ເພີ່ມຂຶ້ນທຸກປີເຊັ່ນດຽວກັນ ເຊິ່ງລາຍຮັບຫຼັກໆຂອງລັດຖະ ບານ ແມ່ນມາຈາກພາສີອາກອນ ແລະ ເງິນຊ່ວຍເຫຼືອລ້າ ສ່ວນລາຍຈ່າຍຫຼັກໆແມ່ນລາຍຈ່າຍບໍລິຫານທົ່ວໄປ ແລະ ລາຍຈ່າຍໃນການລົງທຶນຂອງລັດ.

ປີ 2015  ມີລາຍຮັບ 22,719.70 ຕື້ກີບ, ລາຍຈ່າຍ 27,508.84 ຕື້ກີບ, ຂາດດຸນ 4,789.22 ຕື້ກີບ

ປີ 2014  ມີລາຍຮັບ 22,356.08 ຕື້ກີບ, ລາຍຈ່າຍ 26,417.75 ຕື້ກີບ, ຂາດດຸນ 4,115.68 ຕື້ກີບ

ປີ 2013  ມີລາຍຮັບ 19,587.00 ຕື້ກີບ, ລາຍຈ່າຍ 24,665.06 ຕື້ກີບ, ຂາດດຸນ 5,078.06 ຕື້ກີບ

ປີ 2012  ມີລາຍຮັບ 16,992.40 ຕື້ກີບ, ລາຍຈ່າຍ 18,021.03 ຕື້ກີບ, ຂາດດຸນ 1,028.63 ຕື້ກີບ

ປີ 2011  ມີລາຍຮັບ 13,890.07 ຕື້ກີບ, ລາຍຈ່າຍ 15,102.90 ຕື້ກີບ, ຂາດດຸນ 1,212.84 ຕື້ກີບ

ປີ 2010  ມີລາຍຮັບ 12,100.37 ຕື້ກີບ, ລາຍຈ່າຍ 13,342.41 ຕື້ກີບ, ຂາດດຸນ 1,242.04 ຕື້ກີບ

ປີ 2009  ມີລາຍຮັບ 8,173.60 ຕື້ກີບ, ລາຍຈ່າຍ 9,761.56 ຕື້ກີບ, ຂາດດຸນ 1,587.96 ຕື້ກີບ

ປີ 2008  ມີລາຍຮັບ 7,708.31 ຕື້ກີບ, ລາຍຈ່າຍ 9,065.65 ຕື້ກີບ, ຂາດດຸນ 1,357.34 ຕື້ກີບ

ປີ 2007  ມີລາຍຮັບ 6,434.94 ຕື້ກີບ, ລາຍຈ່າຍ 7,631.52 ຕື້ກີບ, ຂາດດຸນ 1,064.99 ຕື້ກີບ

ປີ 2006  ມີລາຍຮັບ 5,312.92 ຕື້ກີບ, ລາຍຈ່າຍ 6,579.47 ຕື້ກີບ, ຂາດດຸນ 1,267.11 ຕື້ກີບ

ປີ 2005  ມີລາຍຮັບ 3,884.92 ຕື້ກີບ, ລາຍຈ່າຍ 5,323.00 ຕື້ກີບ, ຂາດດຸນ 1,438.08 ຕື້ກີບ

ຂໍ້ມູນຈາກ: ທະນາຄານແຫ່ງ ສປປລາວ,​ ອ້າງອີງຈາກ: ກະຊວງການເງິນ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...