spot_img
HomeBaby-ແມ່ແລະເດັກທ່ານອນແບບໃດເໝາະສຳລັບລູກເກິດໃໝ່

ທ່ານອນແບບໃດເໝາະສຳລັບລູກເກິດໃໝ່

Published on

p16gqnlsl019ch1ds6er61tm211513

ພໍ່ແລະແມ່ຮູ້ດີວ່າ…ການນອນຄືຊ່ວງເວລາພັກຜ່ອນ ແລະ ເປັນການເສີມພັດທະນາການຂອງລູກນ້ອຍທີ່ເກິດໃໝ່ ໃດ້ດີທີ່ສຸດໂດຍສະເພາະ ທ່ານອນຂອງລູກໃນໄວນີ້ ຖືເປັນເລື່ອງສຳຄັນທີ່ບໍ່ຄວນມອງຂ້າມ ເຊັ່ນກັນເພາະທ່ານອນທີ່ເໝາະສົມກັບລູກນ້ອຍ ສາມາດຊ່ວຍເສີມພັດທະ ນາການ ການຈະເລີນເຕີບໂຕຢ່າງສົມບູນຂອງລູກນ້ອຍ .

 ເດັກນ້ອຍເກິດໃໝ່ 3ເດືອນ  ເດັກນ້ອຍໄວນີ້ ສາມາດອຽງຄໍໄປມາໃດ້ ແຕ່ຍັງຊັນຄໍໃດ້ບໍ່ດີປານໃດ ທ່ານອນຫງາຍ ຈຶ່ງເປັນທ່າທີ່ເໝາະສົມ ສຳລັບເດັກນ້ອຍໄວນີ້ ເພາະລູກນ້ອຍສາມາດໝຸນໂຕສະລັບຊາຍຂວາໃດ້ ນອກຈາກນີ້ ການນອນຫງາຍຈຶ່ງເສີມການຮຽນຮູ້ຈາກການເບິ່ງ ສິ່ງຕ່າງໆ ຮອບໂຕ .

 ເດັກນ້ອຍ 4-6 ເດືອນ  ເດັກນ້ອຍໃນໄວນີ້ ກ້າມຊີນສ່ວນຄໍເລີ່ມແຂງຂື້ນ ສາມາດຊັ້ນຄໍ ຍົກຫົວຂື້ນ ຫັນໜ້າໄປມາໃດ້ດີຂື້ນ ແມ່ຄວນຈັດໃຫ້ລູກນ້ອຍໃດ້ນອນທຸກໆທ່າ ປ່ຽນໄປມາເລືອຍໆ ບໍ່ວ່າຈະເປັນການນອນງາຍ ນອນຕະແຄງຊາຍ-ຂວາ .

 ສ່ວນທ່ານອນທີ່ເໝາະສົມ ແລະຊ່ວຍເສີມສ້າງພັດທະນາການ ຮຽນຮູ້ຂອງລູກໃນໄວນີ້ດີຄື ທ່ານອນຄວ່ຳ ເມື່ອຈັບລູກນ້ອຍນອນຄອມ ທ່ານອາດຈະຫາຂອງຫຼີ້ນ ທີ່ມີສຽງ ແລະ ຄຸ້ນເຄີຍມາເປັນໂຕລໍ່ຄວາມສົນໃຈຈາກລູກ ເຂົາຈະໃຊ້ມືແລະແຂນຢັນ ເພື່ອຊັນຄໍເບິ່ງສິ່ງຕ່າງໆ ທີ່ໜ້າສົນໃຈ ເຮັດໃຫ້ລູກສາມາດອອກກຳລັງກາຍກ້າມຊີ້ນສ່ວນຄໍ ໃຫ້ແຂງແຮງຂື້ນ .

ເດັກນ້ອຍ 6 – 12 ເດືອນ ລູກນ້ອຍໄວນີ້ມີກ້າມຊີ້ນຄໍແລະຫຼັງແຂງແຮງຫຼາຍຂື້ນ ລູກຈະເລີ່ມນັ່ງແລະພາຍາຍາມຄານ ແລະສາ ມາດພິກໂຕໄປມາໃດ້ຢ່າງອິດສະລະ

ທ່ານອນທີ່ເໝາະສົມ ແລະສົ່ງເສີມການພັດທະນາຮຽນຮູ້ ສຳລັບລູກໄວນີ້ສາມາດນອນໃດ້ຫຼາຍທ່າ ບໍ່ວ່າ ຈະເປັນນອນຫງາຍ ນອນຕະແຄງ ຫຼືນອນຄອມ ນອກຈາກນີ້ທ່ານຍັງສາມາດ ຈັດສິ່ງແວດລ້ອມທີ່ຕ້ອງການໃຫ້ລູກໃດ້ຮຽນຮູ້ ໃຫ້ສົມກັບໄວຂອງລູກ ທີ່ສຳຄັນຄວນເລືອກຂອງຫຼີ້ນທີ່ປອດໄພ .

 

 

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...